ເພື່ອເຮັດໃຫ້ ນາງ H ເຊື່ອ, ທ້າວ ກວ້າງ ຈຶ່ງຫາວິທີຕົວະ ໂດຍອ້າງວ່າ: ທາງບໍລິສັດທີ່ຈະຮັບເອົາເຂົ້າເຮັດວຽກນັ້ນເຄັ່ງຄັດຫຼາຍ. ສະນັ້ນ, ນາງ H ເປັນຄົນໃໝ່ ແມ່ນຕ້ອງມີບັດພະນັກງານ, ຈຶ່ງຕ້ອງໄດ້ນັດໄປຮ້ານເພື່ອສໍາພາດຕື່ມ; ຫຼັງຈາກທີ່ໄດ້ຮັບບັດແລ້ວ ທ້າວ ກວ້າງ ຈະແນະນຳໄປທີ່ບ່ອນເຮັດວຽກຕົວຈິງ. ເມື່ອໄດ້ຍິນ ທ້າວ ກວ້າງ ເວົ້າແນວນັ້ນ ນາງ H ກໍດີໃຈ ແລະ ມີຄວາມຫວັງວ່າ ວຽກທີ່ຕົນຕ້ອງການເຮັດເບິ່ງຄືວ່າ ສົມຫວັງແລ້ວ.

ຕໍ່ມາ ປະມານ 7:00 ໂມງ ຂອງວັນທີ 18 ເມສາ 2017, ທ້າວ ກວ້າງ ໄດ້ສົ່ງຂໍ້ຄວາມເຖິງ ນາງ H ໃຫ້ອອກມາຫ້ອງການຂອງບໍລິສັດທີ່ເຮືອນເລກທີ 58 ເຈິ່ນບິ່ງ ຄຸ້ມມາຍຢິກ ເຂດເກົ່າເຢີຍ ເພື່ອປະກອບເອກະສານເຮັດບັດພະນັກງານ. ຕາມການແນະນຳຂອງ ທ້າວ ກວ້າງ, ນາງ H ຈຶ່ງໄດ້ຂີ່ລົດຈັກອອກໄປຫາ ທ້າວ ກວ້າງ ຕາມສະຖານທີ່ບອກໄວ້ ໂດຍໄປຄົນດຽວ ແລະ ທ້າວ ກວ້າງ ກໍອອກມາຮັບເອົາຢູ່ປາກຮ່ອມເຂົ້າ, ຈາກນັ້ນໄດ້ແນະນຳໃຫ້ຂຶ້ນໄປທີ່ຫ້ອງເຊົ່າຂອງຜູ້ກ່ຽວ ທີ່ຊັ້ນ 3.

ເມື່ອຂຶ້ນເມືອຮອດເທິງຫ້ອງ, ທ້າວ ກວ້າງ ໄດ້ແນະນຳໃຫ້ ນາງ H ນັ່ງລົງທີ່ໜ້າໂຕະຄອມພິວເຕີ ເພື່ອຜູ້ກ່ຽວຈະແນະນຳວິທີປະກອບເອກະສານ, ເມື່ອແນມເບິ່ງເທິງຫ້ອງເປັນຫ້ອງນອນ ນາງ H ກໍມີຄວາມຄິດຢ້ານກົວ ແຕ່ກໍຕ້ອງໄດ້ທຳໃຈ. ນາງ H ຕັດສິນໃຈລຸກ ແລະ ຈະອອກຈາກໂຕະເຮັດວຽກດັ່ງກ່າວ ແຕ່ ທ້າວ ກວ້າງ ພັດມາຍູ້ໄວ້ໃຫ້ນັ່ງຢູ່ບ່ອນນັ້ນ ຫ້າມລຸກໄປໃສ. ຈາກນັ້ນ, ທ້າວ ກວ້າງ ໄດ້ເຮັດທຳທ່າລົມໂທລະສັບກັບໃຜຄົນໜຶ່ງ ແລະ ໄປ-ມາໃນຫ້ອງ.

