ຂອງກາງຢາເສບຕິດ ປະເພດເຮໂຣອິນ ຈຳນວນ 895 ແທ່ງ
ຂອງກາງຢາເສບຕິດ ປະເພດເຮໂຣອິນ ຈຳນວນ 895 ແທ່ງ

ຕອນຄ່ຳຂອງວັນທີ 27 ມີນາ 2019 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ນະຄອນໂຮ່ຈິມິນ ສາມາດກວດພົບ ແລະ ຢຶດຂອງກາງຢາເສບຕິດ ປະເພດເຮໂຣອິນ ຈຳນວນ 895 ແທ່ງ ພ້ອມທັງຈັບຕົວເປົ້າໝາຍຂົນສົ່ງໃນຄັ້ງນີ້ໄດ້. ຢາເສບຕິດຈຳນວນດັ່ງກ່າວ ຖືກຊຸກເຊື່ອງໃນລົດແກ່ເຄື່ອງ ເຊິ່ງມີເປົ້າໝາຍ ຈາກເມືອງຖູດຶກ ມຸ່ງໜ້າໄປ ເມືອງຮັອກໂມນ.

ເມື່ອເຈົ້າໜ້າທີ່ ໄດ້ຮັບການລາຍງານວ່າ:

ມີລົດຖືກສົງໄສຄັນໜຶ່ງ ກຳລັງເຄື່ອນໄຫວ, ເຈົ້າໜ້າທີ່ຕຳຫຼວດປາບປາມຢາເສບຕິດ ຈຶ່ງຕັດສິນໃຈເຂົ້າສະກັດ ແລະ ກວດຄົ້ນລົດ ພົບເຫັນຢາເສບຕິດຈຳນວນດັ່ງກ່າວ ພ້ອມທັງຈັບຕົວເປົ້າໝາຍຂົນສົ່ງ ໄປດຳເນີນການສືບສວນຂະຫຍາຍຜົນ ແລະ ປະຕິບັດຕາມຂັ້ນຕອນຂອງກົດໝາຍ.

ເຊິ່ງເລີ່ມແຕ່ເວລາ 20:30 ໂມງ ຂອງວັນທີ 27 ມີນາ 2019, ກອງຕຳຫຼວດຈະລາຈອນ ເຂດອານເຊືອງ ເມືອງຮັອກໂມນ ໄດ້ພົບເຫັນລົດຖືກສົງໄສ ຈຶ່ງໄດ້ສົ່ງສັນຍານໃຫ້ຢຸດລົດ ເພື່ອກວດກາເອກະສານລົດ ໝາຍເລກທະບຽນ BKS 20C-166.23 ເຊິ່ງກຳລັງແລ່ນຕາມເສັ້ນທາງຫຼວງ ເລກທີ 22 ແລະ ມີທິດການເດີນທາງຈາກເຂດຖູດຶກ ໄປທີ່ ເຂດອານເຊືອງ ເມືອງຮັອກໂມນ.

ເມື່ອ ເຈົ້າໜ້າທີ່ຈຳຫຼວດຈະລາຈອນ ໄດ້ອອກຄຳສັ່ງໃຫ້ຢຸດລົດ ເພື່ອກວດກາເອກະສານ, ໃນຂະນະທີ່ ເຈົ້າໜ້າທີ່ ກຳລັງຂໍກວດເອກະສານ ມີເປົ້າໝາຍທີ່ມານຳເຊິ່ງນັ່ງໃນລົດ ສະເໜີເອົາເງິນໃຫ້ ພະນັກງານຕຳຫຼວດຈະລາຈອນ ເພື່ອຂໍຜ່ານດ່ານກວດ ແຕ່ຖືກເຈົ້າໜ້າທີ່ປະຕິເສດ ແລະ ສະເໜີໃຫ້ເອົາເອກະສານເຄື່ອງທັງໝົດມາແຈ້ງ ລວມທັງເອກະສານລົດ ແລະ ເມື່ອເຫັນແນວນັ້ນ ເປົ້າໝາຍທັງສອງຄົນດັ່ງກ່າວ ຈຶ່ງຟ້າວເອົາຕົວຫຼົບໜີ; ໃນຂະນະນັ້ນ, ເຈົ້າໜ້າທີ່ໜ່ວຍລາດຕະເວນກວດກາ ກອງບັນຊາການເມືອງ ຈຶ່ງເຂົ້າມາປະສານສົມທົບກັບ ເຈົ້າໜ້າທີ່ຈະລາຈອນ ນຳຈັບຕົວພວກກ່ຽວໄດ້ທັນເວລາ.

