ລັດຖະບານ ນູແວນເຊລັງ ເປີດຕົວໂຄງການຮັບຊື້ປືນຄືນ ດົນ 6 ເດືອນແລ້ວ ໃນວັນທີ 20 ມິຖຸນາ ທີ່ຜ່ານມາ ເຊິ່ງເປັນການຊື້ຄືນ ປືນເຄິ່ງອັດຕະໂນມັດ ທີ່ຫາກໍຖືກປະກາດຫ້າມໃຊ້ ຫຼັງຈາກເກີດເຫດຍິງຄົນໃນມັດສະຍິດ 2 ແຫ່ງ ໃນເມືອງໄຄຣເຊີສ ໃນເດືອນມີນາ ທີ່ຜ່ານມາ.

ທ່ານ ແກຣນ ໂຮເບິດສັນ ລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ສະຕວດ ແນສ ລັດຖະມົນຕີ ກະຊວງ ປກສ ຖະແຫຼງການທາງອີເມວ ຮ່ວມກັນວ່າ:

ລັດຖະບານ ໄດ້ຈັດສັນງົບປະມານ 208 ລ້ານໂດລານູແວນເຊລັງ ເພື່ອຮັບຊື້ ປືນເຄິ່ງອັດຕະໂນມັດ ຄືນ ໃນລາຄາສູງສຸດ 95% ຂອງລາຄາທີ່ເຈົ້າຂອງປືນຊື້ມາ ແລະ ເຈົ້າຂອງປືນ ມີເວລາເຂົ້າຮ່ວມໂຄງການ ຈົນເຖິງວັນທີ 20 ທັນວານີ້.

ທາງຕຳຫຼວດ ໄດ້ເຮັດລາຍລະອຽດໂຄງການແລ້ວ ເປັນວຽກງານທີ່ຕ້ອງໃຊ້ການລຳລຽງຂົນສົ່ງຂະໜາດໃຫຍ່ ເຊິ່ງຄາດວ່າ ຈະເລີ່ມດຳເນີນການໄດ້ປະມານກາງເດືອນໜ້າ, ໂດຍກ່ອນໜ້າເປີດໂຄງການ ມີຜູ້ນຳປືນມາຄືນທາງການແລ້ວເກືອບ 700 ກະບອກ ແລະ ມີເຈົ້າຂອງປືນເກືອບ 5.000 ຄົນ ມາຂຶ້ນທະບຽນກັບຕຳຫຼວດແລ້ວ ລະຫວ່າງລໍຖ້າການຮັບຊື້ຄືນ.

ທັ້ງນີ້, ລັດຖະບານ ນູແວນເຊລັງ ໄດ້ຜ່ານຮ່າງກົດໝາຍປະຕິຮູບອາວຸດປືນ ດ້ວຍຂະແນນສຽງ 119 ຕໍ່ 1 ໃນເດືອນເມສາ ທີ່ຜ່ານມາ ເປັນການແກ້ໄຂກົດໝາຍປືນຂອງປະເທດ ຄັ້ງສຳຄັນ ຄັ້ງທຳອິດ ໃນຮອບຫຼາຍທົດສະວັດ ຫຼັງຈາກທີ່ເກີດເຫດຍິງຄົນ ໃນເມືອງໄຄຣເຊີສ ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍເຖິງ 15 ຄົນ, ເຊິ່ງກົດໝາຍໃໝ່ນີ້ ຫ້າມຈຳໜ່າຍ ແລະ ໃຊ້ປືນເຄິ່ງອັດຕະໂນມັດ ລວມໄປເຖິງສ່ວນປະກອບທີ່ດັດແປງປືນທຳມະດາ ໃຫ້ເປັນປືນເຄິ່ງອັດຕະໂນມັດ, ຊອງລູກປືນ ຫຼື ແມກກາຊີນບາງປະເພດ ແລະ ປືນສັ້ນບາງປະເພດ.

ທາງດ້ານເຈົ້າໜ້າທີ່ຕຳຫຼວດ ປະເມີນວ່າ: ມີປືນເຄິ່ງອັດຕະໂນມັດ ຢູ່ໃນຂອບເຂດກົດໝາຍໃໝ່ ປະມານ 14.300 ກະບອກ ທົ່ວປະເທດ, ໂດຍ ໂຄງການສຳຫຼວດອາວຸດຂະໜາດໜ້ອຍ (Small Arms Survey) ຊີ້ແຈງວ່າ:

ນູແວນເຊລັງ ມີປະຊາກອນບໍ່ເຖິງ 5 ລ້ານຄົນ ແຕ່ມີອາວຸດປືນທັ້ງປະເທດ 1,5 ລ້ານຄົນ ເຮັດໃຫ້ມີອັດຕາສ່ວນ ພົນລະເມືອງຄອບຄອງອາວຸດປືນ ສູງເປັນອັນດັບທີ 17 ຂອງໂລກ.