ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມ

ໃນທ້າຍອາທິດທີ່ຜ່ານມາ, ທີ່ໂຮງຮຽນສິລະປະແຫ່ງຊາດ ໄດ້ມີພິທີມອບ-ຮັບໃບຢັ້ງຢືນໃຫ້ຜູ້ສຳເລັດການຝຶກອົບຮົມການປະດິດແຕ່ງບົດຟ້ອນ, ກຳກັບການສະແດງຂອງສິລະປະ ແລະ ການລາຍງານບັນດາບົດຟ້ອນ ແລະ ກຳກັບການສະແດງ, ໂດຍມີ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ສຈ ປອ ບໍ່ແສງຄຳ ວົງດາລາ ກຳມະການ ສູນກາງພັກ ລັດຖະມົນຕີກະ ຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຮອງເອກອັກຄະລັດ ຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ, ຮອງລັດຖະມົນຕີ, ບັນດາແຂກຮັບເຊີນ, ສູນວັດທະນະທຳຫວຽດນາມ ປະຈຳ ສປປ ລາວ, ພະນັກ ງານຄູ-ອາຈານ, ນັກຝຶກອົບຮົມເຂົ້າຮ່ວມ.

ໃນພິທີ, ທ່ານ ຄຳພວງ ອິນທະວົງສີ ຫົວໜ້າກົມສິລະປະການສະແດງໂຮງຮຽນສິລະປະແຫ່ງຊາດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຜົນສຳເລັດຂອງການຝຶກອົບຮົມວິຊາປະດິດແຕ່ງ ແລະ ກຳກັບການສະແດງໃນຄັ້ງນີ້, ເຊິ່ງໄດ້ເລີ່ມເປີດບັ້ນດຳເນີນມາແຕ່ວັນທີ 18 ເມສາ 2019-21 ມິຖຸນາ 2019 ຈຶ່ງສຳເລັດ, ມີນັກສຳມະນາກອນເຂົ້າ ຮ່ວມທັງໝົດ 40 ທ່ານ ຍິງ 27 ທ່ານ ທີ່ມາຈາກກົມສິລະປະການສະແດງ, ກອງສິລະປະກອນແຫ່ງຊາດ, ໂຮງ ຮຽນສິລະປະແຫ່ງຊາດ, ກອງສິລະປະກອນກອງທັບປະຊາຊົນລາວ, ກອງສິລະປະກອນ ກະຊວງປ້ອງກັນຄວາມສະຫງົບ, ສູນວັດທະນະທຳເດັກສູນກາງ ແລະ ສູນວັດທະນະທຳເດັກຂອງແຂວງຈຳນວນໜຶ່ງ.

ຜ່ານການຝຶກອົບຮົມ, ນັກສຳມະນາກອນແຕ່ລະທ່ານມີຄວາມ ເຂົ້າໃຈດີ ເຊິ່ງສະແດງອອກໃນການເອົາໃຈໃສ່ສຶກສາຄົ້ນຄວ້າ, ຕັ້ງໃຈຟັງຄໍາອະທິບາຍຂອງຄູ-ອາຈານ, ຮັບຮູ້, ເຂົ້າໃຈ ແລະ ກຳໄດ້ບົດຮຽນການປະດິດແຕ່ງບົດ ຟ້ອນ ແລະ ກຳເກັບການສະແດງໄດ້ເປັນຢ່າງດີ, ນັກສຳມະນາກອນແຕ່ລະທ່ານສາມາດປະດິດແຕ່ງບົດຟ້ອນເປັນຂອງຕົນເອງໄດ້ຄົນລະ 1 ບົດ.

ບັ້ນຝຶກອົບຮົມໃນຄັ້ງນີ້, ນັກສຳມະນາກອນປະດິດແຕ່ງບົດຟ້ອນໄດ້ທັງໝົດ 37 ບົດ; ໃນນີ້, ບົດຟ້ອນປະເພດດີຈຳນວນ 13 ບົດ, ປະເພດດີຫຼາຍຈຳນວນ 22 ບົດ, ປະເພດດີເລີດຈຳນວນ 2 ບົດ, ແຕ່ລະບົດແມ່ນມີເນື້ອຫາສາລະທີ່ຕິດພັນກັບແນວທາງນະໂຍບາຍຂອງພັກ-ລັດ, ວັດທະນະທຳ, ຮີດຄອງປະເພນີ, ວິຖີຊີວິດຂອງປະຊາຊົນບັນດາເຜົ່າ ແລະ ມີສິລະປະທາງດ້ານການຟ້ອນທີ່ແຕກຕ່າງກັນ ເປັນຕົ້ນແມ່ນ ບົດຟ້ອນທີ່ມີຊື່ວ່າ: ມ່ວນຊື່ນໃນສຽງກະໂປະ, ບຸນກິນອາດ (ເຜົ່າຕະຫຼ່ຽງ), ຄັນຮົ່ມບ້ານນ້ອງ ແລະອື່ນໆ.

ໂອກາດດັ່ງກ່າວ, ໄດ້ມີການມອບໃບຢັ້ງຢືນໃຫ້ນັກສຳມະນາກອນແຕ່ລະປະເພດ. ໃນນີ້, ມີບົດຟ້ອນປະເພດດີ 13 ທ່ານ, ດີຫຼາຍ 22 ທ່ານ, ດີເລີດ 2 ທ່ານ, ໃບຍ້ອງຍໍໃຫ້ຊ່ຽວຊານຈາກ ສສ ຫວຽດ ນາມ 3 ທ່ານ, ໃບຍ້ອງ ຍໍໃຫ້ບັນດາກົມກອງລວມໝູ່ຈຳນວນ 9 ກົມກອງ ແລະ ມອບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນປະກອບ ສ່ວນເຂົ້າໃນການຮັບໃຊ້ບັ້ນຝຶກອົບຮົມຂັ້ນກະຊວງຈຳນວນ 18 ທ່ານ; ມອບໂດຍທ່ານ ທ່ານ ສຈ ປອ ບໍ່ແສງຄຳ ວົງດາລາ ແລະ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ.