ໃນວັນທີ 18 ມີຖຸນາ 2019 ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດຝຶກອົບຮົມ ຫັດແອບວິຊາງົດງາມໃຫ້ພະນັກງານ-ນັກຮົບ ທົ່ວຫ້ອງການເມືອງທະຫານນະຄອນຫຼວງວຽງຈັນ ປະຈຳປີ 2019 ໂດຍມີ ພັທ ບຸນ ແປງ ສຸນີໄຊ ຮອງຫົວໜ້າຫ້ອງການເມືອງທະຫານນະຄອນຫຼວງວຽງຈັນ ມີບັນດາຫົວໜ້າພະແນກການ, ວິຊາການຈາກພະແນກອົບຮົມທະຫານນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກງານ-ນັກ ຮົບທົ່ວຫ້ອງການເມືອງ ເຂົ້າຮ່ວມ.

ກອງປະຊຸມຈັດຝຶກອົບຮົມ ຫັດແອບວິຊາງົດງາມໃຫ້ພະນັກງານ-ນັກຮົບ ທົ່ວຫ້ອງການເມືອງທະຫານນະຄອນຫຼວງວຽງຈັນ ປະຈຳປີ 2019

ພັທ ຄໍາສິງ ພົນປະເສີດ ຫົວໜ້າພະແນກອົບຮົມທະຫານນະຄອນຫຼວງວຽງຈັນ ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້ ກໍເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານ-ນັກຮົບ ທົ່ວຫ້ອງການເມືອງໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານສິນລະປະຍຸດ-ຍຸດທະວິທີໃຫ້ມີຄວາມຄ່ອງແຄ້ວຊຳນິຊຳນານໃນການກຽມພ້ອມສູ້ຮົບໃນສະເພາະໜ້າ ແລະ ຍາວນານ ແລະ ທັງເປັນການປັບປຸງກໍ່ສ້າງລະບຽບແບບແຜນໃຫ້ນາຍ ແລະ ພົນທະຫານມີສະຕິຕໍ່ການຈັດຕັ້ງມີຄວາມຕື່ນຕົວການ ປະຕິບັດລະບຽບວິໄນຂອງກອງທັບວາງອອກໃຫ້ເຂັ້ມງວດ ແລະ ຈົບງາມໂດຍຖືເອົາວຽກງານດັ່ງກ່າວນຳມາໝູນໃຊເຂົ້າໃນໜ້າທີ່ ວຽກງານປະຈຳວັນມີແນວຄິດຝຶກຝົນຫຼ່ໍຫຼອມຕົນເອງໃຫ້ມີຄວາມກ້າວໜ້າ ເພື່ອພ້ອມກັນຕັ້ງໜ້າສ້າງຜົນງານດ້ານຕ່າງໆໃຫ້ມີທ່າກ້າວຂະຫຍາຍຂຶ້ນໄປເທື່ອລະກ້າວ.

ກອງປະຊຸມຈັດຝຶກອົບຮົມ ຫັດແອບວິຊາງົດງາມໃຫ້ພະນັກງານ-ນັກຮົບ ທົ່ວຫ້ອງການເມືອງທະຫານນະຄອນຫຼວງວຽງຈັນ ປະຈຳປີ 2019

ເນື້ອໃນທີ່ນຳມາຝຶກອົບຮົມຄັ້ງນີ້ ລວມມີ 4 ເນື້ອໃນ ຄື: ອົບຮົມວຽກງານຫ້ອງການ, ພິທີການ, ຮັບແຂກ, ອົບຮົມລະບຽບຮູບແຖວ-ເຄົາລົບ, ອົບຮົມລະບຽບເຄົາລົບໃນຫ້ອງການ ແລະ ປະຕິບັດຍິງ ລູກປືນແທ້ ໃນນີ້ອົບຮົມພາກສິນລະປະຍຸດໄດ້ອົບຮົມຫັດແອບເລັ່ງ ຍິງປືນສັ້ນນາຍທະຫານຂັ້ນບັນຊາ, ຫັດແອບເລັ່ງຍິງປືນອາກາແອມ ທະຫານຮາບ, ອົບຮົມລະບຽບງົດງາມຮູບແຖວ-ເອີ້ນຮູບແຖວ, ລະບຽບເຄົາລົບວັນທະຫັດມືເປົ່າ, ລະບຽບໃນຫ້ອງການ, ການຝຶກອົບຮົມ ກຳນົດເວລາ 20 ວັນ ໂດຍໄດ້ກຳນົດເອົາທຸກໆວັນອັງຄານຂອງແຕ່ລະອາທິດເພື່ອຈັດຕັ້ງປະຕິບັດຕາມແຜນການ.