ຂອງກາງຢາເສບຕິດ ປະເພດເຮໂຣອິນ ຈຳນວນ 895 ແທ່ງ
ຂອງກາງຢາເສບຕິດ ປະເພດເຮໂຣອິນ ຈຳນວນ 895 ແທ່ງ

ຜ່ານການສອບສວນ ພວກກ່ຽວຮັບສາລະພາບວ່າ:

ຢາເສບຕິດທັງໝົດທີ່ເຈົ້າໜ້າທີ່ກວດພົບ ແມ່ນກຽມສົ່ງເຂົ້າສະຖານທີ່ເກັບມ້ຽນ ທີ່ເມືອງຮັອກໂມນ, ເຊິ່ງສະຖານທີ່ດັ່ງກ່າວ ຖືກພວກກ່ຽວເຊົ່າເພື່ອເປີດເປັນບໍລິສັດ ຜະລິດສະກັອດໃສ ແລະ ຜະລິດຕະພັນກາວຕິດເຈ້ຍ. ໂດຍເມື່ອຜະລິດໄດ້ແລ້ວ, ສິນຄ້າຂອງພວກເຂົາ ຈະຖືກສົ່ງເຂົ້າປະເທດໄຕ້ຫວັນ ໂດຍຜ່ານທາງທະເລ ດ້ວຍການສວຍໃຊ້ການດຳເນີນທຸລະກິດເປັນສາກບັງໜ້າ ເຮັດຄືວ່າ:

ຕົນເອງຜະລິດສິນຄ້າສົ່ງອອກຢ່າງຖືກລະບຽບກົດໝາຍ ແຕ່ທາດແທ້ຂອງພວກເຂົາແມ່ນ ແອບແຝງສົ່ງຢາເສບຕິດອອກໄປພ້ອມໆກັນ ໂດຍບໍ່ມີໃຜສົນໃຈ.

ແຕ່ຜ່ານການຕິດຕາມຂອງເຈົ້າໜ້າທີ່, ການສົ່ງອອກສິນຄ້າຂອງພວກເຂົາທຸກໆຄັ້ງ ຈະປະກອບມີ 5 ແກັດໃຫຍ່ ເຊິ່ງພວກເຂົາຂຽນຕິດຂ້າງນອກແມ່ນ ອຸປະກອນທີຜະລິດໃນໂຮງງານ ແຕ່ເມື່ອເຈົ້າໜ້າທີ່ເອົາແກັດເຄື່ອງດັ່ງກ່າວ ມາສົມທຽບກັນ ປະກົດວ່າ ແມ່ນຄືກັນກັບແກັດຢາເສບຕິດ ປະເພດເຮໂຣອິນ ທີ່ຢູ່ເທິງລົດຄັນທີ່ເຈົ້າໜ້າທີ່ຕຳຫຼວດ ກວດພົບ ໃນວັນທີ 27 ມີນາ 2019.

ຮອງຫົວໜ້າກອງບັນຊາການ ໄດ້ຕັ້ງຄຳຖາມຂຶ້ນວ່າ:

ເປັນຫຍັງໄລຍະບໍ່ດົນມານີ້, ທີ່ນະຄອນໂຮ່ຈິມິນ ຈຶ່ງເກີດມີສະພາບການຂົນສົ່ງຢາເສບຕິດລາຍໃຫຍ່ຫຼາຍເລື່ອງ ຢ່າງຕໍ່ເນື່ອງ ແລະ ກໍມີຫຼາຍພາກສ່ວນ ໃຫ້ທັດສະນະແຕກຕ່າງກັນໄປ ແຕ່ຕາມການສະຫຼຸບແລ້ວ ຢາເສບຕິດຈຳນວນຫຼາຍທີ່ ເຈົ້າໜ້າທີ່ ກວດຢຶດໄດ້ ແມ່ນມີທີ່ມາໃນບ່ອນດຽວກັນ ນັ້ນກໍຄື ມາຈາກເຂດ 3 ລ່ຽມຄຳ ມຽນມາ-ລາວ-ໄທ.

ນັ້ນກໍໝາຍຄວາມວ່າ: ທັງສອງເຄືອຄ່າຍນີ້ ແມ່ນມີການເຄື່ອນໄຫວແບບເອກະລາດ ເຊິ່ງພວກເຮົາກຳລັງປະເຊີນໜ້າກັບ ກຸ່ມຄ້າຂາຍຢາເສບຕິດລາຍໃຫຍ່ອີກຫຼາຍກຸ່ມ; ແຕ່ໃນຂະນະດຽວກັນ, ກຸ່ມເຄື່ອນໄຫວຄ້າຂາຍຢາເສບຕິດເຫຼົ່ານີ້ ກຳລັງເບິ່ງ ແລະ ຊອກຫາເສັ້ນທາງທີ່ ພວກເຂົາຈະໃຊ້ດຳເນີນ ເພື່ອເປັນເສັ້ນທາງສົ່ງອອກຢາເສບຕິດ ໄປອີກປະເທດໜຶ່ງທີ່ເໝາະສົມທີ່ສຸດ.