ຜ່ານການກວດກາລົດຄັນດັ່ງກ່າວ, ເຈົ້າໜ້າທີ່ ກວດພົບວ່າ:

ມີ 5 ແກັດ ທີ່ບັນຈຸຜົງຢາເສບຕິດ ປະເພດເຮໂຣອິນ ໃຊ້ສະກັອດຄຽນຢ່າງລະອຽດ ແລະ ເມື່ອກວດກາໃນແກັດ ຈຶ່ງພົບເຫັນ ເຮໂຣອິນ ຈຳນວນ 895 ແທ່ງ.

ຜ່ານການສອບສວນໃນເບື້ອງຕົ້ນ, ພວກກ່ຽວຮັບສາລະພາບ ວ່າ: ກຳລັງຈະສົ່ງຢາເສບຕິດຈຳນວນດັ່ງກ່າວ ໃຫ້ກັບອີກເປົ້າໝາຍ ທີ່ເມືອງຮັອກໂມນ.

ໃນຂະບວນການຄ້າຢາເສບຕິດລາຍນີ້ ລວມມີ 2 ເປົ້າໝາຍທີ່ຖືກຈັບຕົວ ເຊິ່ງມີ:

ທ້າວ ຈອນຢອງຈູ ອາຍຸ 33 ປີ ສັນຊາດໄຕ້ຫວັນ ແລະ ທ້າວ ຫງວຽນ ດິ່ງຮົ່ງ ສັນຊາດຫວຽດນາມ ເຊິ່ງເປັນຜູ້ຂັບລົດ, ສ່ວນ ທ້າວ ຈອນຢອງຈູ ຍັງສາລະພາບຕື່ມອີກວ່າ: ໄດ້ເຊົ່າສະຖານທີ່ແຫ່ງໜຶ່ງ ທີ່ເຂດຕາແສງຢີອານ ເພື່ອເຮັດສາງເກັບຢາເສບຕິດ.

ໃນຕອນແລງ ວັນທີ 28 ມີນາ 2019, ອົງການສືບສວນ-ສອບສວນ ກ່ຽວກັບ ຢາເສບຕິດ ໄດ້ສົມທົບກັບ ກອງບັນຊາການ ແຂວງບິ່ງເຢື້ອງ ເພື່ອດຳເນີນການເຂົ້າກວດກາສະຖານທີ່ພັກເຊົາ ເຊິ່ງສົງໄສວ່າ ພວກກ່ຽວຈະເກັບຢາເສບຕິດໄວ້ອີກຈຳນວນຫຼາຍ; ຜ່ານການເຂົ້າກວດຄົ້ນ, ເຈົ້າໜ້າທີ່ ບໍ່ພົບເຫັນຢາເສບຕິດເພີ່ມ ແຕ່ພົບເຫັນພຽງຖົງຢາງຈຳນວນຫຼາຍ, ເຊິ່ງສັນນິຖານວ່າ ພວກກ່ຽວຈະເອົາໄວ້ຫຸ້ມຫໍ່ຢາເສບຕິດ.

ຕາມການເລົ່າຂອງປະຊາຊົນທີ່ອາໄສຢູ່ໃກ້ເຮືອນຫຼັງດັ່ງກ່າວ ໃຫ້ຮູ້ວ່າ:

ເຮືອນຫຼັງດັ່ງກ່າວ ແມ່ນມີຄົນສັນຊາດໄຕ້ຫວັນ 2 ຄົນ ມາເຊົ່າໄວ້ແຕ່ຕົ້ນປີ 2019 ເຊິ່ງພວກເຂົາໄດ້ມາເຊົ່າເຮືອນ ແລະ ຈ່າຍເງິນຄ່າເຊົ່າໄວ້ໝົດປີເລີຍ. ປົກກະຕິແລ້ວ ຈະບໍ່ສາມາດສັງເກດເຫັນ 2 ຄົນ ທີ່ຢູ່ໃນເຮືອນນີ້ ວ່າເຮັດຫຍັງ ແລະ ມັກຈະເຫັນລົດຂົນສົ່ງເຄື່ອງແລ່ນເຂົ້າມາ ແລະ ກໍປິດປະຕູແບບສະນິດ ບໍ່ຮູ້ວ່າພວກເຂົາເຮັດຫຍັງຢູ່ໃນນັ້ນ.

ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນ, ເຈົ້າໜ້າທີ່ ຢືນຢັນວ່າ:

ໃນກຸ່ມເຄື່ອນໄຫວຄ້າຢາເສບຕິດດັ່ງກ່າວ ລວມມີກຸ່ມຂອງຄົນສັນຊາດໄຕ້ຫວັນ ຈຳນວນ 4 ຄົນ ເຊິ່ງພວກກ່ຽວໄດ້ເດີນທາງເຂົ້າມາ ຫວຽດນາມ ແລະ ລັກດຳເນີນທຸລະກິດ, ໂດຍມີການຊອກເຊົ່າສະຖານທີ່ ເພື່ອເຮັດເປັນສາງເກັບຢາເສບຕິດ ທີ່ພວກເຂົາຮັບມາຈາກສາຂາ ແລ້ວກຽມສົ່ງອອກໃຫ້ແຕ່ລະສາຂາຕໍ່ໄປ.

ທ້າວ ຫງວຽນ ດິ່ງຮົ່ງ ສັນຊາດຫວຽດນາມ ເປັນຜູ້ຂັບລົດ ຖືກຈັບກຸມໃນຂໍ້ຫາ ລັກລອບຂົນຢາເສບຕິດ ປະເພດຢາໄອສ໌
ທ້າວ ຫງວຽນ ດິ່ງຮົ່ງ ສັນຊາດຫວຽດນາມ ເປັນຜູ້ຂັບລົດ ຖືກຈັບກຸມໃນຂໍ້ຫາ ລັກລອບຂົນຢາເສບຕິດ ປະເພດຢາໄອສ໌

ພົຈວ ຟານແອງມິ້ງ ຮອງຫົວໜ້າກອງບັນຊາການຕຳຫຼວດ ນະຄອນໂຮ່ຈິມິນ ໄດ້ໃຫ້ຮູ້ຕື່ມວ່າ:

ກ່ອນໜ້ານີ້ 1 ເດືອນ, ກຸ່ມເຄື່ອນໄຫວດັ່ງກ່າວ ມີຮູບແບບການຂົນສົ່ງຢາເສບຕິດ ແຕ່ແຂວງເບິ່ງເຢື້ອງ ມາທີ່ສາງ ຢູ່ທີ່ເຂດ 10. ຈາກນັ້ນ, ຈຶ່ງສົ່ງກັບໄປບ່ອນເກັບມ້ຽນ ທີ່ເມືອງຮັອກໂມນ ແລະ ເມື່ອອັດເຂົ້າແກັດເປັນທີ່ຮຽບຮ້ອຍແລ້ວ ກໍຂົນສົ່ງຂຶ້ນໃສ່ຕູ້ຄອນເທັນເນີ ໂດຍມີເປົ້າໝາຍສົ່ງອອກສຸດທ້າຍແມ່ນ ປະເທດຈີນ.

ເຊິ່ງປັດຈຸບັນ, ເຈົ້າໜ້າທີ່ປາບປາມ ແລະ ຄວບຄຸມຢາເສບຕິດ ກອງບັນຊາການຕຳຫຼວດ ນະຄອນໂຮ່ຈິມິນ ກຳລັງເລັ່ງຕິດຕາມຈັບກຸມຕົວເປົ້າໝາຍອື່ນໆ ທີ່ພົວພັນກັບກຸ່ມເຄື່ອນໄຫວຄ້າ ເຮໂຣອິນ ລາຍໃຫຍ່ນີ້.

ທ່ານຍັງໃຫ້ຮູ້ຕື່ມອີກ ວ່າ:

ມີຄວາມເປັນໄປໄດ້ສູງ ທີ່ກຸ່ມເປົ້າໝາຍຖືກເຈົ້າໜ້າທີ່ຈັບຕົວນີ້ ຈະເປັນຄົນໃນກຸ່ມຂອງ ທ້າວ ເຈິ່ນຫວີ ອາຍຸ 33 ປີ ສັນຊາດໄຕ້ຫວັນ ເພາະວ່າຮູບແບບ ແລະ ວິທີການຕ່າງໆໃນການເຄື່ອນໄຫວ ແມ່ນມີລັກສະນະດຽວກັນ ແລະ ທີ່ສຳຄັນ ເປົ້າໝາຍດັ່ງກ່າວ ໄດ້ເດີນທາງເຂົ້າ ຫວຽດນາມ ຜ່ານສະໜາມບິນສາກົນ ເຕິ້ນເຊີນເຍີດ ນະຄອນໂຮ່ຈິມິນ ທັງໝົດ 3 ຄັ້ງ.

( ຕິດຕາມຕອນຕໍ່ໄປ… )