ພາສີແຂວງບໍ່ແກ້ວ ແກ້ໄຂຂະດີລົດບໍ່ຖືກຕ້ອງ 191 ຄັນ ເກັບລາຍເຂົ້າງົບປະມານເກືອບ 5 ຕື້ກີບ

0
734

ກອງກວດກາພາສີ ປະຈຳແຂວງບໍ່ແກ້ວ ທີ່ຂຶ້ນກັບກອງຄຸ້ມຄອງພາສີ I ( ແຂວງຫຼວງນ້ຳທາ-ແຂວງບໍ່ແກ້ວ ) ໄດ້ຮັບການເອົາໃຈໃສ່ ແລະ ໄດ້ຮັບທິດຊີ້ນຳຈາກອົງການປົກຄອງທ້ອງຖິ່ນຢ່າງເປັນປົກກະຕິ, ມີການປະສານສົມທົບລະຫວ່າງສາຍຕັ້ງສາຍຂວາງ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕາມພາລະບົດບາດ, ຕາມຂອບເຂດ, ສິດໜ້າທີ່ ແລະ ບັນດານິຕິກໍາຕ່າງໆ. ເຊິ່ງນັບແຕ່ຕົ້ນປີມາຮອດທ້າຍເດືອນ 5 ສາມາດແກ້ໄຂຄະດີລົດນໍາເຂົ້າບໍ່ຖືກຕ້ອງ ໄດ້ທັງໝົດ 191 ຄັນ. ໃນນັ້ນ, ເປັນລົດໃຫຍ່ 137 ຄັນ, ລົດຈັກ 54 ຄັນ ແລະ ປັບໃໝຕາມລະບຽບການເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ແລ້ວເກືອບ 5 ຕື້ກີບ.

ແກ້ໄຂຄະດີລົດນໍາເຂົ້າບໍ່ຖືກຕ້ອງ ໄດ້ທັງໝົດ 191 ຄັນ

ທ່ານ ສັນສຸສິນ ວົງສາທອນ ຮອງ ຫົວໜ້າກອງຄຸ້ມຄອງພາສີ I ຫົວໜ້າ ກອງກວດກາພາສີ ປະຈຳແຂວງບໍ່ແກ້ວ ກ່າວວ່າ: ໄດ້ເອົາໃຈໃສ່ ຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນ, ຕິດຕາມການເຄື່ອນຍ້າຍສິນຄ້າເຄື່ອງຂອງພາຍໃນ ຕາມພາລະບົດບາດ, ຂອບເຂດ, ສິດໜ້າທີ່, ລະບຽບກົດໝາຍທີ່ກຳນົດໄວ້ ນັບແຕ່ ວັນທີ 1 ມັງກອນ 2019 ຫາ ວັນທີ 31 ພຶດສະພາ 2019 ກອງກວດກາພາສີແຂວງບໍ່ແກ້ວ ໄດ້ສືບຕໍ່ແກ້ໄຂຄະດີລົດນໍາເຂົ້າບໍ່ຖືກຕ້ອງໄດ້ທັງໝົດ ຈໍານວນ 191 ຄັນ. ໃນນັ້ນ, ເປັນປະເພດ ລົດໃຫຍ່ 137 ຄັນ, ປະເພດລົດຈັກ 54 ຄັນ ແລະ ປັບໃໝຕາມລະບຽບການເກັບ ລາຍຮັບເຂົ້າງົບປະມານແຫ່ງລັດໄດ້ ແລ້ວເກືອບ 5 ຕື້ກີບ ເທົ່າກັບ 41,58% ຂອງແຜນ ການປີ.

