ຜູ້ຖືກຫາທັງ 6 ຄົນ ໃນຂໍ້ຫາລັກຊັບພົນລະເມືອງ ແລະ ຊື້-ຂາຍຊັບຜິດກົດໝາຍ
ຜູ້ຖືກຫາທັງ 6 ຄົນ ໃນຂໍ້ຫາລັກຊັບພົນລະເມືອງ ແລະ ຊື້-ຂາຍຊັບຜິດກົດໝາຍ

ໃນວັນທີ 21 ມິຖຸນາ ທີ່ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ຖະແຫຼງຂ່າວຜົນການຈັບຕົວຄົນຮ້າຍ 3 ຄົນ ໃນຂໍ້ຫາລັກຊັບພົນລະເມືອງ ປະເພດລົດຈັກ ແລະ ຂອງກາງລົດຈັກຈຳນວນ 18 ຄັນ.

ພັຕ ຂັນໄຊ ແກ້ວເນດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສາມັກຄີໄຊ ຜູ້ຊີ້ນຳວຽກງານສືບສວນ-ສອບສວນຄະດີອາຍາ ໄດ້ຖະແຫຼງຂ່າວຕໍ່ນັກຂ່າວ ປກສ ແຂວງ ວ່າ:

ນັບແຕ່ປີ 2018 ເປັນຕົ້ນມາ, ທາງເຈົ້າໜ້າທີ່ ປກສ ເມືອງສາມັກຄີໄຊ ໄດ້ຮັບແຈ້ງຄວາມຈາກພໍ່ແມ່ປະຊາຊົນ ພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີ ເຄື່ອນໄຫວລັກລົດຈັກ ຢູ່ຕາມຮ້ານກິນດຶ່ມ, ຮ້ານບັນເທີງ, ໂຮງໝໍ, ໂຮງຮຽນ, ສວນສາທາລະນະ ແລະ ຕາມເທດສະບານເມືອງສາມັກຄີໄຊ.

ດັ່ງນັ້ນ, ທາງເຈົ້າໜ້າທີ່ ປກສ ເມືອງ ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານ ແຕ່ງຕັ້ງກຳລັງລົງເຄື່ອນໄຫວຕິດຕາມເປົ້າໝາຍ ທີ່ເຄື່ອນໄຫວລັກລົດຈັກທັງໝົດ 8 ຄົນ, ສາມາດຈັບຕົວມາດຳເນີນຄະດີໄດ້ 3 ຄົນ ໃນຄັ້ງວັນທີ 7 ພຶດສະພາ 2019 ມີ: ທ້າວ ພີ ອາຍຸ 22 ປີ, ທ້າວ ເພັດມີໄຊ (ເປົ໋າ) ອາຍຸ 16 ປີ ແລະ ທ້າວ ຕ້ວຍ ອາຍຸ 16 ປີ ທັງສາມຢູ່ບ້ານໄຊໂພສີ ເມືອງສາມັກຄີໄຊ ແຂວງອັດຕະປື.

ສ່ວນອີກ 5 ຄົນ ແມ່ນຍັງເອົາຕົວລົບໜີ. ປັດຈຸບັນ, ທາງເຈົ້າໜ້າທີ່ ໄດ້ຮີບໂຮມເກັບກູ້ລົດຈັກຄືນມາໄດ້ 18 ຄັນ, ໃນນັ້ນຍັງໄດ້ກັກຕົວຜູ້ຮັບຊື້ເຄື່ອງຜິດກົດໝາຍ ປະເພດລົດຈັກ ມີ 3 ຄົນ ຍິງ 1 ຄົນ ຄື: ທ້າວ ບຸນເນືອງ ອາຍຸ 37 ປີ, ນາງ ນີ່ ອາຍຸ 35 ປີ ທັງສອງເປັນຜົວເມຍ ຢູ່ບ້ານເຊກະໝານ ເມືອງສາມັກຄີໄຊ ແຂວງອັດຕະປື ແລະ ທ້າວ ອິນແປງ ອາຍຸ 29 ປີ ຢູ່ບ້ານໄຊໂພສີ, ສ່ວນອີກ 2 ຄົນ ໄດ້ເອົາຕົວລົບໜີ.

ຄະດີດັ່ງກ່າວ ເຈົ້າໜ້າທີ່ ປກສ ເມືອງສາມັກຄີໄຊ ແມ່ນພວມກຳລັງເລັ່ງທວງຈັບຕົວຜູ້ທີ່ລົບໜີ ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ພັຕ ຂັນໄຊ ແກ້ວເນດ ຍັງໄດ້ຮຽກຮ້ອງເຖິງ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກທຸລະກິດ, ແມ່ຄ້າຊາວຂາຍ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວແຂວງອັດຕະປື ທີ່ຖືກຄົນຮ້າຍລັກລົດຈັກໄປນັ້ນ ໃຫ້ນຳເອົາເອກະສານມາພົວພັນນຳ ເຈົ້າໜ້າທີ່ ປກສ ເມືອງສາມັກຄີໄຊ ເພື່ອກວດກາຫາລົດຂອງຕົນນຳເຈົ້າໜ້າທີ່ ໃນໂມງລັດຖະການ ກຳນົດພາຍໃນ 60 ວັນ ນັບແຕ່ມື້ແຈ້ງການນີ້ ເປັນຕົ້ນໄປ.

ຂ່າວຍັງໃຫ້ຮູ້ຕຶ່ມອີກວ່າ:

ໃນວັນດຽວກັນ, ເຈົ້າໜ້າທີ່ ປກສ ເມືອງສາມັກຄີໄຊ ໄດ້ສຶກສາອົບຮົມໄວຮຸ້ນອີກ 2 ຄົນ ທີ່ຂັບຂີ່ລົດໄວໃຊ້ສຽງດັງ ແລະ ດັດແປງສະພາບເຕັກນິກລົດ ເຊິ່ງເປັນສາເຫດເຮັດໃຫ້ມີປະກົດການຫຍໍ້ທໍ້ໃນສັງຄົມ ເຊັ່ນ: ເກີດອຸບັດຕິເຫດ, ສຽງດັງກວນເມືອງ.

ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ເຊີນພໍ່ແມ່ຜູ້ປົກຄອງ ເຂົ້າຮ່ວມໃນການສຶກສາອົບຮົມຄັ້ງນີ້ ເພື່ອເປັນສັກຂີພິຍານ ແລ້ວພ້ອມກັນລົງລາຍເຊັນໃນບົດບັນທຶກ, ໃນການກ່າວເຕືອນ ແລະ ປູກຈິດສຳນຶກທີ່ດີ ໃຫ້ພວກກ່ຽວປ່ຽນແປງພຶດຕິກຳ, ກັບມາເປັນລູກທີ່ດີ, ມີຄວາມກະຕັນຍູຕໍ່ພໍ່ແມ່ ແລະ ເປັນແບບຢ່າງຂອງສັງຄົມ.