ຜ່ານການຢືນຢັນຂອງ ເຈົ້າໜ້າທີ່ສືບສວນ-ສອບສວນ ໃຫ້ຮູ້ວ່າ:

ກຸ່ມເຄື່ອນໄຫວຄ້າຂາຍຢາເສບຕິດ ໄດ້ເບິ່ງ ນະຄອນໂຮ່ຈິມິນ ເປັນສະຖານທີ່ເໝາະສົມທີ່ສຸດສຳລັບຂົນສົ່ງ ຫຼື ເຄື່ອນຍ້າຍຢາເສບຕິດປະເພດຕ່າງໆ ເພາະເປັນຈຸດເຊື່ອມຕໍ່ກັບບັນດາປະເທດອ້ອມຂ້າງ ໄດ້ຢ່າງສະດວກສະບາຍ ເຊັ່ນ: ມີຄວາມສະດວກດ້ານທາງຄົມມະນາຄົມຂົນສົ່ງ ທັ້ງທາງບົກ, ທາງທະເລ ແລະ ທາງອາກາດ ບວກກັບວຽກການຄຸ້ມຄອງ ແລະ ກວດກາ ຍັງບໍ່ທັນເຄັ່ງຄັດ ເມື່ອທຽບໃສ່ຫຼາຍປະເທດໃນໂລກ ແລະ ນີ້ເປັນສະຖານທີ່ສຳຄັນ ທີ່ກຸ່ມເຄື່ອນໄຫວຄ້າຂາຍຢາເສບຕິດ ເລືອກເປັນຈຸດສູນກາງເພື່ອດຳເນີນການຂົນສົ່ງ.

ເຈົ້າໜ້າທີ່ຕຳຫຼວດ ລາຍງານຕື່ມວ່າ:

ວັນທີ 20 ມີນາ 2019, ກົມຕຳຫຼວດສືບສວນ-ສອບສວນ ກ່ຽວກັບ ຢາເສບຕິດ ກະຊວງຕຳຫຼວດຫວຽດນາມ ສາມາດມ້າງໄດ້ລາຍຄະດີຢາເສບຕິດລາຍໃຫຍ່ ແລະ ຈັບໄດ້ຜູ້ຖືກຫາ ຈຳນວນ 11 ຄົນ ໃນນັ້້ນມີຄົນຈີນ 8 ຄົນ ພ້ອມທັງຢຶດຂອງກາງຢາເສບຕິດ ປະເພດຢາໄອສ໌ ນໍ້າໜັກ 300 ກິໂລກຼາມ ທີ່ເຂດບິ່ງເຕິ້ນ ນະຄອນໂຮ່ຈິມິນ.

ຕໍ່ມາ ໃນວັນທີ 26 ມີນາ, ກົມຕຳຫຼວດສືບສວນ-ສອບສວນ ໄດ້ອອກຄຳສັ່ງດຳເນີນຄະດີ ຕໍ່ກັບກຸ່ມເປົ້າໝາຍໃນເຄືອຂ່າຍ ໃນນັ້ນດຳເນີນການສອບສວນຂະຫຍາຍຜົນ ແລະ ປະກອບສຳນວນຕໍ່ກັບເປົ້າໝາຍ 4 ຄົນ ຄື:

ທ້າວ Huang Zai Wen ອາຍຸ 57 ປີ ສັນຊາດຈີນ, ທ້າວ ອາເດີ່ ອາຍຸ 37 ປີ ຢູ່ແຂວງດ່ຽນບຽນ, ທ້າວ ເນີຟາວ ອາຍຸ 45 ປີ ຢູ່ແຂວງດັກນົ້ງ ແລະ ທ້າວ ລີອາວື່ ອາຍຸ 32 ປີ ຢູ່ແຂວງດັກນົ້ງ.

ຕາມການສອບສວນເບື້້ອງຕົ້ນ, ພວກກ່ຽວຮັບສາລະພາບ ວ່າ:

ຜູ້ເປັນຫົວໂປ່ໂຕການໃນເຄື່ອຂ່າຍນີ້ ແມ່ນ ທ້າວ Wu He Shan, ພວກຕົນທັງ 4 ຄົນ ລ້ວນແຕ່ຢູ່ພາຍໃຕ້ການຄຸ້ມຄອງບັນຊາຂອງຜູ້ກ່ຽວ ໃນນີ້ແມ່ນ ທ້າວ Huang Zai Wen ເປັນຄົນທີ່ໃກ້ຊິດທີ່ສຸດກັບຜູ້ກ່ຽວ.