ໃນປີ 2019 ກອງກວດກາພາສີແຂວງບໍ່ແກ້ວ ໄດ້ຮັບຕົວເລກຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຈໍານວນ 12 ຕື້ກີບ, ເຊິ່ງເປັນຕົວເລກຫຼາຍພໍສົມຄວນເພີ່ມຂຶ້ນຈາກປີ 2018 ທີ່ຜ່ານມາ 436,36% ຖ້າຄິດເປັນເງິນປະມານ 9,25 ຕື້ກີບ ແລະ ເປັນສິ່ງທີ່ທ້າທ້າຍທີ່ຈະຕ້ອງບຸກບືນສູ້ຊົນພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດໄປຄຽງຄູ່ກັບການສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ແກ່ອ້າຍນ້ອງພະນັກງານພາຍໃນກອງກວດກາພາສີໄດ້ມີແນວຄິດຫຼັກໝັ້ນ ມີສະຕິຕໍ່ການຈັດຕັ້ງມີລະບຽບວິໄນ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ໆການຈັດຕັ້ງມອບໝາຍໃຫ້, ສືບຕໍ່ໂຄສະນາເຜີຍແຜ່ລະບຽບກົດໝາຍ,ນິຕິກຳລຸ່ມກົດໝາຍຕໍ່ຜູ້ປະກອບການການນຳເຂົ້າ-ສົ່ງອອກ ແລະ ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດຕໍ່ພວກຄ້າຂາຍເຖື່ອນລຽບຕາມຊາຍແດນອອກກວດກາເຄື່ອນໄຫວລາດຕະເວນຕາມຊາຍແດນຈຸດເປົ້າໝາຍທາງນ້ຳ-ທາງບົກຕາມແຜນວຽກທີ່ວາງໄວ້, ສືບຕໍ່ແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງທີ່ມາແຈ້ງເສຍພາສີຕາມລະບຽບການນັບທັງລົດທີ່ຕິດປ້າຍລັດບໍລິຫານບຸກຄົນນຳໃຊ້ທີ່ມີຢູ່ໃນສະຖິຕິຂອງແຂວງ ແລະ ສືບຕໍ່ແກ້ໄຂລົດທີ່ນຳເຂົ້າມາຮັບໃຊ້ເຂດເສດຖະກິດພິເສດສາມລ່ຽມຄຳທີ່ມີໃນບັນຊີ, ປະສານສົມທົບກັບອຳນາດການປົກຄອງແຕ່ລະຂັ້ນ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອເຮັດໜ້າທີ່ວຽກງານຕ້ານ ແລະ ສະກັດກັ້ນການລັກລອບສິນຄ້າໜີພາສີໃຫ້ມີຄວາມເຂັ້ມແຂງ. ທັງນີ້, ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຕາມແຜນການ ຫຼື ລື່ນແຜນການຕາມຕົວເລກທີ່ຂັ້ນເທິງມອບໝາຍໃຫ້ 12 ຕື້ກີບ.

ການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຕາມແຜນການ

ສາເຫດທີ່ພາໃຫ້ກອງກວດກາສີພາສີ ປະຈຳແຂວງບໍ່ແກ້ວ ເກັບລາຍຮັບໄດ້ຕາມແຜນ, ຍ້ອນໄດ້ຮັບການເອົາໃຈໃສ່ໃຫ້ທິດຊີ້ນຳຈາກອົງການປົກຄອງທ້ອງຖິ່ນຢ່າງເປັນປົກກະຕິ ມີການປະສານສົມທົບລະຫວ່າງສາຍຕັ້ງ ແລະ ສາຍຂວາງ, ບັນດາຂະແໜງການທີ່ກ່ຽວ ຂ້ອງ ແລະ ມີຫ້ອງການສະຖານທີ່ປະຈໍາການເຮັດວຽກວິຊາສະເພາະມີຄວາມສະດວກໃຫ້ແກ່ການການບໍລິການການພົວພັນວຽກງານກັບຜູ້ປະກອບການຕ່າາໆ… ນັບທັງສາງເກັບມ້ຽນສິນຄ້າເວລາມີການຢຶດສິນຄ້າ-ເຄື່ອງຂອງ ແລະ ອຸປະກອນຮັບໃຊ້ ເປັນຕົ້ນແມ່ນລະບົບເອເລັກໂຕນິກເຊື່ອມຕໍ່ກັບກົມພາສີ, ນໍາໃຊ້ລະບົບ c2000 ການເຂົ້າຂໍ້ມູນທາງດ້ານພາສີ ເພື່ອສະຫຼຸບລາຍງານໃຫ້ຂັ້ນເທິງ ການເຂົ້າຂໍ້ມູນຫັກລົບແຜນເພື່ອຄຸ້ມຄອງການລົງທຶນທີ່ໄດ້ຮັບອະນຸຍາດການຍົກເວັ້ນພາສີອາກອນຈາກຄະນະຄຸ້ມຄອງການລົງທຶນຂັ້ນແຂວງ ເພື່ອປະກອບເອກະສານທາງດ້ານພາສີຢູ່ດ່ານພາສີບ່ອນນຳເຂົ້າ, ທີ່ສຳຄັນແມ່ນການເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດເປັນບັນຫາສໍາຄັນ, ມີການກວດກາ, ມີການແບ່ງຄວາມຮັບຜິດຊອບໃນການເວນຍາມຕ້ານການເຄື່ອນໄຫວສະກັດກັ້ນຕາມຈຸດຕ່າງໆທີ່ີມີຄວາມສ່ຽງໃນການລັກລອບສິນຄ້າ, ມີການແຕ່ງຕັ້ງໜ່ວຍສະເພາະກິດ ແລະ ບັນ
ຫາອື່ນໆໄປພ້ອມກັນ ຈຶ່ງເຮັດໃຫ້ການຈັດເກັບລາຍຮັບບັນລຸຕາມແຜນການທີ່ ວາງໄວ້ ແລະ ລື່ນຄາດໝາຍ.