ປະກົດການເສຍຊີວິດ ຍ້ອນຖືກສັດລ້ຽງ (ໝາ) ກັດ
ປະກົດການເສຍຊີວິດ ຍ້ອນຖືກສັດລ້ຽງ (ໝາ) ກັດ

ຫວນກັບໄປເວົ້າໃນກໍລະນີຫຼານນ້ອຍ 7 ປີ ທີ່ຖືກໝາລຸມກັດ ທີ່ເມືອງເລືອງບັ່ງ ແຂວງຮຶງອຽນ ຈົນເສຍຊີວິດ, ປະຊາຊົນເກີດຄວາມກັງວົນ ແລະ ຄິດດູຕົນເດັກດັ່ງກ່າວ ແລະ ຍິ່ງໄປກວ່ານັ້ນ ທຸກຄົນຍິ່ງເຈັບປວດແທນຕື່ມ ເມື່ອຮູ້ວ່າ ກ່ອນໜ້ານີ້ກໍເຄີຍມີປະຊາຊົນໄປແຈ້ງ ນາງ ເລ້ທິອານ ເຈົ້າຂອງໝາຈຳ ນວນດັ່ງກ່າວວ່າ:

ໝາໄດ້ກັດເດັກນ້ອຍຈົນໄດ້ຮັບບາດເຈັບ ແຕ່ຜູ້ກ່ຽວກໍຍັງມີທັດສະນະບ່ໍສົນໃຈ, ບ່ໍລ່າມໂສ້ ຫຼື ໃສ່ເຄື່ອງປ້ອງກັນແຂ້ວສັດ.

ໂດຍແຕ່ລະມື້ ຜູ້ກ່ຽວຍັງປ່ອຍສັດຕາມລຳພັງໃຈ ຈົນມາຮອດມື້ເກີດເຫດ, ເມື່ອເຈົ້າໜ້າທີ່ຕຳຫຼວດ ເຂົ້າໄປສຶກສາອົບຮົມ ແລະ ໃສ່ລະບຽບ ຜູ້ກ່ຽວຈຶ່ງຍອມໃຫ້ຄວາມຮ່ວມມື ແລະ ລ່າມໂສ້ໝາທຸກໂຕ.

ທ່ານ ນາງ ຟາມທິລານເຮືອງ ໝໍສັດຕະວະແພດ ທີ່ປະຈຳຢູ່ສູນສັດຕະວະແພດແຫ່ງຊາດ ໃຫ້ຮູ້ວ່າ:

ຜູ້ທີ່ເປັນເຈົ້າຂອງສັດລ້ຽງ ບໍ່ວ່າ ໝາ, ແມວ ຫຼື ສັດອື່ນໆ ຄວນນຳສັດໄປສັກວັກຊີນ ຢ່າງຄົບຖ້ວນ, ໂດຍສະເພາະແມ່ນ ສັກວັກຊີນກັນພະຍາດວໍ້ ຫຼື ພະຍາດຕ່າງໆທີ່ເປັນອັນຕະລາຍ ຕາມທີ່ກົດໝາຍໄດ້ກຳນົດໄວ້.

ບັນດາວິທີການປ້ອງກັນພະຍາດວໍ້ ໄດ້ຮັບການປະກາດແຈ້ງການ ໃນທົ່ວສັງຄົມ ແລະ ລັດຖະບານ ກໍໄດ້ສະໜັບສະໜູນໃຫ້ມີການສັກວັກຊີນກັນພະຍາດນີ້ ໂດຍບໍ່ເສຍຄ່າ; ແຕ່ສະຕິຂອງຜູ້ລ້ຽງສັດດັ່ງກ່າວ ຍັງບໍ່ສູງ ແລະ ໃນປັດຈຸບັນຄົນຈຳນວນຫຼາຍ ບໍ່ສົນໃຈປ້ອງກັນຕົນເອງຈາກເຊື້ອວ້ໍ ໂດຍສະເພາະເມື່ອຖືກສັດລ້ຽງກັດ ຈຶ່ງເກີດມີບັນຫາຄົນເສຍຊີວິດ ຍ້ອນພະຍາດນີ້ເປັນຈຳນວນຫຼາຍ ໃນທຸກໆປີ.

