ກຸ່ມຜູ້ປະທ້ວງ ອອກມາເດີນຂະບວນ ເພື່ອຮຽກຮ້ອງໃຫ້ຜູ້ຄົນຄຳນຶງເຖິງ ລະດັບມົນລະພິດທາງອາກາດ
ກຸ່ມຜູ້ປະທ້ວງ ອອກມາເດີນຂະບວນ ເພື່ອຮຽກຮ້ອງໃຫ້ຜູ້ຄົນຄຳນຶງເຖິງ ລະດັບມົນລະພິດທາງອາກາດ

ໃນວັນທີ 19 ມິຖຸນາ ທີ່ຜ່ານມາ, ກຸ່ມຜູ້ປະທ້ວງ ອອກມາເດີນຂະບວນຕາມທ້ອງຖະໜົນ ໃນນະຄອນຫຼວງລອນດອນ ປະເທດອັງກິດ ເພື່ອຮຽກຮ້ອງໃຫ້ຜູ້ຄົນຄຳນຶງເຖິງ ລະດັບມົນລະພິດທາງອາກາດ ທີ່ເພີ່ມຂຶ້ນໃນເມືອງຫຼວງຂອງອັງກິດ. ການເດີນຂະບວນທີ່ມີຂຶ້ນ ກ່ອນໜ້າ ວັນອາກາດບໍລິສຸດ (Clean Air Day) ເຮັດໃຫ້ການຈະລາຈອນໃນເຂດແຄມເດນ ເຊິ່ງເປັນແຫຼ່ງທ່ອງທ່ຽວໃຈກາງເມືອງ ຕິດຂັດ.

ຜູ້ປະທ້ວງ ກ່າວວ່າ:

ມົນລະພິດທາງອາກາດ ໃນນະຄອນຫຼວງລອນດອນ ຢູ່ໃນລະດັບທີ່ໜ້າກັງວົນຫຼາຍ ໂດຍເກີນຄ່າມາດຈະຖານຂອງ ອົງການອະນາໄມໂລກ.

ຜູ້ຈອນຈັນໄປມາ ໃຈກາງນະຄອນຫຼວງລອນດອນ ມີທັດສະນະແຕກຕ່າງກັນ ເຊັ່ນ:

ບາງຄົນບອກວ່າ ການປະທ້ວງບໍ່ໄດ້ຜົນ, ຄວນເລືອກຊຸມນຸມຕາມຖະໜົນທີ່ການຈະລາຈອນບໍ່ແອອັດ ແລະ ຕ້ອງຜັກດັນການປ່ຽນແປງສະພາບອາກາດ ຜ່ານຂະບວນການທາງກົດໝາຍ; ສ່ວນອີກກ່າວເຫັນດີກັບການປະທ້ວງ ແລະ ບອກວ່າ ທຸກຄົນມີສິດໃນການຊຸມນຸມ.

ກ່ອນໜ້ານີ້, ຜູ້ປະທ້ວງ ກໍເຄີຍໄດ້ຈັດການຊຸມນຸມຕໍ່ຕ້ານພາວະໂລກຮ້ອນຂຶ້ນ ຕາມຈຸດສຳຄັນຕ່າງໆຫຼາຍແຫ່ງ ໃນນະຄອນຫຼວງລອນດອນ ໃນໄລຍະຕົ້ນປີນີ້.