ກອງບັນຊາ ປກສ ແຂວງບໍລິຄໍາໄຊ ໄດ້ຈັດຝຶກອົບຮົມວຽກງານວິຊາສະເພາະໃຫ້ກໍາລັງ ປກສ ບໍລິການປະຊາຊົນທົ່ວເມືອງໄຊຈໍາພອນ ແລະ ປກສ ກຸ່ມບ້ານໂພນສີ ໄດ້ຈັດຂຶ້ນ ໃນວັນທີ 14 ມິຖຸນາ 2019 ເປັນປະທານໂດຍ ພັທ ຄໍາໃບ ສຸວັນນະໂຄດ ຄະນະພັກ, ຮອງຫົວໜ້າກອງບັນຊາ ປກສ ແຂວງບໍລິຄໍາໄຊ, ເຂົ້າຮ່ວມໂດຍ ທ່ານ ໂກ່ໄຊສົມບັດ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງໄຊຈໍາພອນ, ມີຄະນະພັກ-ຄະນະກອງບັນຊາການ ປກສ ເມືອງໄຊຈໍາພອນ, ພະເເນກຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເເຂວງ, ຕະຫຼອດຮອດ ປສກ ບໍ ລິການປະຊາຊົນທົ່ວເມືອງ ແລະ ປກສ ບ້ານໂພນສີ ເຂົ້າຮ່ວມ.

ພິທີຈັດຝຶກອົບຮົມວຽກງານວິຊາສະເພາະໃຫ້ກໍາລັງ ປກສ ບໍລິການປະຊາຊົນທົ່ວເມືອງໄຊຈໍາພອນ ແລະ ປກສ ກຸ່ມບ້ານໂພນສີ

ພັທ ສົມເພັດ ໄຊຄໍາເເພງ ຫົວ ໜ້າພະເເນກ ປກສ ກຸ່ມບ້ານ ປກສ ເເຂວງບໍລິຄໍາໄຊ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ເເຂວງບໍລິຄໍາໄຊ ສະບັບເລກທີ 3159/ປກສ.ຂ ວ່າດ້ວຍການອະນຸມັດໃຫ້ເປີດຊຸດອົບຮົມ ປກສ ບໍລິການປະຊາຊົນ ເເລະ ປກສ ບ້ານ (ກຸ່ມບ້ານໂພນສີ) ເມືອງໄຊຈໍາພອນ, ຫຼັງຈາກນັ້ນ, ພັທ ໄຊຍະສຸກ ຫຼຽນຕະກຸນ ຫົວໜ້າພະເເນກຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເເຂວງ ກໍໄດ້ຂຶ້ນຜ່ານແຜນຝຶກອົບຮົມປະຈໍາປີ 2019, ບັ້ນຝຶກອົບຮົມຄັ້ງນີ້ ນັກສໍາມະນາກອນທີ່ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍເເຜ່ເນື້ອໃນເອກະສານສໍາຄັນເປັນຕົ້ນເເມ່ນ: ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີສະບັບເລກທີ 27/ນຍ, ລົງວັນທີ 5 ຕຸລາ 2011 ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ, ຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 513-514/ປກສ, ລົງວັນທີ 17 ມິຖຸນາ 2008 ວ່າດ້ວຍການຈັດຕັ້ງການເຄື່ອນໄຫວກໍາລັງ ປກສ ບໍລິການປະຊາຊົນ ແລະ ປກສ ບ້ານ, ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 818/ປກສ, ລົງວັນທີ 15 ມິຖຸນາ 2012 ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຜ່ານເນື້ອໃນເອກະສານວຽກງານສືບສວນ-ສອບສວນຂັ້ນພື້ນຖານ, ເອກະສານການປ້ອງກັນສະຖານທີ່ເກີດເຫດ ແລະ ເເນະນໍາວິທີຈົດກ່າຍປື້ມບັນທຶກ 5 ຫົວ, ຈຸດປະສົງກໍເພື່ອສືບຕໍ່ປະຕິບັດ ເເນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທັງເປັນການກໍ່ສ້າງປັບປຸງຍົກລະດັບວິຊາສະເພາະໃຫ້ ກໍາລັງ ປກສ ບໍລິການປະຊາຊົນທົ່ວເມືອງ ແລະ ປກສ ກຸ່ມບ້ານ ໂພນສີ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມເເຂງທາງການຈັດຕັ້ງ, ເຄື່ອນໄຫວເຮັດ ໜ້າທີ່ວຽກງານວິຊາສະເພາະຕາມຂອບເຂດ, ສິດ, ພາລະບົດບາດ ແລະ ໜ້າທີ່ຂອງຕົນເອງ.


ພິທີຈັດຝຶກອົບຮົມວຽກງານວິຊາສະເພາະໃຫ້ກໍາລັງ ປກສ ບໍລິການປະຊາຊົນທົ່ວເມືອງໄຊຈໍາພອນ ແລະ ປກສ ກຸ່ມບ້ານໂພນສີ

ຕອນທ້າຍ, ທ່ານ ໂກ່ ໄຊສົມບັດ ຮອງເຈົ້າເມືອງໄຊຈໍາພອນ ຍັງໄດ້ໂອ້ລົມ ແລະ ເນັ້ນໜັກຕໍ່ກໍາລັງ ປກສ ບໍລິການປະຊາຊົນທົ່ວເມືອງ ແລະ ປກສ ບ້ານໂພນສີ ຈົ່ງເພີ່ມທະວີເອົາໃຈໃສ່ສຶກສາອົບຮົມ ການເມືອງ-ເເນວຄິດ ໃຫ້ສໍາມະຊິກຢ່າງເປັນປົກກະຕິ, ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດ ຂຶ້ນໃນສັງຄົມເປັນຕົ້ນເເມ່ນບັນຫາຢາເສບຕິດ, ຂີ້ລັກງັດເເງະ, ຄ້າ ຂາຍເຖື່ອນ ແລະ ຕິດຕາມກວດກາສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ເຂົ້າມາໂຄສະນາຊວນເຊື່ອສີ່ງຜິດຕໍ່ເເນວທາງນະໂຍບາຍຂອງພັກ-ລັດ, ເອົາໃຈໃສ່ປະຕິບັດຕາມສິດພາລະບົດບາດຂອງຕົນໃນການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງຈິງໃຈແນ່ເຮັດໃຫ້ວຽກ ງານດັ່ງກ່າວນັບມື້້ນັບເຕີມໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ.