ທ່ານ ປອ ບຸນທອງ ຈິດມະນີ ພ້ອມຄະນະ ລົງເຄື່ອນໄຫວວຽກງານຢູ່ແຂວງເຊກອງ

0
730

ວັນທີ 20 ມິຖຸນາ 2019 ທ່ານ ປອ ບຸນທອງ ຈິດມະນີ ຮອງນາ ຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ, ຕ້ອນຮັບໂດຍ ທ່ານ ຄໍາເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງ, ມີຄະນະພັກ, ຄະນະນໍາ, ບັນດາພະແນກການອ້ອມຂ້າງແຂວງ, ພະນັກງານ, ທະຫານ, ຕໍາຫຼວດ ເຂົ້າຮ່ວມ.

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ ໃນຄັ້ງນີ້, ທ່ານ ເຈົ້າແຂວງໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະພັກ -ຄະນະນໍາ, ອົງການປົກຄອງແຂວງ ໂດຍສະເພາະແມ່ນສະພາບລວມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຮອບດ້ານໃນໄລຍະ 6 ເດືອນຕົ້ນ ປີ 2019 ເຊິ່ງໄລຍະຜ່ານມາ, ແຂວງ ເຊກອງ ກໍເປັນໜຶ່ງໃນແຂວງທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ປະເຊີນໜ້າກັບສະພາບນໍ້າຖ້ວມ, ດິນເຊາະເຈື່ອນເຮັດໃຫ້ເຮືອນຊານຂອງປະຊາຊົນ, ເນື້ອທີ່ທໍາການຜະລິດ ແລະ ພື້ນຖານໂຄງລ່າງຫຼາຍແຫ່ງຖືກກະທົບ ແລະ ໄດ້ຮັບຄວາມເສຍຫາຍ, ແຕ່ຍ້ອນຄວາມເປັນຫ່ວງເປັນໃຍ ແລະ ຄວາມເອົາ ໃຈໃສ່ຂອງຄະນະພັກ-ຄະນະນໍາ, ອົງການປົກຄອງແຕ່ລະຂັ້ນ ໄດ້ຊີ້ ນໍາ-ນໍາພາ, ທັງມີແຜນການ-ແຜນງານທີ່ສອດຄ່ອງ ພ້ອມທັງເອົາໃຈໃສ່ນໍາພາຈັດຕັ້ງປະຕິບັດຢ່າງມີຄວາມຮັບຜິດຊອບສູງ ຈຶ່ງສາມາດຊ່ວຍເຫຼືອຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບກັບຄືນສູ່ສະພາບປົກກະຕິໂດຍ ພື້ນຖານ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 8,3%, ການຄ້າ-ການລົງທຶນມີບັນຍາກາດດີສົມຄວນ ສິນຄ້າສ່ວນຫຼາຍທີ່ສົ່ງອອກຂອງແຂວງແມ່ນ: ໄຟຟ້າ, ຜະລິດຕະພັນປະເພດກະສິກໍາ ເຊັ່ນ: ໝາກກ້ວຍ, ກາເຟ, ພິກໄທ, ໝາກເພັດດິບ, ໝາກມັງກອນ, ມັນຕົ້ນແຫ້ງ, ຢາງພາລາ, ໜໍ່ໄມ້ຝຣັ່ງ, ພືດພັກ ແລະ ອື່ນໆ.

ກອງປະຊຸມໂອ້ລົມ ແລະ ມີທິດຊີ້ນຳຕໍ່ຄະນະພັກ-ຄະນະນໍາ ກໍຄືສະມາຊິກພັກ-ພະນັກງານທົ່ວແຂວງເຊກອງ

ໃນໂອກາດດັ່ງກ່າວ, ທ່ານ ປອ ບຸນທອງ ຈິດມະນີ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳຕໍ່ຄະນະ ພັກ-ຄະນະນໍາ ກໍຄືສະມາຊິກພັກ-ພະນັກງານທົ່ວແຂວງເຊກອງ, ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະນຳແຂວງ, ເມືອງ ແລະ ພະແນກການທີ່ໄດ້ມີຄວາມຕັດສິນໃຈສູງໃນການຊີ້ນຳ-ນຳພາວຽກງານຮອບດ້ານ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ການຟື້ນຟູສະພາບການເປັນຢູ່ຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພທໍາມະຊາດ ທ່ານຍັງໄດ້ ເນັ້ນໃຫ້ຄະນະພັກ, ຄະນະນໍາ, ອົງການປົກຄອງແຕ່ລະຂັ້ນ ຈົ່ງພ້ອມກັນສືບຕໍ່ນຳພາ-ຊີ້ນຳການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງ ທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ, ຄັ້ງທີ VIII ແລະ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນຕົນທີ່ວາງອອກໃຫ້ໄດ້ຮັບໝາກຜົນ, ພ້ອມສຸມໃສ່ການແກ້ໄຂຄວາມທຸກ ຍາກຂອງປະຊາຊົນ, ຊຸກຍູ້ການຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ເຂົາເຈົ້າ, ໄປຄຽງຄູ່ກັບການເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຮຽກຮ້ອງໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຈົ່ງຕັ້ງໜ້າຈັດຕັ້ງປະຕິບັດວຽກງານຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນດ້ວຍຄວາມຮັບຜິດຊອບສູງ, ມີສະຕິຕໍ່ການຈັດຕັ້ງ, ເປັນເຈົ້າການເຄົາລົບ ແລະ ປະຕິບັດມະຕິ, ຄໍາສັ່ງ, ກົດລະບຽບ ຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ແລະ ພ້ອມກັນສືບຕໍ່ກະກຽມການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກແຕ່ລະຂັ້ນໃຫ້ທ່ວງທັນຕາມ ເວລາທີ່ໄດ້ກໍານົດໄວ້ ແລະ ໃຫ້ຮັບປະກັນທັງດ້ານເນື້ອໃນ ແລະ ຂະບວນການ ເພື່ອເຮັດໃຫ້ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຄັ້ງນີ້ ມີປະສິດທິພາບ ແລະ ປະສິດທິຜົນສູງ.