ແຂວງໄຊສົມບູນ ຈັດພິທີເຜີຍແຜ່ເອກະສານ ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ການກວດກາລັດ ( ສະບັບປັບປຸງ )
ແຂວງໄຊສົມບູນ ຈັດພິທີເຜີຍແຜ່ເອກະສານ ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ການກວດກາລັດ ( ສະບັບປັບປຸງ )

ແຂວງໄຊສົມບູນ ຈັດພິທີເຜີຍແຜ່ເອກະສານ ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ການກວດກາລັດ ( ສະບັບປັບປຸງ ) ໃນວັນທີ 13 ມີຖຸນາ, ເປັນປະທານໂດຍ ທ່ານ ດາວບົວລະພາ ບາວົງເພັດ ຮອງປະທານອົງການກວດກາລັດຖະບານ, ເຂົ້າຮ່ວມໂດຍ ທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆໄຊສົມບູນ, ມີຕ່າງໜ້າບັນດາພະແນກການ, ອົງການ, ກົມກອງ ທີ່ກ່ຽວຂ້ອງອ້ອມຂ້າງແຂວງ ແລະ ເມືອງ ຕະຫຼອດຮອດ ພະນັກງານກວດກາລັດ ແຂວງ ເຂົ້າຮ່ວມ.

ທ່ານ ດາວບົວລະພາ ບາວົງເພັດ ກ່າວວ່າ:

ເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ ແມ່ນການເຜີຍແຜ່ກົດໝາຍ ແລະ ຄຳແນະນຳ ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ການກວດກາລັດ ( ສະບັບປັບປຸງ ) ເລກທີ 419/ອກລ ລົງວັນທີ 4 ທັນວາ 2018, ໃນນັ້ນປະກອບມີ 10 ພາກ, 4 ໝວດ ແລະ 80 ມາດຕາ ເຊິ່ງໄດ້ກຳນົດຫຼັກການ, ລະບຽບການ, ມາດຕະການກ່ຽວກັບ ການຈັດຕັ້ງການເຄື່ອນໄຫວກວດກາລັດ ເວົ້າລວມ ແມ່ນຄົບຖ້ວນ ແລະ ຈະແຈ້ງ.

ການເຜີຍແຜ່ ກໍເພື່ອຜັນຂະຫຍາຍເນື້ອໃນບາງມາດຕາທີ່ປັບປຸງ ແລະ ສ້າງຂຶ້ນໃໝ່ຂອງ ກົດໝາຍ ວ່າດ້ວຍ ການກວດກາລັດ ( ສະບັບປັບປຸງ ) ໃຫ້ມີຄວາມລະອຽດ, ຈະແຈ້ງ ແລະ ຮັດກຸມ; ເພື່ອມາແນະນຳ, ອະທິບາຍ ແລະ ຍົກຕົວຢ່າງໃຫ້ບັນດາຂະແໜງການ, ທ້ອງຖິ່ນ ມີຄວາມເຂົ້າໃຈ ແລະ ສະດວກໃນການຈັດຕັ້ງປະຕິບັດຕົວຈິງ, ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານກວດກາຖືກຕ້ອງ, ຮັດກຸມ, ເຂັ້ມງວດ ແລະ ມີຜົນສັກສິດ ຕາມກົດໝາຍ ວ່າດ້ວຍ ການກວດກາລັດ ( ສະບັບປັບປຸງ ) ໄດ້ກໍານົດໄວ້.

ມີຕ່າງໜ້າບັນດາພະແນກການ, ອົງການ, ກົມກອງ ທີ່ກ່ຽວຂ້ອງອ້ອມຂ້າງແຂວງ ແລະ ເມືອງ ຕະຫຼອດຮອດ ພະນັກງານກວດກາລັດ ແຂວງ ເຂົ້າຮ່ວມ
ມີຕ່າງໜ້າບັນດາພະແນກການ, ອົງການ, ກົມກອງ ທີ່ກ່ຽວຂ້ອງອ້ອມຂ້າງແຂວງ ແລະ ເມືອງ ຕະຫຼອດຮອດ ພະນັກງານກວດກາລັດ ແຂວງ ເຂົ້າຮ່ວມ

ນອກນັ້ນ, ຍັງເຮັດໃຫ້ ອົງການປົກຄອງທ້ອງຖິ່ນ ແລະ ອົງການກວດກາລັດ ແຕ່ລະຂັ້ນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພົນລະເມືອງ ມີຄວາມເຂົ້າໃຈທີ່ເປັນເອກະພາບ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານກວດກາ ໃຫ້ໄດ້ຮັບຜົນສຳເລັດຕາມເປົ້າໝາຍທີ່ກຳນົດໄວ້.

ໃນພິທີ, ທ່ານຍັງຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມຄັ້ງນີ້ ຈົ່ງນຳເອົາເນື້ອໃນເອກະສານ ໄປຈັດຕັ້ງປະຕິບັດໃນກົມກອງ ກໍຄື ວຽກງາານວິຊາສະເພາະຂອງຕົນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ເພີ່ມທະວີຄວາມສັກສິດຂອງການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ, ປົກປ້ອງສິດຜົນປະໂຫຍດຂອງລັດ ແລະ ສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ແຂວງໄຊສົມບູນ ໃຫ້ຈະເລີນຂຶ້ນຢ່າງບໍ່ຢຸດຢັ້ງ.