ໂດຍການສວຍໃຊ້ໂອກາດຂອງຜູ້ຍິງທີ່ຍັງໄຮ້ດຽງສາ ແລະ ບໍ່ທັນມີປະສົບການໃນການຊອກວຽກເຮັດ ເປັນເຄື່ອງມືກໍ່ເຫດ, ໂດຍຄົນຮ້າຍໄດ້ໃຊ້ຮູບແບບຕົວະວ່າຊອກວຽກໃຫ້ໄດ້ ແລ້ວຫາວິທີໃຫ້ຍິງສາວທີ່ຕົກເປັນເຫຍື່ອມາຫາ ເພື່ອຫາວິທີຂົ່ມຂືນ ແລະ ລັກຊັບ.

ການໃຊ້ກໍາລັງບັງຄັບຂົ່ມຂືນ ຖືວ່າ ເປັນປະກົດການທີ່ເຮັດຜິດລະບຽບກົດໝາຍ ແລະ ເປັນບັນຫາທີ່ສໍາຄັນ ໃນປັດຈຸບັນ. ແຕ່ເຖິງຢ່າງນັ້ນກໍຕາມ, ຕໍ່ກັບ ທ້າວ ຈູເຖກວ້າງ ອາຍຸ 38 ປີ ສະຖານທີ່ເກີດແມ່ນ ເມືອງລັອງແທ່ງ ແຂວງດົ່ງນາຍ, ຜູ້ກ່ຽວຄົນນີ້ ອັນທີ່ເປັນໜ້າຢ້ານກົວທີ່ສຸດ ນອກຈາກຜູ້ກ່ຽວຈະເປັນຄົນລົງມືໃຊ້ກໍາລັງບັງຄັບຍິງສາວແລ້ວ ເມື່ອມີການຕໍ່ສູ້ຄືນຈາກຜູ້ຖືກເຄາະຮ້າຍ ເຖິງຂັ້ນຖືກກັດລີ້ນຂອງຜູ້ກ່ຽວເກືອບຂາດ ແຕ່ຜູ້ກ່ຽວກໍຍັງໃຊ້ຮູບແບບອື່ນ ເພື່ອບັງຂັບຂົ່ມຂືນຍິງສາວ ຈົນສຳເລັດ.

ຕາມການໃຫ້ຮູ້ຂອງ ກໍາລັງເຈົ້າໜ້າທີ່ຕຳຫຼວດສືບສວນ-ສອບສວນ ເຂດເກົ່າເຢີຍ ໄດ້ປະຕິບັດຕາມຄຳສັ່ງຈັບກຸມຕົວ ທ້າວ ກວ້າງ ແບບກະທັນຫັນ ວ່າ:

ເມື່ອເບິ່ງຮູບໂສມພາຍນອກ ຜູ້ກ່ຽວແມ່ນເປັນຄົນຮູບຮ່າງໜ້າຕາດີ, ສູງຍາວ, ລີ້ນທີ່ຖືກຜູ້ຖືກເຄາະຮ້າຍກັດນັ້ນ ແມ່ນໄດ້ຮັບການຫຍິບເກືອບ 10 ເຂັມ ເຮັດໃຫ້ພະນັກງານທີ່ເຂົ້າຈັບຕົວຜູ້ກ່ຽວຕື່ນຕົກໃຈ ແລະ ບໍ່ໜ້າເຊື່ອວ່າ ຜູ້ກ່ຽວຈະຍັງສາມາດສືບຕໍ່ທຳຮ້າຍຜູ້ຖືກເສຍຫາຍໄດ້.

ສ່ວນຜູ້ກ່ຽວ ເບິ່ງແລ້ວແມ່ນບໍ່ມີລັກສະນະວ່າ ຈະມີຄວາມຢ້ານກົວພໍໜ້ອຍ, ຜູ້ກ່ຽວຍັງມີຄວາມມ່ວນໃຈເລົ່າທຸກເຫດການຄືນໄດ້ ແຕ່ສຽງເວົ້າອ່າວຟັງຍາກແດ່ ເພາະລິ້ນຂອງຜູ້ກ່ຽວຍັງໄດ້ຮັບບາດເຈັບຢູ່.

ຜູ້ທີ່ຖືກເຄາະຮ້າຍໃນຄະດີດັ່ງກ່າວນີ້ ແມ່ນ ນາງ H ອາຍຸ 25 ປີ, ນາງແມ່ນຍັງບໍ່ທັນມີອາລົມເປັນປົກກະຕິ ເພາະຍັງກັງວົນກັບເຫດການທີ່ເກີດຂຶ້ນກັບຕົນເອງ ແລະ ຫຼັງຈາກທີ່ຮຽນຈົບວິທະຍາໄລນາງ H ກໍໄດ້ໄປເຮັດວຽກກັ ບໍລິສັດເອກະຊົນ ຫຼາຍແຫ່ງມາແລ້ວ.