ທ້າວ ຫງວຽນ ດິ່ງຮົ່ງ ສັນຊາດຫວຽດນາມ ເປັນຜູ້ຂັບລົດ ຖືກຈັບກຸມໃນຂໍ້ຫາ ລັກລອບຂົນຢາເສບຕິດ ປະເພດຢາໄອສ໌
ທ້າວ ຫງວຽນ ດິ່ງຮົ່ງ ສັນຊາດຫວຽດນາມ ເປັນຜູ້ຂັບລົດ ຖືກຈັບກຸມໃນຂໍ້ຫາ ລັກລອບຂົນຢາເສບຕິດ ປະເພດຢາໄອສ໌

ພັທ ໂງແທ້ງບິ່ງ ຮອງຫົວໜ້າກົມສືບສວນ-ສອບສວນ ຜູ້ກະທຳຜິດ ກ່ຽວກັບ ຢາເສບຕິດ ໃຫ້ຮູ້ວ່າ:

ຢາເສບຕິດ ປະເພດຢາໄອສ໌ ທີ່ເຈົ້າໜ້າທີ່ ຢຶດມາໄດ້ ຈຳນວນ 300 ກິໂລກຼາມນີ້ ແມ່ນກຳລັງຖືກກຸ່ມເຄື່ອນໄຫວດັ່ງກ່າວ ກຽມສົ່ງອອກປະເທດໄຕ້ຫວັນ ເຊິ່ງມີມູນຄ່າທັງໝົດ 600 ຕື້ດົ່ງ.

ເຊິ່ງກ່ອນໜ້ານີ້, ກໍມີອີກກຸ່ມໜຶ່ງ ໄດ້ຈັດຕັ້ງການຂົນສົ່ງຢາເສບຕິດຈຳນວນຫຼາຍ ເຂົ້າມາປະເທດຫວຽດນາມ ເຊິ່ງຖືກເຈົ້າໜ້າທີ່ກວດຢຶດ ໃນເດືອນຕຸລາ 2018 ແລະ ເດືອນກຸມພາ 2019 ເຊິ່ງລວມນ້ຳໜັກທັງໝົດເກືອບ 600 ກິໂລກຼາມ.

ວັນທີ 24 ວີນາ 2019, ກົມສືບສວນ-ສອບສວນ ໄດ້ສົມທົບກັບ ອົງການພາວີ-ອາກອນ ແລະ ຕຳຫຼວດ ປະເທດຟິລິບປິນ ເປີດກວ້າງການກວດກາ ແລະ ສາມາດກວດພົບພ້ອມຢຶດໄດ້ 276 ກິໂລກຼາມ ເປັນຢາເສບຕິດ ປະເພດຢາໄອສ໌ ທີ່ນະຄອນຫຼວງມານີລາ ປະເທດຟິລິບປິນ ແລະ ປັດຈຸບັນ ກຳລັງສືບສວນເປີດກວ້າງກ່ຽວກັບ ເຄື່ອຂ່າຍຄ້າຂາຍຢາເສບຕິດລາຍນີ້.

ໃນຕອນແລງວັນທີ 28 ມີນາ 2019, ພັທ ໂງແທ້ງບິ່ງ ໃຫ້ຮູ້ຕື່ມວ່າ:

ຕາມຂໍ້ມູນຫຼັກຖານທີ່ສາມາດເກັບກູ້ໄດ້, ອົງການສືບສວນ-ສອບສວນ ຈຶ່ງໄດ້ອອກຄຳສັ່ງຈັບຕົວດ່ວນຕໍ່ ທ້າວ Wu He Shan ອາຍຸ 57 ປີ ສັນຊາດຈີນ ເຊິ່ງເປັນເປົ້າໝາຍຫົວໂປ່ໂຕການໃນເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່ນີ້ ໃນສະຖານຄ້າຂາຍ ແລະ ຂົນສົ່ງ ຢາເສບຕິດ.

ໃນຕອນແລງຂອງວັນດຽວກັນນີ້, ທ່ານ ເລ້ແທ້ງລ່ຽມ ຮອງປະທານສະພາປະຊາຊົນ ນະຄອນໂຮ່ຈິມິນ ໄດ້ຮ່ວມເຮັດວຽກກັບ ກອງບັນຊາການຕຳຫຼວດ ຕາງໜ້າໃຫ້ກັບທຸກຂະແໜງການທີ່ກ່ຽວຂ້ອງ ທີ່ມີຜົນງານດີເດັ່ນ ໃນການມ້າງລາຍຄະດີຢາເສບຕິດ ປະເພດເຮໂຣອິນ 895 ແທ່ງ ໂດຍທ່ານໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍຕໍ່ການເອົາໃຈໃສ່ປະຕິບັດໜ້າທີ່ຂອງ ເຈົ້າໜ້າທີ່ທຸກພາກສ່ວນ ແລະ ທ່ານໄດ້ເວົ້າຕື່ມວ່າ: ນີ້ແມ່ນຄະດີຢາເສບຕິດທີ່ໃຫຍ່ສຸດ ທີ່ນະຄອນໂຮຈິມິນ ທີ່ເຈົ້າໜ້າທີ່ຕຳຫຼວດ ເຄີຍມ້າງໄດ້ ຕັ້ງແຕ່ກ່ອນຈົນເຖິງປັດຈຸບັນ.