ເຖິງແນວໃດກໍຕາມ, ຜ່ານມາ ກຳລັງເຈົ້າໜ້າທີ່-ທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວເຖິງຊຸມຊົນ ເພື່ອເຜີຍແຜ່ຜົນຮ້າຍຂອງພະຍາດດັ່ງກ່າວ ໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈເຖິງຄວາມອັນຕະລາຍຂອງພະຍາດດັ່ງກ່າວ ໂດຍເນັ້ນໃຫ້ມີສະຕິເມື່ອຖືກໝາກັດ ໃຫ້ຮີບຮ້ອນໄປຫາແພດໝໍ ເພື່ອຮັບການຮັກສາປ້ອງກັນທັນເວລາ ແລະ ຕ້ອງໄດ້ເອົາໃຈໃສ່ກວດກາຜູ້ທີ່ລ້ຽງສັດວ່າ ມີໃບຢັ້ງຢືນການສັກວັກຊີນປ້ອງກັນເຊື້ອວໍ້ຂອງສັດທີ່ລ້ຽງ ຫຼື ບໍ ແລະ ຖ້າຍັງບໍ່ມີ ຄວນປະຕິບັດລະບຽບ ຫຼື ປັບໃໝກັບເຈົ້າຂອງສັດນັ້ນໆ.

ສ່ວນໝາທີ່ເຈົ້າຂອງ ຈະພາອອກໄປທາງນອກ ຫຼື ເຂດຊຸມຊົນ ຕ້ອງໄດ້ມີໜ້າກາກປ້ອງກັນປາກຂອງໝາ ແລະ ອຸປະກອນອື່ນໆທີ່ອຳນວຍຄວາມສະດວກໃຫ້ກັບສັດລ້ຽງຂອງຕົນ ເມື່ອເຫັນວ່າຈະເປັນການສ້າງຄວາມບໍ່ຈົບບໍ່ງາມໃຫ້ກັບສະຖານທີ່-ທີ່ເປັນບ່ອນຊຸມນຸມ.

ທ່ານ ເຈິ່ນທູນາມ ຄະນະທະນາຍຄວາມ ນະຄອນຫຼວງຮ່າໂນ້ຍ ໃຫ້ຮູ້ວ່າ:

ໃນດ້ານກົດໝາຍ, ຖ້າຫາກວ່າ ເຈົ້າຂອງສັດລ້ຽງຄົນໃດ ຫາກຕັ້ງໃຈປ່ອຍສັດລ້ຽງຂອງຕົນ ແລ້ວໄປກັດຄົນອື່ນຈົນໄດ້ຮັບບາດເຈັບ ຫຼື ເຖິງແກ່ຊີວິດ ແມ່ນຈະຖືກດຳເນີນຕາມກົດໝາຍ ມາດຕາ 295 ວ່າດ້ວຍ ການດຳເນີນຄະດີອາຍາ ກ່ຽວກັບ ການລະເມີດຂໍ້ກຳນົດຄວາມປອດໄພ, ການອອກແຮງງານ ແລະ ຄວາມສະອາດຊຸມຊົນ, ຄວາມປອດໄພຂອງສະຖານທີ່ຊຸມຊົນ ເຊິ່ງລະບຸໄວ້ວ່າ:

ຖ້າບຸກຄົນໃດຫາກລະເມີດຂໍ້ກຳນົດຕາມລະບຽບກົດໝາຍ ຈົນເຮັດໃຫ້ບຸກຄົນອື່ນໄດ້ຮັບບາດເຈັບ ແຕ່ 60% ຂຶ້ນໄປ ຫຼື ເສຍຊີວິດ ແມ່ນຈະຖືກປັບໃໝແຕ່ 20-100 ລ້ານດົ່ງ, ຜູ້ໃດຫາກຕັ້ງໃຈເຮັດໃຫ້ບຸກຄົນອື່ນເຖິງແກ່ຄວາມຕາຍ ຈະໄດ້ຮັບໂທດດັດສ້າງ ໂດຍບໍ່ຕັດອິດສະຫຼະພາບ 3 ປີ ຫຼື ໂທດຈຳຄຸກ 1-5 ປີ, ບຸກຄົນໃດຫາກຕັ້ງໃຈ ແລະ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນຂຶ້ນໄປ ຈະຖືກປະຕິບັດໂທດຈຳຄຸກ 3 ປີ – 10 ປີ.

ຈົບບໍລິບູນ – ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