ທ້າວ ກວ້າງ ໄດ້ຮ້ອງບອກ ນາງ H ວ່າ:

ໃຫ້ເປີດຄອມຖ້າໂລດ, ດຽວຕົນເຮັດວຽກແລ້ວ ຈຶ່ງຊິໄປແນະນຳວິທີເຮັດ ແລະ ສວຍໂອກາດຕອນທີ່ ນາງ H ນັ່ງປິ່ນຫຼັງຢູ່ນັ້ນ ທ້າວ ກວ້າງ ໄດ້ໃສ່ໄລກອນປະຕູຫ້ອງຢ່າງໄວວາ ແລ້ວຜູ້ກ່ຽວຍ່າງກັບມາອຸ້ມເອົາ ນາງ H ເຂົ້າໄປໃນຫ້ອງນອນທັນທີ, ເມື່ອເຫັນເປັນແນວນັ້ນ ນາງ H ຕົກໃຈ ຈຶ່ງພະຍາຍາມຈົກເອົາໂທລະສັບມາໂທຫາຄົນຮັກແພງ ແຕ່ຖືກ ທ້າວ ກວ້າງ ເຕະໂທລະສັບອອກຈາກມືຂອງ ນາງ H ຕົກເຫ່ຍໄປ.

ນາງ H ແນມເຫັນປະຕູປ່ອງຢ້ຽມ ກໍພະຍາຍາມແລ່ນໄປດຶງໄລກອນປ່ອງຢ້ຽມ ຮ້ອງໃຫ້ຄົນມາຊ່ວຍ, ເມື່ອເຫັນແນວນັ້ນ ທ້າວ ກວ້າງ ຈຶ່ງໄດ້ດຶງແຂນອອກມາແລ້ວໃຊ້ກຳລັງທຸບຕີນາງ ແລ້ວລາກຂຶ້ນບ່ອນນອນຂອງຕົນອີກຄັ້ງ ກ່ອນລວນລາມຫວັງຂົ່ມຂືນ; ໃນຂະນະທີ່ກຳລັງລ່ວງເກີນຜູ້ເສຍຫາຍຢູ່ນັ້ນ ແມ່ນຖືກ ນາງ H ກັດລີ້ນຂອງຜູ້ກ່ຽວເກືອບຂາດເຄິ່ງ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ ທ້າວ ກວ້າງ ໃຈຮ້າຍຂຶ້ນຈົນເຖິງຂັ້ນໃຊ້ມືບີບຄໍ ນາງ H ເພື່ອໃຫ້ນາງປ່ອຍການກັດລີ້ນຂອງຕົນ, ຜູ້ກ່ຽວຈຶ່ງໄດ້ຮັບບາດເຈັບທີ່ລີ້ນ.

ເຖິງເປັນຢ່າງນັ້ນກໍຕາມ, ທ້າວ ກວ້າງ ກໍຍັງບໍ່ປ່ອຍປະຄວາມຄິດທີ່ຢາກຂົ່ມຂືນ ນາງ H, ເບິ່ງແລ້ວຄືດັ່ງຜູ້ກ່ຽວເປັນສັດທີ່ຫີວເຫຍື່ອ. ດັ່ງນັ້ນ, ຈຶ່ງໄດ້ໃຊ້ກຳລັງບັງຄັບຜູ້ເສຍຫາຍ ໂດຍການກຸມມັດແຂນ ນາງ H, ຈາກນັ້ນ ຜູ້ກ່ຽວໄດ້ແລ່ນໄປທີ່ເຮືອນຄົວຈັບເອົາມີດປາຍແຫຼມອອກມາ ແລ້ວຕີໃສ່ແກ້ມຂອງນາງ ພ້ອມທັງຂູ່ວ່າ ໃຫ້ນອນຢູ່ເສີຍໆ, ຫ້າມມີສຽງດັງອີກ ຖ້າບໍ່ດັ່ງນັ້ນຈະຂ້າໃຫ້ຕາຍ.

ຫຼັງຈາກທີ່ ທ້າວ ກວ້າງ ໄດ້ປະຕິບັດສຳເລັດຕາມໃຈຫວັງແລ້ວ, ຜູ້ກ່ຽວຍັງສືບຕໍ່ຈັບມີດບັງຄັບໃຫ້ ນາງ H ໄປທີ່ຫ້ອງນໍ້າ ເພື່ອໃຫ້ລ້າງເລືອດທີ່ຕິດຢູ່ໃບໜ້າ ຍ້ອນລີ້ນທີ່ຖືກກັດ ພ້ອມທັງນຸ່ງເຄື່ອງ. ເທົ່ານັ້ນຍັງບໍ່ພໍ, ຜູ້ກ່ຽວຍັງໄດ້ຂົ່ມຂູ່ວ່າ ຫ້າມເລົ່າເລື່ອງນີ້ໃຫ້ຜູ້ອື່ນຟັງເດັດຂາດ ຖ້າບໍ່ດັ່ງນັ້ນຈະຂ້າໃຫ້ຕາຍ ແລະ ດ້ວຍຄວາມຢ້ານ ທີ່ເມື່ອ ນາງ H ອອກຈາກຫ້ອງເຊົ່າຂອງຕົນແລ້ວ ຈະຮ້ອງຄົນອື່ນຊ່ວຍເຫຼືອ ດັ່ງນັ້ນຜູ້ກ່ຽວຈຶ່ງໄດ້ອອກໄປສົ່ງ ນາງ H ເຖິງປາກຮ່ອມທາງເຂົ້າ.

