ສຳເລັດການເຜີຍແຜ່ລະບຽບຈະລາຈອນຕາມສະຖະບັນ ແລະ ໂຮງຮຽນທົ່ວແຂວງແຂວງອຸດົມໄຊ

0
476

ເລີ່ມແຕ່ຕົ້ນເດືອນມັງກອນ-ເດືອນມິຖຸນາ 2019 ນີ້ ພະແນກໂຍທາທິການ ແລະ ຂົນສົ່ງ ຮ່ວມກັບພະແນກຕຳຫຼວດຈະລາຈອນ ໄດ້ສຳເລັດການເຜີຍແຜ່ກົດລະບຽບການການສັນຈອນທາງບົກຢູ່ຕາມສະຖາບັນ ແລະ ໂຮງຮຽນ ມສ ທົ່ວແຂວງອຸດົມໄຊ ໄດ້ສໍາເລັດຕາມລະດັບຄາດໝາຍ.

ສຳເລັດການເຜີຍແຜ່ກົດລະບຽບການການສັນຈອນທາງບົກຢູ່ຕາມສະຖາບັນ ແລະ ໂຮງຮຽນ ມສ ທົ່ວແຂວງອຸດົມໄຊ

ທ່ານ ແກ້ວມະນີ ໄຊເຮືອງສີ ຫົວໜ້າຄະນະທີມງານໂຄສະນາ ໄດ້ໃຫ້ຮູ້ວ່າ: ເປົ້າໝາຍຕົ້ນຕໍທີ່ຄະນະຮັບຜິດຊອບໄດ້ລົງເຄື່ອນໄຫວວຽກງານຄັ້ງນີ້ ເພື່ອເປັນການຍົກສູງສະຕິເຄົາລົບລະ
ບຽບກົດຈະລາຈອນ ຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນ, ສະເພາະຢູ່ຕາມສະຖາບັນ, ໂຮງຮຽນ ເທດສະບານແຂວງ ແລະ ບັນດາເມືອງ ເພື່ອເຮັດໃຫ້ນ້ອງ ນັກຮຽນກຳໄດ້ລະບຽບຫຼັກການ, ວິທີການ ແລະ ມາດຕະການຕ່າງໆທີ່ພົວພັນຕໍ່ການ ໃຊ້ລົດ-ໃຊ້ຖະໜົນ ໃຫ້ມີຄວາມຮັບປະກັນ ແລະ ປອດໄພຂຶ້ນ ໂດຍສະເພາະຢູ່ແຂວງອຸດົມໄຊ ໄດ້ມີການປ່ຽນແປງ ຈຳນວນພາຫະນະທີ່ແລ່ນຕາມທ້ອງຖະໜົນເພີ່ມຂຶ້ນຢ່າງໄວວາ ໃນປີ 2018 ຜ່ານມາ ຈຳນວນພາຫະນະທີ່ຂຶ້ນທະບຽນ ມີ 48.911 ຄັນ, ລົດຈັກ ມີ 40. 465 ຄັນ, ກວມເອົາ 82.73% ໃນແຕ່ລະປີ ມີຈໍານວນພາຫະນະເພີ່ມຂຶ້ນ 12- 15% ແລະ ສະເລ່ຍໃນແຕ່ລະມື້ມີອຸ ບັດຕິເຫດເກີດຂຶ້ນຈໍານວນຫຼາຍ.

ສຳເລັດການເຜີຍແຜ່ກົດລະບຽບການການສັນຈອນທາງບົກຢູ່ຕາມສະຖາບັນ ແລະ ໂຮງຮຽນ ມສ ທົ່ວແຂວງອຸດົມໄຊ

ການເກີດອຸບັດຕິເຫດໃນແຕ່ລະຄັ້ງ ມັນໄດ້ສ້າງຄວາມເສຍຫາຍ, ດ້ານວັດຖຸ, ຊັບສິນ, ສຸຂະພາບ ແລະ ຊີວິດ ເຊິ່ງໄດ້ກາຍເປັນປະກົດການຫຍໍ້ທໍ້, ມີຜົນກະທົບຕໍ່ການສ້າງສາພັດທະນາ ແລະ ຄວາມບໍ່ສະຫງົບສຸກຂອງບ້ານເມືອງ. ການລົງໂຄສະນາເຜີຍແຜ່ຢູ່ແຕ່ລະຈຸດທາງຄະນະທີມງານໄດ້ນຳເອົາກົດໝາຍວ່າດ້ວຍການສັນຈອນທາງບົກ ດໍາລັດ
ວ່າດ້ວຍການສັນຈອນຕາມທ້ອງຖະໜົນຫຼວງ, ດໍາລັດວ່າດ້ວຍການປັບໃໝຕໍ່ຜູ້ລະເມີດກົດລະບຽບການສັນຈອນທາງບົກ, ສ່ວນຫຼາຍແມ່ນເກີດຈາກນັກຂັບຂີ່ ແລະ ຜູ້ໃຊ້ລົດ-ໃຊ້ຖະໜົນ ບໍ່ປະຕິບັດລະບຽບກົດຈະລາຈອນ, ລະເມີດ, ປະໝາດ, ຂາດສະຕິເປັນຕົ້ນ.