ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫ່ຍການເມືອງ (ກົມ 501) ກະຊວງ ປກສ ໄດ້ພົບປະ ແລະ ຊີ້ນຳວຽກງານຕໍ່ຄະນະບັນຊາແຕ່ລະຂັ້ນຢູ່ກອງບັນຊາການ ປກສ ແຂວງອຸດົມໄຊ, ໃນວັນທີ 17 ມິຖຸນາ 2019, ມີບັນດາຄະນະພັກ, ຄະນະບັນຊາ, ຫົວໜ້າຫ້ອງ, ຮອງຫ້ອງ, ກອງ, ຄ້າຍ, ໂຮງຮຽນ ແລະ ຫົວໜ້າພະແນກ ຮອງພະແນກເຂົ້າຮ່ວມຢ່າງພ້ອມພຽງ.

ການພົບປະຄັ້ງນີ້, ພົຕ ວັນທອງ ກອງມະນີ ໄດ້ໃຫ້ທິດຊີ້ນຳຕໍ່ກັບຄະນະພັກແຕ່ລະຂັ້ນພາຍໃນ ປກສ ແຂວງອຸດົມໄຊ ທຸກສະຫາຍຕ້ອງເປັນເຈົ້າການຊີ້ນຳ-ນຳພາທຸກຂົງເຂດວຽກງານໃຫ້ໄປຕາມແບບແຜນ, ໄປຕາມລະ ບຽບກົດໝາຍຢ່າງຖືກຕ້ອງ, ເອົາໃຈໃສ່ກໍ່ສ້າງປັບປຸງພະນັກງານ-ນັກຮົບ ໃຫ້ຖືກຕ້ອງຕາມແນວທາງຂອງພັກ, ເສີມສ້າງຂະຫຍາຍມູນເຊື້ອປະຫວັດສາດຂອງພັກຂອງຊາດ, ກຳລັງ ປກສ, ຕ້ອງເປັນທີ່ເພິ່ງຂອງປະຊາຊົນບັນ ດາເຜົ່າ, ເພີ່ມທະວີຄວາມສາມັກຄີໃນກຳລັງ ແລະ ຮ່ວມມືກັບຫຼາຍພາກສ່ວນເພື່ອຊ່ວຍກັນຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບສຸກຂອງບ້ານເມືອງກໍຄືທ້ອງຖິ່ນ.

ນອກນັ້ນ, ຄະນະພັກ-ຄະນະບັນຊາ ຕ້ອງເອົາໃຈໃສ່ໃນການປັບປຸງແບບແຜນວິທີເຮັດວຽກແຕ່ຂັ້ນເທິງລົງຮອດບັນດາພະນັກງານ-ນັກຮົບ, ໃຫ້ມີຄວາມໜັກແໜ້ນດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ, ຍົກສູງວຽກງານອົງການຈັດຕັ້ງມະຫາຊົນ, ກວດກາ, ຕິດຕາມ, ຕັດສິນເດັດຂາດຢ່າງລະອຽດຕໍ່ກັບພະນັກງານຜູ້ທີ່ສວຍໃຊ້ໂອກາດ ແລະ ກະທຳຜິດຕໍ່ລະບຽບກົດໝາຍຂອງກຳລັງປ້ອງກັນຄວາມສະຫງົບ, ເອົາໃຈໃສ່ຕໍ່ກັບວຽກ ງານນະໂຍບາຍຕ່າງໆຕໍ່ກັບພະນັກງານ-ນັກຮົບ, ພະນັກງານບຳນານພາຍໃນກຳລັງໃຫ້ເໝາະສົມ, ການຄັດເລືອກຮັບເອົາກຳລັງໃໝ່ແມ່ນໃຫ້ຖືກຕ້ອງຕາມມາດຖານ ແລະ ລະບຽບຫຼັກການກຳນົດໄວ້, ບັນຈຸສັບຊ້ອນບຸກຄະລາກອນໃຫ້ຖືກຕ້ອງເໝາະສົມ ແລະ ສືບຕໍ່ປະສານງານກັບບັນດາພະແນກການອ້ອມຂ້າງໃຫ້ແໜ້ນແຟ້ນ, ພ້ອມ ກັນປັບປຸງກໍ່ສ້າງໜ່ວຍພັກ, ສະມາຊິກພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນຳພາ-ບັນຊາ, ຖືເອົາວຽກງານການເມືອງ-ນຳພາແນວຄິດເປັນກົກ, ລົງສູ່ສະມາຊິກພັກ ແລະ ພະນັກງານ-ນັກຮົບຢ່າງເປັນປົກກະຕິຕໍ່ເນື່ອງ ແລະອື່ນໆ.

ພ້ອມນັ້ນ, ເພື່ອເປັນການຍົງສູງໃນໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ມີຄວາມເຂັ້ມແຂງ ແລະ ທັນສະໄໝດ້ານກຳລັງ ເພື່ອພ້ອມກັນສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາບ້ານເມືອງ, ຮັບປະກັນໄດ້ຄວາມສະຫງົບດ້ານການເມືອງ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີເປັນກ້າວໆ.