ສັງຄົມສະໄໝນີ້ຢູ່ຢາກ ຖ້າບໍ່ລະວັງຕົວ ທ່ານອາດຕົກເປັນເຫຍື່ອໄດ້ທຸກເມື່ອ
ສັງຄົມສະໄໝນີ້ຢູ່ຢາກ ຖ້າບໍ່ລະວັງຕົວ ທ່ານອາດຕົກເປັນເຫຍື່ອໄດ້ທຸກເມື່ອ

ນາງ H ໃຫ້ຮູ້ວ່າ:

ບັນດາບໍລິສັດທີ່ຕົນໄດ້ເຄີຍເຂົ້າເຮັດວຽກ ລ້ວນແຕ່ເປັນບໍລິສັດນ້ອຍ ເຊິ່ງມີສະຖານທີ່ຕັ້ງແມ່ນ ເຂດບ້ານຈັດສັນ ຫຼື ເຮືຶອນເຊົ່າ, ຫ້ອງການເຮັດວຽກແມ່ນງ່າຍໆ, ມີໂຕະເຮັດວຽກບໍ່ເທົ່າໃດໜ່ວຍ ແຕກຕ່າງກັບບັນດາບໍລິສັດໃຫຍ່ ເພາະສະນັ້ນເມື່ອໄດ້ຮັບການແນະນໍາຈາກ ທ້າວ ກວ້າງ ໂດຍການເຂົ້າໄປທີ່ຫ້ອງເຊົ່າຂອງຜູ້ກ່ຽວ ທີ່ເຂດຖະໜົນເຈິ່ນບິ່ງ ຄຸ້ມມາຍຢິກ ເຂດເກົ່າເຢີຍ ເພື່ອທົດລອງເຮັດວຽກ; ເມື່ອໄປຮອດຫ້ອງຂອງຜູ້ກ່ຽວ ປະກົດເຫັນໃນຫ້ອງມີໂຕະຄອມພິວເຕີໜຶ່ງຊຸດ, ເຄື່ອງປິນເຕີ ແລະ ໂທລະສັບໜຶ່ງຊຸດ. ດັ່ງນັ້ນ, ນາງ H ຈຶ່ງບໍ່ໄດ້ຄິດວ່າ ຈະມີຫຍັງເກີດຂຶ້ນກັບຕົນເອງ.

ເຫດການດັ່ງກ່າວ ແມ່ນໄດ້ເລີ່ມຕົ້ນຈາກ ນາງ H, ເຊິ່ງໃນວັນທີ 27 ມີນາ 2017 ນາງ H ໄດ້ລົງຂ່າວເທິງອິນເຕີເນັດວ່າ: ຢາກມີວຽກເຮັດ, ໜ້າວຽກແມ່ນບັນຊີການເງິນ.

ນາງ H ເວົ້າຕື່ມວ່າ:

ປັດຈຸບັນ, ການຊອກວຽກເຮັດ ແມ່ນຜ່ານສື່ອອນລາຍເປັນສ່ວນຫຼາຍ. ດັ່ງນັ້ນ, ຖ້າຫາກມີຄົນທີ່ຕ້ອງການ ແມ່ນຕ້ອງຕິດຕໍ່ກັບມາຫາຕົນເອງ ໂດຍທີ່ບໍ່ຈໍາເປັນຈະໄປຂໍສະໝັກວຽກທີ່ຫ້ອງການແບບໂດຍກົງ.

ມາຮອດວັນທີ 4 ເມສາ 2017, ນາງ H ໄດ້ຮັບໂທລະສັບຂອງ ທ້າວ ຈູເຖກວ້າງ ຜູ້ກ່ຽວໄດ້ແນະນໍາຕົວເອງວ່າ ແມ່ນນາຍໜ້າຮັບພະນັກງານເຂົ້າເຮັດວຽກ ແລະ ຜູ້ກ່ຽວກໍໄດ້ນັດໃຫ້ ນາງ H ເຂົ້າສໍາພາດ ແຕ່ຍ້ອນເວລານັ້ນ ນາງ H ບໍ່ສະບາຍ ຈຶ່ງບໍ່ສາມາດມາພົບໄດ້ຕາມນັດໝາຍ.

