ຈຳນວນຜູ້ລີ້ໄພທົ່ວໂລກ ເພີ່ມຂຶ້ນເຖິງ 70.800.000 ຄົນ
ຈຳນວນຜູ້ລີ້ໄພທົ່ວໂລກ ເພີ່ມຂຶ້ນເຖິງ 70.800.000 ຄົນ

ສະຫະປະຊາຊາດ ແລະ ອົງການດ້ານຜູ້ລີ້ໄພນອກແວ ລະບຸ ໃນວັນທີ 20 ມິຖຸນາ ທີ່ຜ່ານມາ ວ່າ: ປັດຈຸບັນ, ຈຳນວນຜູ້ລີ້ໄພທົ່ວໂລກ ເພີ່ມຂຶ້ນເຖິງ 70.800.000 ຄົນ ຂະນະທີ່ ປະເທດກຳລັງພັດທະນາ ຕ້ອງຮອງຮັບຜູ້ອົບພະຍົບເຫຼົານີ້ ຫຼາຍກວ່າປະເທດທີ່ພັດທະນາແລ້ວ ຢ່າງປະເທດໃນແຖບຕາເວັນຕົກ.

ໂດຍຜູ້ລີ້ໄພສ່ວນຫຼາຍ ອົບພະຍົບໜີການສູ້ຮົບ ແລະ ຄວາມທຸກຍາກ; ເຊິ່ງລາຍງານສະບັບນີ້ ລະບຸອີກວ່າ:

ສະຖານະການຜູ້ອົບພະຍົບ ໃນເອທິໂອເປຍ ຢູ່ໃນຂັ້ນວິກິດ ຈຳເປັນຕ້ອງໄດ້ຮັບການຊ່ວນເຫຼືອຢ່າງຮີບດ່ວນ. ຂະນະທີ່ ຈຳນວນ 2 ໃນ 3 ຂອງຜູ້ອົບພະຍົບທົ່ວໂລກ ເປັນຜູ້ອົບພະຍົບຈາກ 5 ປະເທດ ປະກອບດ້ວຍ: ຊີຣີ, ອັບການິດສະຖານ, ຊູດານໃຕ້, ມຽນມາ ແລະ ໂຊມາລີ.