USA ຢຶດ ໂຄເຄນ ເກືອບ 16,5 ໂຕນ ເຊື່ອງໃນເຮືອສິນຄ້າ

0
1029

ໃນວັນທີ 19 ມິຖຸນາ, ທາງການ ສະຫະລັດອາເມລິກາ ກວດພົບຢາເສບຕິດຄັ້ງໃຫຍ່ ອີກຄັ້ງໜຶ່ງໃນປະຫວັດສາດ ໂດຍສາມາດຢຶດໂຄເຄນນໍ້າໜັກເກືອບ 16,5 ໂຕນ ມູນຄ່າລວມຫຼາຍກວ່າ 1.000 ລ້ານໂດລາສະຫະລັດ ຖືກເຊື່ອງໄວ້ເທິງເຮືອບັນທຸກສິນຄ້າລຳໜຶ່ງ ຢູ່ທີ່ທ່າເຮືອເມືອງຟິລາເດວເຟຍ ລັດເພນຊິວວາເນຍ ສະຫະລັດອາເມລິກາ ແລະ ຈັບກຸມລູກເຮືອທັງໝົດ ພ້ອມທັງຕັ້ງຂໍ້ຫາ.

ຢຶດໂຄເຄນນໍ້າໜັກເກືອບ 16,5 ໂຕນ ມູນຄ່າລວມຫຼາຍກວ່າ 1.000 ລ້ານໂດລາ
ຢຶດໂຄເຄນນໍ້າໜັກເກືອບ 16,5 ໂຕນ ມູນຄ່າລວມຫຼາຍກວ່າ 1.000 ລ້ານໂດລາ

ແນວໃດກໍຕາມ, ໃນເດືອນມີນາ ທີ່ຜ່ານມາ ທາງການ ສະຫະລັດອາເມລິກາ ສາມາດຢຶດໂຄເຄນໄດ້ຈຳນວນຫຼາຍເຖິງ 538 ໂຕນ ມູນຄ່າປະມານ 38 ລ້ານໂດລາສະຫະລັດ ໄດ້ທີ່ເມືອງຟິລາເດວເຟຍ ເຊັ່ນກັນ.