ເລັ່ງຄົ້ນຫາຜູ້ເຄາະຮ້າຍ ເຫດເຮືອຈົມ ບັນຈຸເກີນຂະໜາດ-ປະທະຄື້ນແຮງ ເສຍຊີວິດແລ້ວ 15

0
662

ໃນວັນທີ 18 ມິຖຸນາ ທີ່ຜ່ານມາ, ສຳນັກຂ່າວສະເຕຣດທາມ ລາຍງານວ່າ: ເກີດອຸບັດຕິເຫດທາງທະເລ ໃນອິນໂດເນເຊຍ ເຊິ່ງເປັນເຮືອຂ້າມຝາກ ທີ່ບັນທຸກຜູ້ໂດຍສານປະມານ 50 ຄົນ ປະສົບເຫດຈົມນໍ້າ ໃກ້ເມືອງມາດູຣາ ນອກຝັ່ງເກາະຊວາ ຕັ້ງແຕ່ວັນທີ 17 ມິຖຸນາ ຜ່ານມາແລ້ວ.

ໃນເບື້ອງຕົ້ນ, ໜ່ວຍສຸກເສີນ ພົບຜູ້ເສຍຊີວິດແລ້ວຢ່າງໜ້ອຍ 15 ຄົນ, ສາມາດຊ່ວຍເຫຼືອໄວ້ໄດ້ 31 ຄົນ ແລະ ຍັງເລັ່ງຄົ້ນຫາຜູ້ຫາຍສາບສູນອີກ 3 ຄົນ; ຂະນະທີ່ ທາງການທ້ອງຖິ່ນ ແຂວງຊວາຕາເວັນອອກ ສັນນິຖານວ່າ: ເຮືອຂ້າມຝາກບັນທຸກຜູ້ໂດຍສານເກີນຂະນາດ ແລະ ອາດຖືກຄື້ນທະເລຮຸນແຮງ ຊັດໃສ່ຈົນລົ້ມໃນທີ່ສຸດ.

ທັ້ງນີ້, ອຸບັດຕິເຫດທາງທະເລ ເປັນເລື່ອງທີ່ເກີດຂຶ້ນເປັນປະຈຳ ໃນອິນໂດເນເຊຍ ເຊິ່ງເປັນປະເທດທີ່ມີໝູ່ເກາະ ແລະ ເກາະໜ້ອຍໃຫຍ່ຫຼວງຫຼາຍເຖິງ 17.000 ເກາະ ເຊິ່ງໃນຈຳນວນນີ້ ຫຼາຍເກາະເຂົ້າເຖິງໄດ້ ດ້ວຍການເດີນທາງດ້ວຍເຮືອເທົ່ານັ້ນ.

Passengers cling to the side of a ferry as it sinks off the coast of Selayar island, in South Sulawesi province in 2018
Passengers cling to the side of a ferry as it sinks off the coast of Selayar island, in South Sulawesi province in 2018

ແຕ່ເພາະບໍ່ມີການຄວບຄຸມເບິ່ງແຍງ ມາດຕະຖານຂອງເຮືອໂດຍສານ ເຫດເຮືອຈົມຈຶ່ງເກີດຂຶ້ນໄດ້ງ່າຍ ໂດຍໃນປີ 2018 ຜ່ານມາ ກໍໄດ້ເກີດເຫດເຮືອຂ້າມຝາກຈົມ ນອກຝັ່ງເກາະສຸມາດຕຣາ ແລະ ຂ້າຊີວິດຜູ້ຄົນໄປຫຼາຍກວ່າ 160 ຄົນ.