ພິທີມອບ-ຮັບ ໂຄງການຕິດຕັ້ງຕາຂ່າຍໄຟຟ້າ 22 KV ແລະ ຕິດຕັ້ງໝໍ້ແປງໄຟຟ້າ 250 KVA ເຂົ້າ ກອງບັນຊາການ ປກສ ເມືອງຊະນະຄາມ ແຂວງວຽງຈັນ ຈັດຂຶ້ນໃນວັນທີ 11 ມິຖຸນາ 2019, ເປັນປະທານໂດຍ ພັທ ບຸນນອງ ຊາມຸນຕີ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ວຽງຈັນ ພ້ອມຄະນະ, ມີ ພັທ ບົວຂາວ ກູດແກ້ວ ຫົວໜ້າກອງບັນຊາການ ປກສ ເມືອງຊະນະຄາມ, ທ່ານ ບຸນເພັງ ແສງຈັນເພັດ ຫົວໜ້າບໍລິສັດ ບີພີແອັດ ຕິດຕັ້ງ ແລະ ສ້ອມແປງໄຟຟ້າ ຈຳກັດ ພ້ອມດ້ວຍພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

ພັຕ ລິນທອງ ຜາລີຂັນ ຮອງຫົວໜ້າພະແນກກໍ່ສ້າງ-ຊັບສິນ ປກສ ແຂວງວຽງຈັນ ຂຶ້ນຜ່ານບົດບັນທຶກມອບ-ຮັບ ໂຄງການດຶງຕາຂ່າຍໄຟຟ້າ ແລະ ຕິດຕັ້ງໝໍ້ແປງ 250 KVA ເຂົ້າ ກອງບັນຊາການ ປກສ ເມືອງຊະນະຄາມ ລະຫວ່າງ ກອງບັນຊາການ ປກສ ແຂວງວຽງຈັນ ກັບ ບໍລິສັດ ບີພີແອັດ ຕິດຕັ້ງ ແລະ ສ້ອມແປງໄຟຟ້າ ຈຳກັດ.

ໂຄງການກໍ່ສ້າງ ແມ່ນໄດ້ເລີ່ມລົງມືກໍ່ສ້າງ ນັບແຕ່ວັນທີ 7 ມິຖຸນາ 2019 ເປັນຕົ້ນມາ ແລະ ກໍ່ສ້າງສຳເລັດ ໃນວັນທີ 11 ມິຖຸນາ 2019 ລວມມູນຄ່າການກໍ່ສ້າງທັງໝົດ 418.209.620 ກີບ (ສີ່ຮ້ອຍ ສິບແປດລ້ານ ສອງແສນ ເກົ້າພັນ ຫົກຮ້ອຍ ຊາວກີບ), ເປັນທຶນຂອງລັດຮ້ອຍສ່ວນຮ້ອຍ ໂດຍແມ່ນ ບໍລິສັດ ບີພີແອັດ ຕິດຕັ້ງ ແລະ ສ້ອມແປງໄຟຟ້າ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ສອງຝ່າຍຍັງໄດ້ຕົກລົງເອກະພາບກັນ ສ້າງບົດບັນທຶກຮັບຜິດຊອບຕໍ່ໂຄງການຮ່ວມກັນ ຄືດັ່ງນີ້:

ຖ້າຫາກໂຄງການມີການເປ່ເພເສຍຫາຍ ຍ້ອນການກໍ່ສ້າງຂອງບໍລິສັດຮັບເໝົາ ບໍ່ໄດ້ຄຸນນະພາບ, ບໍ່ຖືກຕາມມາດຕະຖານເຕັກນິກທີ່ກຳນົດໄວ້ນັ້ນ ແມ່ນທາງບໍລິສັດ ຈະຕ້ອງໄດ້ຮັບຜິດຊອບທັງໝົດຕໍ່ກັບຜົນເສຍຫາຍ ໃນການກໍ່ສ້າງຄືນໃໝ່ ດ້ວຍທຶນຂອງບໍລິສັດເອງ, ແຕ່ຖ້າຫາກໂຄງການເປ່ເພເສຍຫາຍ ຍ້ອນການນໍາໃຊ້ໂຄງການບໍ່ຖືກຕ້ອງຕາມເປົ້າໝາຍ ແມ່ນທາງກອງບັນຊາການ ຕ້ອງໄດ້ຮັບຜິດຊອບເອົາເອງທັງໝົດ ຕໍ່ກັບຜົນເສຍຫາຍໃນການກໍ່ສ້າງ-ສ້ອມແປງຄືນທຸກຢ່າງ ແລະ ຖ້າຫາກໂຄງການເປ່ເພເສຍຫາຍ ຍ້ອນສາເຫດມາຈາກໄພທຳມະຊາດຢ່າງຮ້າຍແຮງ ເຊິ່ງທັງສອງຝ່າຍບໍ່ໄດ້ຄາດຄິດມາກ່ອນນັ້ນ ເປັນສາເຫດເຮັດໃຫ້ໂຄງການ ຕ້ອງມີການເປ່ເພຂຶ້ນ ທັງສອງຝ່າຍຕ້ອງໄດ້ປຶກສາຫາລື ເພື່ອຫາວິທີແກ້ໄຂຮ່ວມກັນ.

ທັ້ງນີ້, ໄດ້ມີເຊັນບົດບັນທຶກມອບໂຄງການໂດຍ ທ່ານ ບຸນເພັງ ແສງຈັນເພັດ ຫົວໜ້າ ບໍລິສັດ ບີພີແອັດ ຕິດຕັ້ງ ແລະ ສ້ອມແປງໄຟຟ້າ ຈຳກັດ ແລະ ເຊັນຮັບໂດຍ ພັທ ບຸນນອງ ຊາມຸນຕີ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ໂດຍຊ່ອງໜ້າພະນັກງານກ່ຽວຂ້ອງທັງສອງຝ່າຍ.