ຄະນະໜ່ວຍພັກບ້ານວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງ ຈັນ (ນວ) ໄດ້ເອົາໃຈໃສ່ເຮັດວຽກງານກໍ່ສ້າງພັກ-ພະນັກງານດ້ວຍຫຼາຍຮູບແບບເປັນຕົ້ນ ດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ ເພື່ອເຮັດໃຫ້ບັນດາສະມາຊິກພັກ ແລະ ປະຊາຊົນພາຍໃນບ້ານມີຄວາມໜັກແໜ້ນ, ເຂັ້ມແຂງ ເຮັດໃຫ້ວຽກງານດັ່ງກ່າວ ມີຜົນສຳເລັດເທື່ອລະກ້າວ.

ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກ ບ້ານວັດຈັນ ຊຸດໃໝ່

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກບ້ານວັດຈັນ ຄັ້ງວັນທີ 20 ມິຖຸນາຜ່ານມາ, ເຂົ້າ ຮ່ວມໂດຍ ທ່ານ ນາງ ບົວລອນ ວົງດາລາແສນ ເລຂາຄະນະພັກເມືອງ ເຈົ້າເມືອງໆຈັນທະບູລີ, ມີບັນດາຄະນະພັກເມືອງ, ຕາງໜ້າໃຫ້ອົງການຈັດຕັ້ງມະຫາຊົນ, ສະມາຊິກພັກພາຍໃນບ້ານ ວັດຈັນ ເຂົ້າຮ່ວມ. ສະຫາຍ ບຸນຄົງ ສະນຸກພົມ ເລຂາພັກບ້ານນາຍບ້ານໆ ວັດຈັນ ຜ່ານບົດລາຍງານການເມືອງ ໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ໃນຊຸມປີ 2014-2018 ວ່າ: ຜ່ານມາ, ຄະນະໜ່ວຍພັກບ້ານວັດຈັນ ໄດ້ສຸມໃສ່ເຮັດວຽກງານກໍ່ສ້າງພັກ-ພະນັກງານເປັນປົກກະຕິ ແລະ ຫຼາຍວິທີການເປັນຕົ້ນແມ່ນໄດ້ກໍ່ສ້າງພັກທາງດ້ານການ ເມືອງ-ແນວຄິດ ໂດຍນຳພາສະມາຊິກພັກ ແລະ ປະຊາຊົນທຸກຊັ້ນຄົນເຂົ້າຮ່ວມຮໍ່າຮຽນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ບັນດາມະຕິຄຳສັ່ງແລະ ແຈ້ງການຕ່າງໆ ທັງຈັດຕັ້ງໂຄສະນາມູນເຊື້ອຂອງພັກ-ຂອງຊາດຢ່າງຕໍ່ເນື່ອງ; ຜ່ານການເຊື່ອມຊຶມເຫັນວ່າ ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າມີຄວາມອຸ່ນອຽນ ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງ ພັກ, ປະຕິບັດລະບຽບກົດໝາຍຂອງລັດວາງອອກໄດ້ເປັນຢ່າງດີ, ມີຄວາມເຂົ້າໃຈເປັນເອກະພາບຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ສາມາດກຳໄດ້ເລ່ລ່ຽມກົນອຸບາຍຂອງພວກສັດຕູທີ່ ຫວັງທຳລາຍມ້າງເພລະບອບໃໝ່ ຂອງພັກ-ລັດເຮົາ ແລ້ວແກ້ໄຂຢ່າງ ທັນການ.


ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກ ບ້ານວັດຈັນ ຊຸດໃໝ່

ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກ ບ້ານວັດຈັນ ຊຸດໃໝ່, ມີຜູ້ລົງສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ, ໃນນີ້, ເລືອກໄດ້ ສະຫາຍ ບຸນຄົງ ສະນຸກ ພົມ ເປັນເລຂາໜ່ວຍພັກບ້ານ ນາຍ ບ້ານໆວັດຈັນ, ສະຫາຍ ນາງ ວຽງຄຳ ເພຍສະກົວ ເປັນເລຂາ ແລະ ສະຫາຍ ນາງ ພອນສະຫວັນ ວົງພະນະຄອນ ເປັນປະທານກວດກາພັກ ເພື່ອສືບ ຕໍ່ເຮັດວຽກງານກໍ່ສ້າງພັກ-ພະນັກງານທາງດ້ານການເມືອງ-ແນວຄິດ ໂດຍນຳເອົາກົດລະບຽບພັກ ສະໄໝ ທີ X ແລະ ມະຕິ, ຄຳສັ່ງຂອງພັກມາຈັດຕັ້ງເຊື່ອມຊຶມຢ່າງເລິກເຊິ່ງ ເພື່ອເຮັດໃຫ້ແຕ່ລະສະຫາຍມີຄຸນທາດ ການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງສູງ ແນໃສ່ສ້າງພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ກອງປະຊຸມຍັງໄດ້ເລືອກເອົາສະຫາຍ ບຸນຄົງ ສະນຸກພົມ ເປັນຜູ້ແທນໄປເຂົ້າຮ່ວມກອງປະຊຸມໃຫຍ່
ຄັ້ງທີ VII ຂອງອົງຄະນະພັກເມືອງຈັນທະບູລີງ.