ນັກວິໄຈມະຫາວິທະຍາໄລຮົ່ງກົງ ໄດ້ຄົ້ນພົບຄຸນປະໂຫຍດຂອງຫົວຫອມບົ່ວ, ເຊິ່ງເປັນພືດຜັກ ແລະ ເຄື່ອງປຸງອາຫານໃນຫຼາຍໆປະເທດ. ນອກຈາກນຳມາປະກອບອາຫານໃຫ້ມີກີນຫອມ ແລະ ລົດຊາດແຊບແລ້ວຫົວຫອມບົ່ວ, ຍັງຊ່ວຍປ້ອງກັນການເກີດພະຍາດມະເຮັງ ຫົວໃຈໄດ້ດີ ໂດຍຊ່ວຍກຳຈັດໄຂມັນທີ່ເປັນສາ ເຫດເຮັດໃຫ້ຫົວໃຈວາຍ ແລະ ເປັນອຳມະພາດ.

ຫົວຫອມບົ່ວ

ທ່ານ ເຊິນຍູ ເຊັນ ຫົວໜ້ານັກວິໄຈ ກ່າວ ວ່າ: ເຖິງແມ່ນວ່າມີການວິໄຈຫົວຫອມບົ່ວຢ່າງກ້ວາງຂວາງແຕ່ກໍຍັງບໍ່ຮູ້ວ່າມັນກ່ຽວຂ້ອງກັບຮໍໂມນ ແລະ ມີບົດບາດໃນການຊ່ວຍຍ່ອຍອາ ຫານໃນຮ່າງກາຍ, ການສຶກສາຄັ້ງນີ້ຖືເປັນການສຶກສາທີ່ກ່ຽວກັບພັນຂອງຫົວຫອມບົ່ວ. ນັກວິໄຈໄດ້ສຶກສາໂດຍການປ້ອນໜູທີ່ຖືກລ້ຽງດ້ວຍອາຫານທີ່ມີຄໍເລັສາຕີຮອນ ບໍ່ປ່ຽນແປງ.

ຫົວຫອມບົ່ວ

ຫົວໜ້ານັກວິໄຈ ກ່າວອີກວ່າ: ຜົນຂອງ ການສຶກສາໄດ້ສະໜັບສະໜູນຂໍ້ອ້າງທີ່ວ່າ: ການກິນຫົວຫອມບົ່ວເປັນປະຈຳຈະຊ່ວຍຫຼຸດອັນຕະລາຍການເກີດເປັນພະຍາດຫົວໃຈ ແລະ ຫຼຸດ ການເກີດເສັ້ນເລືອດຫົວໃຈອຸດຕັນໄດ້ດີ.