ທ້າວ ກວ້າງ ແມ່ນເຮັດວຽກໃຫ້ບໍລິສັດກໍ່ສ້າງແຫ່ງໜຶ່ງ ໃນນະຄອນຫຼວງຮ່າໂນ້ຍ, ເປັນຜູ້ຮັບເອົາພະນັກງານກໍາມະກອນເຂົ້າເຮັດວຽກແທ້, ແຕ່ຄວາມຈິງແລ້ວ ການຊອກຄົນເຂົ້າເຮັດວຽກຂອງຜູ້ກ່ຽວ ກໍເປັນພຽງວຽກເອກະລາດ, ຜູ້ກ່ຽວແມ່ນໄດ້ດຳລົງຊີວິດຢູ່ຮ່ວມກັບ ແຟນສາວອີກຄົນໜຶ່ງ ທີ່ເຮັດວຽກຄຸ້ມຄອງໃຫ້ບັນດາໂຄງການກໍ່ສ້າງ ແລະ ທັງສອງໄດ້ເຊົ່າຫ້ອງຢູ່ນຳກັນແບບຜົວ-ເມຍ ໄດ້ 2 ປີແລ້ວ ເຊິ່ງພວກເຂົາແມ່ນເປັນຮ້າງມາພົບກັນ.

ຕາມການໃຫ້ຮູ້ຂອງແຟນສາວຂອງ ທ້າວ ກວ້າງ ໃຫ້ຮູ້ວ່າ:

ກ່ອນໜ້າວັນເກີດເຫດການນີ້ບໍ່ເທົ່າໃດມື້, ຕົນ ແລະ ທ້າວ ກວ້າງ ເກີດການຜິດຖຽງກັນກ່ຽວກັບໜ້າວຽກ, ຕົນຈຶ່ງໄດ້ໜີອອກຈາກບ້ານ ແລ້ວຫາຊອກເຊົ່າເຮືອນພັກ ໃນເຂດໃກ້ຄຽງນັ້ນຢູ່ຊົ່ວຄາວ ແຕ່ປິດລັບບໍ່ໃຫ້ ທ້າວ ກວ້າງ ຮູ້, ໃນຂະນະທີ່ຕົນໜີອອກຈາກເຮືອນນີ້ ທ້າວ ກວ້າງ ແມ່ນໄດ້ໂທລະສັບ ແລະ ສົ່ງຂໍ້ຄວາມຫາຫຼາຍຄັ້ງ ແຕ່ຕົນກໍບໍ່ຍອມກັບໄປຫ້ອງດັ່ງກ່າວ.

ສະຖານທີ່ເກີດເຫດ
ສະຖານທີ່ເກີດເຫດ

ມາຮອດຕອນທ່ຽງ ວັນທີ 17 ເມສາ 2017, ທ້າວ ກວ້າງ ໄດ້ນຶກເຖິງວ່າ ມີ ນາງ H ຄົນທີ່ກຳລັງຕ້ອງການວຽກເຮັດ ທີ່ຕົນໄດ້ເຫັນຂໍ້ຄວາມເທິງສື່ອິນເຕີເນັດ, ທ້າວ ກວ້າງ ຈຶ່ງໄດ້ໂທລະສັບຫາ ນາງ H ຕາມເບີທີ່ນາງລົງໄວ້ນັ້ນ ແລະ ແຊັດຫານາງຜ່ານສື່ແອັບຊາໂລ, ທ້າວ ກວ້າງ ໄດ້ນັດພົບ ນາງ H ທີ່ຮ້ານກາເຟແຫ່ງໜຶ່ງ ເທິງຖະໜົນເລືອງເຖວິ້ງ ເພື່ອສຳພາດ ແລະ ໄດ້ຮັບການຕົກລົງຈາກ ນາງ H.

ຮອດເວລາ 13:00 ໂມງ ຂອງວັນດຽວກັນ, ນາງ H ໄດ້ອອກມາພົບ ທ້າວ ກວ້າງ ຕາມນັດ ໂດຍໄດ້ຈັບເອກະສານຂໍເຂົ້າເຮັດວຽກອອກມານຳ. ຫຼັງຈາກທີ່ ທ້າວ ກວ້າງ ເບິ່ງເອກະສານທັງໝົດ, ຜູ້ກ່ຽວໄດ້ແນະນຳຕົນຕື່ມອີກວ່າ ຕົນເອງກຳລັງຮັບຜິດຊອບໂຄງການກໍ່ສ້າງໜຶ່ງ ແລະ ກຳລັງຕ້ອງການຄົນຄື ນາງ H ໄປເປັນຜູ້ເຮັດວຽກຕິດຕາມ, ຄຸ້ມຄອງ ແລະ ເບີກຈ່າຍຄ່າແຮງງານໃຫ້ກັບກຳມະກອນ ໃນແຕ່ລະມື້.

( ຕິດຕາມຕອນຕໍ່ໄປ… )