ທ່ານ ປອ ຈັນພິພັກ ກອງຈໍາປາ ເລຂາພັກເມືອງ ເຈົ້າເມືອງໆສິງ ແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ ໄດ້ລົງພົບປະເຮັດວຽກກັບ ຄະນະພັກຮາກຖານ ກຸ່ມບ້ານຈຽງໄຈ ໃນວັນທີ 13 ມິຖຸນາ 2019 ໂດຍມີບັນດາຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ເມືອງ ແລະ ອຳນາດການປົກຄອງບ້ານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ໄມ່ຄໍາເງິນ ພູມມະຈັນ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານ ກຸ່ມບ້ານຈຽງໄຈ ໄດ້ລາຍງານຫຍໍ້ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການປະຕິບັດຂອງ ຄະນະພັກຮາກຖານ ກຸ່ມບ້ານຈຽງໄຈ ໄລຍະຜ່ານມາ, ເຊິ່ງປັດຈຸບັນ ກຸ່ມບ້ານຈຽງໄຈ ມີຄະນະພັກຮາກຖານ 9 ສະຫາຍ, ປະກອບມີ 12 ບ້ານ, ມີ 1.273 ຫຼັງຄາເຮືອນ, ມີ 1.570 ຄອບຄົວ, ມີພົນລະເມືອງທັງໝົດ 6.882 ຄົນ ຍິງ 3.516 ຄົນ; ເຊິ່ງຜ່ານມາ ປກສ ກຸ່ມ ເອົາໃຈໃສ່ເຮັດວຽກງານເປັນປົກກະຕິ ແລະ ມີຜົນສຳເລັດ ເຊັ່ນ:

ໄດ້ຂຽນແບບຟອມແຈ້ງຄົນມີໜ້າ ແລະ ບໍ່ມີໜ້າ ເຂົ້າແບບຟອມທັນສະໄໝ ຈໍານວນ 9 ບ້ານ ແລະ ເຮັດສໍາເລັດແລ້ວ 8 ບ້ານ, ດັດແກ້ສໍາມະໂນຄົວ 35 ຫົວ, ຝຶກອົບຮົມວຽກງານວິຊາສະເພາະໃຫ້ ປກສ ບ້ານ 12 ບ້ານ ສໍາເລັດ 100%, ເກັບກໍາອາຊີບພິເສດ 4 ຄັ້ງ, ຕິດຕາມເປົ້າໝາຍຕ່າງໆ 5 ຄັ້ງ, ມ້າງຄະດີຄ້າຂາຍຢາເສບຕິດລາຍຍ່ອຍ 2 ເລື່ອງ, ມີຄະດີລັກຊັບພົນລະເມືອງ 3 ເລື່ອງ, ຄະດີຄາດຕະກໍາ 1 ເລື່ອງ, ອາລະວາດຕີກັນ 2 ລາຍ, ອຸບັດຕິເຫດເກີດຂຶ້ນ 1 ຄັ້ງ ແລະ ປ້ອງກັນບຸນບັ້ງໄຟ 1 ຄັ້ງ ເຊິ່ງປະກອບມີກອງຫຼອນບ້ານ 98 ສະຫາຍ, ປກສ ບ້ານ 117 ສະຫາຍ ຍິງ 2 ສະຫາຍ.

ພົບປະເຮັດວຽກກັບ ຄະນະພັກຮາກຖານ ກຸ່ມບ້ານຈຽງໄຈ
ພົບປະເຮັດວຽກກັບ ຄະນະພັກຮາກຖານ ກຸ່ມບ້ານຈຽງໄຈ

ໂອກາດດັ່ງກ່າວ, ທ່ານ ປອ ຈັນພິພັກ ກອງຈໍາປາ ຍັງໄດ້ໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງ ຄະນະພັກຮາກຖານ ແລະ ປກສ ກຸ່ມບ້ານຈຽງໄຈ ທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ພະນັກງານຢູ່ຮາກຖານ ແລະ ປກສ ກຸ່ມ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີທັດສະນະຫຼັກໝັ້ນ, ຮູ້ຈໍາແນກໄດ້ມິດ-ສັດຕູຢ່າງຈະແຈ້ງ ແລະ ພ້ອມກັນປະຕິບັດໜ້າທີ່ວຽກງານຢູ່ພາຍໃນກຸ່ມ ຕາມການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ສໍາເລັດ ແລະ ຫັນເອົາແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ລົງຈັດຕັ້ງເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນ ໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ແລະ ປະຕິບັດຢ່າງເຂັ້ມງວດ ຮັບປະກັນໃຫ້ວຽກງານປ້ອງ ກັນຄວາມສະຫງົບ ມີຜົນສຳເລັດແຕ່ລະໄລຍະ.