ຄະນະບໍລິຫານງານຮາກຖານກໍາມະບານ ຄະນະນິຕິສາດ ແລະ ລັດຖະສາດ (ຄນສ) ສະຫະພັນກຳມະບານມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມ ແລະ ປັບ ປຸງການຈັດຕັ້ງເຮັດໃຫ້ສະມາຊິກກຳມະບານ, ພະນັກງານຄູ-ອາຈານ ແລະ ນັກສຶກສາມີຄວາມໜັກແໜ້ນ ແລະ ເຂັ້ມແຂງ, ເຂົ້າຮ່ວມໂດຍ ສະຫາຍ ຮສ ວຽງວິໄລ ທ່ຽງວັນໄຊ ຄະນະພັກ ມຊ ຄະນະບໍດີ ຄນສ, ມີບັນດາຄະນະປະຈຳສະຫະພັນກຳມະບານ ມຊ, ປະທານສະຫະພັນແມ່ຍິງຮາກຖານ ຄນສ, ເລຂາຄະນະຊາວໜຸ່ມ ຄນສ, ບັນດາສະ ມາຊິກກຳມະບານ ແລະ ນັກສຶກສາ ພາຍໃນ ຄນສ ເຂົ້າຮ່ວມ.

ສະຫາຍ ບຸນຄົງ ເພັດດາວຮຸ່ງ ເລຂາຮາກຖານກຳມະບານ ຄນສ ປະທານສະຫະພັນກຳມະບານ ຄນສ ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານຂອງຮາກຖານ ກຳມະບານ ຄນສ ໃນກອງປະຊຸມ ໃຫຍ່ ຄັ້ງທີ IV ຂອງຮາກຖານກໍາມະບານ ຄນສ ໃນວັນທີ 21 ມິຖຸນາ 2019 ໃຫ້ຮູ້ວ່າ: ໄລຍະ 5 ປີ ຜ່ານມາ, ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນກົກໃນການສຶກສາອົບຮົມສະມາຊິກກຳມະບານ, ພະນັກງານ ຄູ-ອາຈານ ແລະ ນັກສຶກສາຫຼາຍຮູບແບບ ໂດຍນຳພາເຂົ້າຮ່ວມເຊື່ອມຊຶມເອກະສານສຳຄັນຕ່າງໆ ຂອງພັກ-ລັດ ເປັນຕົ້ນແມ່ນມະຕິ IX ສະໄໝທີ 10 ຂອງສູນກາງພັກ, ມະຕິກອງປະຊຸມຄົບຄະນະບໍລິ ຫານງານສູນກາງກຳມະບານລາວ ຄັ້ງທີ III ສະໄໝທີ 7 ແລະ ເຜີຍແຜ່ມູນເຊື້ອທີ່ກ່ຽວຂ້ອງກັບວັນກຳມະບານອື່ນໆແຕ່ລະໄລຍະ; ຜ່ານການສຶກສາອົບຮົມເຫັນວ່າ ສະມາຊິກກໍາມະບານ, ພະນັກງານຄູ-ອາຈານ ແລະ ນັກສຶກສາສ່ວນຫຼາຍມີທັດສະນະຫຼັກໝັ້ນ, ອຸ່ນອຽນທຸ່ນ ທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ປະຕິບັດລະບຽບຂອງໂຮງຮຽນວາງອອກຢ່າງເຂັ້ມງວດ; ຜ່ານການປະຕິບັດດັ່ງກ່າວສາມາດຕີລາຄາຈັດແບ່ງປະເພດສະມາຊິກດີເດັ່ນ ປະເພດ I ມີຈຳ ນວນ 432 ສະຫາຍ ຍິງ 215 ສະ ຫາຍ, ປະເພດ II ມີ 623 ສະຫາຍ ຍິງ 319 ສະຫາຍ ແລະ ສະເພາະປີ 2019 ສະມາຊິກກຳມະບານ ໄດ້ຮັບການຍ້ອງຍໍ ປະເພດ I ມີ 69 ສະຫາຍ ຍິງ 30 ສະຫາຍ ແລະ ປະເພດ II ມີ 18 ສະຫາຍ ຍິງ 7 ສະ ຫາຍ; ປັດຈຸບັນ, ກຳມະບານຮາກຖານ ຄນສ ປະກອບມີ 1 ຮາກຖານ ແລະ 8 ໜ່ວຍ ຄື: ໜ່ວຍກຳມະ ບານສຳນັກງານຄະນະບໍດີ, ພາກວິ ຊາກົດໝາຍອາຍາ-ແພ່ງ ແລະ ທຸລະກິດ, ພາກວິຊາກົດໝາຍລະຫວ່າງປະເທດ ແລະ ພາກວິຊາລັດຖະສາດ, ໜ່ວຍກຳມະບານນັກສຶກສາພາກວິຊາກົດໝາຍແພ່ງ, ພາກວິຊາກົດໝາຍອາຍາ, ພາກວິຊາກົດໝາຍທຸລະກິດ, ພາກວິຊາກົດໝາຍລະຫວ່າງປະເທດ ແລະ ໜ່ວຍກຳມະບານນັກສຶກສາ ພາກວິຊາກົດໝາຍປົກຄອງ.

ກອງປະຊຸມຄະນະບໍລິຫານງານຮາກຖານກໍາມະບານ ຄະນະນິຕິສາດ ແລະ ລັດຖະສາດ

ກອງປະຊຸມໄດ້ຄັດເລືອກເອົາຄະນະຮາກຖານກຳມະບານ ຄນສ ຊຸດໃໝ່ ໂດຍມີຜູ້ລົງສະໝັກເລືອກຕັ້ງ 9 ສະຫາຍ ເລືອກເອົາ 5 ສະ ຫາຍ; ໃນນັ້ນ, ເລືອກໄດ້ສະຫາຍ ປອ ສົມເດດ ແກ້ວວົງສັກ ເປັນປະທານກຳມະບານ ຄນສ, ສະຫາຍ ບຸນເຖິງ ສີທອນແກ້ວຈຳປາ ເປັນຮອງປະທານ ແລະ ທ່ານ ເລັ່ງສັກ ບຸນທະລາດ ເປັນປະທານກວດກາ ພ້ອມດ້ວຍຄະນະ 2 ສະຫາຍ ເພື່ອສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ແລະ ປັບປຸງການຈັດຕັ້ງໃຫ້ສະມາຊິກກຳມະບານ, ຄູ-ອາຈານ ແລະ ນັກສຶກສາທີ່ຂຶ້ນກັບຄວາມຮັບຜິດຊອບເປັນປົກກະຕິ ເພື່ອເຮັດໃຫ້ແຕ່ລະສະຫາຍຮັບຮູ້ຄວາມໝາຍສຳຄັນຂອງອົງການຈັດຕັ້ງກຳມະບານ ແລະ ພາລະບົດບາດ, ສິດ ແລະ ໜ້າທີ່ ຢ່າງເລິກເຊິ່ງ ໂດຍນໍາເອົາແນວທາງ ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງຕ່າງໆ, ມູນເຊື້ອຂອງສະຫະພັນກໍາມະບານລາວ ມາຈັດຕັ້ງເຊື່ອມຊຶມ ແນໃສ່ຍົກສູງຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ ຮັບປະກັນການຂະຫຍາຍສະມາຊິກກຳມະບານພາຍໃນ ຄນສ ໃຫ້ມີທ່າເພີ່ມຂຶ້ນເລື້ອຍໆ.