ຄະນະກຳມະການຕ້ານການຄ້າມະນຸດຂັ້ນ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2018 ແລະ ວາງທິດທາງແຜນການ ປີ 2019 ໃນວັນທີ 12 ມິຖຸ ນາ 2019, ເຂົ້າຮ່ວມໂດຍ ທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງໆຈຳປາສັກ, ມີ ພັອ ຖາວອນ ບຸນກອງ ພິມຮັກສາການຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີບັນດາຫົວໜ້າພະແນກ, ພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງເຂົ້າຮວ່ມ.


ທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງໆຈຳປາສັກ

ພັທ ໄພຈິດ ໄຊຍະເດດ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຈຳປາສັກ ໄດ້ຜ່ານບົດສະຫຼຸບ ໃນໄລຍະ 1 ປີຜ່ານມາວ່າ: ຄະນະກຳມະການຕ້ານການຄ້າມະນຸດຂັ້ ແຂວງ ໄດ້ສຸມໃສ່ເຮັດວຽກງານປ້ອງກັນຢ່າງຕັ້ງໜ້າ ໂດຍສຸມໃສ່ສ້າງຄວາມເຂັ້ມແຂງກ່ຽວກັບການປະຕິບັດໜ້າທີ່ວຽກງານ ໂດຍສະເພາະແມ່ນວຽກງານການໂຄສະນາສຶກສາອົບຮົມໃຫ້ກັບຊາວໜຸ່ມ, ໄວໝຸ່ມ, ເຍົາວະຊົນ ແລະ ພໍ່-ແມ່ ປະຊາຊົນຢູ່ຂອບເຂດຮາກ ຖານທີ່ມີຄວາມສ່ຽງ, ເຮັດວຽກງານດຳເນີນຄະດີ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃຫ້ໄດ້ຮັບປະສິດທິຜົນ, ເຖິງແມ່ນວ່າໄດ້ສຸມໃສ່ເຮັດວຽກງານຢ່າງຕັ້ງໜ້າກໍຕາມ ແຕ່ຍັງມີບັນຫາສະພາບການຄ້າມະນຸດເກີດຂຶ້ນຢູ່ບັນດາແຂວງໃນທົ່ວປະເທດ ເປັນຕົ້ນແມ່ນຖືກຕົວະຍົວະຫຼອກຫຼວງໄປແຕ່ງດອງກັບຄົນຕ່າງປະເທດ ແລະ ການເຄື່ອນຍ້າຍແຮງງານແບບຜິດກົດໝາຍ.

ໃນໄລຍະ1 ປີຜ່ານມາ, ຄະນະກຳມະການຕ້ານການຄ້າມະນຸດຂັ້ນແຂວງ, ຂັ້ນເມືອງ ໂດຍສະເພາະເຈົ້າໜ້າທີ່ພະ ແນກຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ເອົາໃຈໃສ່ສະກັດກັ້ນແກ້ໄຂດ້ວຍການໂຄສະນາປູກຈິດສຳນຶກ ແລະ ແກ້ໄຂທາງດ້ານກົດໝາຍ ແຕ່ປະກົດການການຄ້າມະນຸດຍັງເກີດຂຶ້ນ ສະແດງອອກທົ່ວແຂວງຈຳປາ ສັກ ມີຄະດີການຄ້າມະນຸດເກີດຂຶ້ນທັງໝົດ 23 ເລື່ອງ, ກັກຜູ້ຖືກຫາໄດ້ 27 ຄົນ ຍິງ 2 ຄົນ; ໃນນັ້ນ, ຮູບການແກ້ໄຂໄດ້ສົ່ງໄອຍະການມີ 19 ເລື່ອງ, ມີຜູ້ຖືກຫາ 21 ຄົນ ຍິງ 1 ຄົນ ແລະ ຄະດີຊັດມ້ຽນມີ 1 ເລື່ອງ, ມີ 1 ຄົນ.