ກິດຈະກຳສະເຫຼີມສະຫຼອງ ວັນບໍລິຈາກເລືອດໂລກ ຢູ່ທີ່ຫໍວັດທະນະທຳ ແຂວງຫົວພັນ
ກິດຈະກຳສະເຫຼີມສະຫຼອງ ວັນບໍລິຈາກເລືອດໂລກ ຢູ່ທີ່ຫໍວັດທະນະທຳ ແຂວງຫົວພັນ

ໃນວັນທີ 14 ມິຖຸນາ 2019, ແຂວງຫົວພັນ ໄດ້ຈັດກິດຈະກຳສະເຫຼີມສະຫຼອງ ວັນບໍລິຈາກເລືອດໂລກ ຢູ່ທີ່ຫໍວັດທະນະທຳ ແຂວງຫົວພັນ ໂດຍການເຂົ້າຮ່ວມຂອງ ທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງໆຫົວພັນ, ມີການນຳຂັ້ນແຂວງ, ເມືອງ, ພະແນກການ, ກົມກອງ, ພະນັກງານ-ລັດຖະກອນ, ນັກຮຽນ-ນັກສຶກສາ ຕະຫຼອດຮອດພໍ່-ແມ່ປະຊາຊົນ ຜູ້ທີ່ມີຄວາມສະໝັກໃຈບໍລິຈາກເລືອດ ເຂົ້າຮ່ວມ.

ທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງໆຫົວພັນ ກ່າວວ່າ:

ຢູ່ແຂວງຫົວພັນ ນັບແຕ່ວັນທີ 14 ມິຖຸນາ 2018-14 ມິຖຸນາ 2019, ພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດຕັ້ງໂຄສະນາປຸກລະດົມບໍລິຈາກເລືອດ ແລະ ໄດ້ຮັບການບໍລິຈາກເລືອດທັງໝົດ 77 ຖົງ, ມີຜູ້ເຂົ້າຮ່ວມ 15.779 ເທື່ອຄົນ, ສາມາດຮັບບໍລິຈາກແບບສະໝັກໃຈ ໂດຍບໍ່ຮຽກຮ້ອງສິ່ງຕອບແທນໄດ້ 1.032 ຖົງ, ມີເລືອດຕິດເຊື້ອບໍ່ສາມາດນຳໃຊ້ໄດ້ ຈຳນວນ 134 ຖົງ, ເປັນເລືອດປອດໄພ ສາມາດນຳໃຊ້ໄດ້ ຈຳນວນ 898 ຖົງ, ເຊິ່ງໃນຄັ້ງນີ້ ມີຜູ້ອາສາສະໝັກບໍລິຈາກເລືອດ ຈຳນວນ 21 ຖົງ.

ໂອກາດດຽວກັນ, ທ່ານຮອງເຈົ້າແຂວງ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍຕໍ່ ອົງການກາແດງ ແຂວງ, ຄະນະບໍລິຫານງານຊາວໜຸ່ມ ແຂວງ ທີ່ໄດ້ຮ່ວມກັນຈັດກິດຈະກຳສະຫຼອງ ວັນຜູ້ບໍລິຈາກເລືອດໂລກ ກໍຄື ຜູ້ບໍລິຈາກເລືອດ ເຊິ່ງຍາມໃດກໍມີຄວາມກຽມພ້ອມບໍລິຈາກເລືອດຂອງຕົນ ເພື່ອຊ່ວຍກູ້ເອົາຊີວິດຜູ້ຖືກເຄາະຮ້າຍ; ພ້ອມນັ້ນ, ທ່ານຍັງໄດ້ເຊີນຊວນທຸກຊັ້ນຄົນທົ່ວສັງຄົມ ໃນແຂວງຫົວພັນ ຈົ່ງໃຫ້ການຍ້ອງຍໍຊົມເຊີຍ ແລະ ສະໜັບສະໜູນເຂົ້າເຈົ້າຢ່າງສົມກຽດ ແລະ ພ້ອມກັນບໍລິຈາກເລືອດ ເພື່ອຊ່ວຍຊີວິດເພື່ອນມະນຸດດ້ວຍກັນ.

ການສະຫຼອງ ວັນບໍລິຈາກເລືອດໂລກ ຄັ້ງນີ້ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ, ຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ສະລະເລືອດຂອງຕົນ ເພື່ອປະກອບສ່ວນຊ່ວຍເຫຼືອສັງຄົມ ກໍຄື ເພື່ອນມະນຸດດ້ວຍກັນ, ທັງເປັນການປຸກລະດົມໃຫ້ຊາວໜຸ່ມໄວໜຸ່ມ ມີຄວາມຮັບຮູ້, ເຂົ້າໃຈ ແລະ ປະກອບສ່ວນເຂົ້າໃນການບໍລິຈາກເລືອດ ໃຫ້ນັບມື້ຫຼາຍຂຶ້ນ, ເພື່ອເຮັດໃຫ້ທຸກຄົນໃນສັງຄົມ ເຫັນໄດ້ຄວາມສໍາຄັນຂອງການສະໜອງເລືອດ ໂດຍສະເພາະແມ່ນ ການເຂົ້າເຖິງການບໍລິຈາກເລືອດທີ່ພຽງພໍ, ປອດໄພ ແລະ ທັນເວລາ, ບໍ່ວ່າຈະຢູ່ແຫ່ງຫົນໃດໃນໂລກ ແມ່ນຖືວ່າເປັນສິ່ງສໍາຄັນທີ່ສຸດສໍາລັບປ້ອງກັນການເສຍຊີວິດຂອງຄົນເຈັບທີ່ຂາດເລືອດ ນັ້ນເພາະຂະບວນບໍລິຈາກເລືອດ ແມ່ນໄດ້ຊ່ວຍຊີວິດຄົນເປັນຈໍານວນຫຼາຍ ໃນແຕ່ລະປີ.