ສວຍໂອກາດຕອນທີ່ ນາງ H ນັ່ງປິ່ນຫຼັງຢູ່ນັ້ນ ທ້າວ ກວ້າງ ໄດ້ໃສ່ໄລກອນປະຕູຫ້ອງຢ່າງໄວວາ ແລ້ວຜູ້ກ່ຽວຍ່າງກັບມາອຸ້ມເອົາ ນາງ H ເຂົ້າໄປໃນຫ້ອງນອນທັນທີ
ສວຍໂອກາດຕອນທີ່ ນາງ H ນັ່ງປິ່ນຫຼັງຢູ່ນັ້ນ ທ້າວ ກວ້າງ ໄດ້ໃສ່ໄລກອນປະຕູຫ້ອງຢ່າງໄວວາ ແລ້ວຜູ້ກ່ຽວຍ່າງກັບມາອຸ້ມເອົາ ນາງ H ເຂົ້າໄປໃນຫ້ອງນອນທັນທີ

ຫຼັງຈາກທີ່ ນາງ H ໜີອອກຫວິດສະຖານທີ່ດັ່ງກ່າວ, ຜູ້ກ່ຽວແມ່ນກະວົນກະວາຍບໍ່ຮູ້ທາງອອກ ວ່າຈະຈັດການກັບລີ້ນຕົນເອງຄືແນວໃດ ແລະ ຜູ້ກ່ຽວກໍຄິດອອກ ໂດຍຫາວິທີອ່ອຍໃຫ້ຜູ້ເປັນແຟນທີ່ໜີອອກເຮືອນໄປ ກ່ອນໜ້ານີ້ກັບມາຊ່ວຍ ຈຶ່ງໄດ້ໃຊ້ໂທລະສັບຖ່າຍຮູບລີ້ນຂອງຕົນສົ່ງໃຫ້ແຟນຜ່ານແອັບຊາໂລ, ພ້ອມທັງຂຽນຂໍ້ຄວາມວ່າ:

ຍ້ອນເຈົ້າໜີຈາກຂ້ອຍໄປ ຈຶ່ງໄດ້ພະຍາຍາມຂ້າຕົວຕາຍດ້ວຍການກັດລ້ີນຕົນເອງ, ຖ້າຫາກບໍ່ກັບມາຫ້ອງດຽວນີ້ ແມ່ນຈະຫາວິທີອື່ນຂ້າຕົວຕາຍ

ເມື່ອຮູ້ຂ່າວແນວນັ້ນ, ຍິງທີ່ເປັນແຟນຂອງຜູ້ກ່ຽວ ກໍຟ້າວກັບຫ້ອງເຊົ່າຢ່າງຮີບດ່ວນ ແລະ ຊ່ວຍເຫຼືອພາຜູ້ກ່ຽວໄປໂຮງໝໍ ເພື່ອເຮັດການຫຍິບລີ້ນໂດຍດ່ວນ.

ຕໍ່ກັບຜູ້ເສຍຫາຍ, ຫຼັງຈາກທີ່ທຳໃຈໄດ້ແລ້ວ ຮອດເວລາປະມານ 14:00ໂມງ ຂອງວັນດຽວກັນ ຜູ້ກ່ຽວໄດ້ໄປທີ່ສຳນັກງານຕຳຫຼວດ ກຸ່ມເກົ່າເຢີຍ ແຈ້ງຄວາມກັບເຈົ້າໜ້າທີ່ ເລົ່າເຫດການທີ່ເກີດຂຶ້ນກັບເຈົ້າໜ້າທີ່, ພະນັກງານຕຳຫຼວດທີ່ກ່ຽວຂ້ອງ ຈຶ່ງໄດ້ລາຍງານກັບ ຜູ້ບັງຄັບບັນຊາ ເພື່ອຂໍຄຳເຫັນ ແລະ ຊີ້ນຳ.

( ຕິດຕາມຕອນຕໍ່ໄປ… )