ທ່ານ ແກ້ວວົງວຽນ ບຸດສາວົງ ຮອງປະທານສະພາ ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື
ທ່ານ ແກ້ວວົງວຽນ ບຸດສາວົງ ຮອງປະທານສະພາ ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື

ໃນວັນທີ 3 ມິຖຸນາ 2019, ທ່ານ ແກ້ວວົງວຽນ ບຸດສາວົງ ຮອງປະທານສະພາ ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື ໄດ້ລົງເຜີຍແຜ່ກົດໝາຍ ຢູ່ກອງບັນຊາການ ປກສ ແຂວງອັດຕະປື ເຊິ່ງມີ ພັທ ສີເວີນ ແກ້ວສີວົງສາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ຄະນະພັກ-ຄະນະຫ້ອງ ກອງພັນເຄື່ອນທີ່, ຄ້າຍຄຸມ-ຂັງດັດສ້າງ ຕະຫຼອດຮອດ ຄະນະພະແນກ ເຂົ້າຮ່ວມ.

ກົດໝາຍທີ່ນຳມາເຜີຍແຜ່ໃນຄັ້ງນີ້ ມີຄື:

ກົດໝາຍ ວ່າດ້ວຍ ສະພາແຫ່ງຊາດ, ກົດໝາຍ ວ່າດ້ວຍ ການແກ້ໄຂຄຳຮ້ອງທຸກ, ກົດໝາຍ ວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍ ວ່າດ້ວຍ ການຕິດຕາມກວດກາຂອງສະພາແຫ່ງຊາດ.

ເຊິ່ງທ່ານຮອງປະທານສະພາ ໄດ້ຍົກໃຫ້ເຫັນເຖິງສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແມ່ນເປັນອົງການແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ເປັນອົງການສູງສຸດແຫ່ງອຳນາດລັດ, ເປັນອົງການນິຕິບັນຍັດ, ປະຕິບັດພາລະບົດບາດຮັບຮອງເອົາ ລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການລັດ, ມີໜ້າທີ່ຄົ້ນຄວ້າພິຈາລະນາຄຳສະເໜີ, ຄຳຮ້ອງຟ້ອງ ແລະ ຄຳຮ້ອງຂໍຄວາມເປັນທຳຂອງພົນລະເມືອງ, ນິຕິບຸກຄົນ ຫຼື ການຈັດຕັ້ງມາພິຈາລະນາ ເພື່ອແກ້ໄຂ ໂດຍຜ່ານອົງການຈັດຕັ້ງທີ່ກ່ຽວຂ້ອງທຸກພາກສ່ວນ ຕາມພາລະບົດບາດຂອງຕົນ ຢ່າງຖືກຕ້ອງຕາມລະບຽບກົດໝາຍ.

ເຜີຍແຜ່ກົດໝາຍ ຢູ່ກອງບັນຊາການ ປກສ ແຂວງອັດຕະປື
ເຜີຍແຜ່ກົດໝາຍ ຢູ່ກອງບັນຊາການ ປກສ ແຂວງອັດຕະປື

ຈຸດປະສົງໃນການເຜີຍແຜ່ໃນຄັ້ງນີ້ ເພື່ອເຮັດໃຫ້ ຄະນະນຳພະນັກງານ-ນັກຮົບ ໃນກໍາລັງປ້ອງກັນຄວາມສະຫງົບ ແຂວງອັດຕະປື ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບໜ້າທີ່ ແລະ ພາລະບົດບາດຂອງ ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ເພື່ອນຳໄປໝູນໃຊ້ໃນໜ້າທີ່ວິຊາສະເພາະຂອງແຕ່ລະກົມກອງ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບການຂອງບ້ານເມືອງ.