ຫຼາຍຄົນມັກກິນຂອງດອງ ເຊັ່ນ: ໝາກມ່ວງ, ໝາກຂາມ, ໝາກຍົມ, ໝາກຕ້ອງ ແລະ ໝາກໄມ້ຊະນິດອື່ນໆທີ່ມີຂາຍຢູ່ຕາມລໍ້ໝາກສົ້ມ ແລະ ຕາມທ້ອງຕະຫຼາດທົ່ວໄປ, ແຕ່ໝາກໄມ້ດອງເຫຼົ່ານີ້ລ້ວນແລ້ວແຕ່ມີຜົນອັນຕະລາຍ.

ອັນຕະລາຍຈາກໝາກຂາມດອງ

ເພາະວ່າບີນ້ຳຕານເປັນສານທີ່ຊ່ວຍເພີ່ມຄວາມຫວານ, ເຊິ່ງເຮັດໃຫ້ເກີດຄວາມຫວານຫຼາຍກວ່ານ້ຳຕານເຖິງ 300 ເທົ່າ ແລະ ທີ່ສຳຄັນລາຄາກໍຖືກກວ່ານ້ຳຕານທົ່ວໄປ. ດັ່ງນັ້ນ, ບັນດາພໍ່ຄ້າຊາວຂາຍບາງຄົນຈຶ່ງນິຍົມກັນນຳມາດອງໃສ່ໃນໝາກໄມ້, ຈຶ່ງສ່ຽງຕໍ່ການເກີດພະຍາດມະເຮັງໃນກະເພາະປັດສະວະໄດ້ ຖ້າຫາກສານເຫຼົ່ານີ້ເຂົ້າໄປໃນຮ່າງກາຍຫຼາຍ. ສະນັ້ນ, ຄວນຫຼີກລ່ຽງອາຫານປະເພດດອງ ແລະ ໝາກໄມ້ດອງທັງຫຼາຍ ແລ້ວປ່ຽນກິນຜັກສົດ, ໝາກໄມ້ສົດ ເພື່ອສຸຂະພາບທີ່ດີຂອງຮ່າງກາຍທ່ານ.

ອັນຕະລາຍຈາກໝາກຍົມດອງ