ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ອັດລົງດ້ວຍຜົນສໍາເລັດອັນຈົບງາມໃນວັນທີ 25 ມິ ຖຸນາ 2019 ພາຍຫຼັງດໍາເນີນມາເປັນເວລາ 15 ວັນ ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີທ່ານນາຍົກ-ຮອງນາຍົກ; ພ້ອມດ້ວຍບັນດາການ ນຳພັກ-ລັດຂັ້ນສູງ, ອະດີດການນໍາ ແລະ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ເຂົ້າຮ່ວມ.

ທ່ານ ນາງ ປານີ ຢາທໍ່ຕູ້ ກ່າວວ່າ: ຕະຫຼອດໄລຍະການດໍາເນີນກອງປະຊຸມບັນດາສະມາຊິກສະພາແຫ່ງຊາດ ໄດ້ເຊີດຊູຄວາມຮັບຜິດຊອບສູງໃນການຄົ້ນຄວ້າ, ປະກອບຄໍາຄິດເຫັນຢ່າງມີເຫດຜົນ, ມີເນື້ອໃນເລິກເຊິ່ງ ແລະ ກວ້າງຂວາງ, ກອງປະຊຸມຄັ້ງນີ້ໄດ້ພິຈາລະນາທັງໝົດ 10 ເນື້ອໃນ ແລະ ຮັບຮອງເອົາເປັນມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 7 ເປັນຕົ້ນແມ່ນໄດ້ພິຈາລະນາວຽກງານລັດຖະບານ ແລະ ອອກມະຕິຮັບຮອງເອົາ 4 ເນື້ອໃນ ຄື: ຮັບຮອງເອົາມາດຕະການເພີ່ມເຕີມ ເພື່ອມອບໃຫ້ລັດຖະບານສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ແລະ ການດັດແກ້ແຜນງົບປະມານແຫ່ງລັດ 6 ເດືອນທ້າຍປີ 2019; ຮັບຮອງເອົາການຄຸ້ມຄອງ, ການອອກໃບຕາດິນຊ້ຳຊ້ອນໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ; ຮັບຮອງເອົາບົດລາຍງານຂອງລັດຖະບານຊີ້ແຈງຕໍ່ຄໍາຊັກຖາມກ່ຽວ ກັບການຟື້ນຟູປ່າ ແລະ ການປູກໄມ້; ຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການພັດທະນາຊັບ ພະຍາກອນມະນຸດຕາມຂະແໜງການບູລິມະສິດໃນສາ ຂາວິຊາກະສິກໍາ, ຄູ ແລະ ພະຍາບານ; ການອອກມະຕິຮັບຮອງເອົາວຽກງານສໍາຄັນຂອງລັດຖະບານໃນກອງປະຊຸມຄັ້ງນີ້ຈະເປັນນິຕິກໍາພື້ນຖານ ເພື່ອສືບຕໍ່ຊີ້ນໍາ-ນໍາພາບັນດາຂະແໜງການ, ອົງການປົກຄອງທ້ອງຖິ່ນ ແຕ່ ລະຂັ້ນ, ພ້ອມກັນປຸກລະດົມປະຊາຊົນລາວບັນດາເຜົ່າສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍ, ມາດຕະການທາງດ້ານເສດຖະກິດ-ສັງຄົມໃຫ້ມີປະສິດທິຜົນ ເພື່ອແກ້ໄຂຂອດອຸດຕັນໃນການຄຸ້ມຄອງ ແລະ ບໍລິຫານລັດ ໃນຂະແໜງການຕ່າງໆໃຫ້ມີຄວາມໂລ່ງລ່ຽນຕາມກົດໝາຍກໍາ ນົດໄວ້.

ພ້ອມນີ້, ກອງປະຊຸມຍັງໄດ້ເລືອກຕັ້ງເອົາ ທ່ານ ຄໍາພາ ແສງດາລາ ເປັນປະທານສານປະຊາຊົນສູງສຸດ ຕາມການສະເໜີຂອງປະທານປະເທດ ແລະ ຮັບຮອງເອົາການແຕ່ງຕັ້້ງ ທ່ານ ວິດົງ ໄຊຍະສອນ ເປັນລັດ ຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີຕາມການສະເໜີຂອງນາຍົກລັດຖະມົນຕີ, ກອງປະຊຸມໄດ້ພິຈາລະນາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ, ໄດ້ພິຈາລະນາຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດກ່ຽວກັບການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ແລະ ສະເໜີໃຫ້ອົງການໄອຍະການປະຊາຊົນສູງສຸດ ຍົກສູງຄວາມຮັບຜິດຊອບຂອງຕົນໃນການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບ ສວນ-ສອບສວນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ພິຈາລະນາ ແລະ ຮັບຮອງເອົາກົດໝາຍຈໍານວນ 10 ສະບັບ ດ້ວຍຄະແນນສຽງສ່ວນຫຼາຍ; ໃນນັ້ນ, ມີກົດໝາຍໃນຂົງເຂດເສດຖະກິດ-ການເງິນ ຈໍານວນ 6 ສະບັບ, ການ ຮັບຮອງກົດໝາຍດັ່ງກ່າວຈະເປັນນິຕິກໍາພື້ນຖານສໍາຄັນ ເພື່ອເປັນບ່ອນອີງໃນການຄຸ້ມຄອງລັດ, ຄຸ້ມຄອງເສດ ຖະກິດ-ສັງຄົມ, ແກ້ໄຂບັນຫາທີ່ເກີດຂຶ້ນໃນສັງຄົມທີ່ພວມສົ່ງຜົນກະທົບຕໍ່ການຜະລິດ, ການດໍາເນີນທຸລະກິດ, ແກ້ໄຂປະກົດການຫຍໍ້ທໍ້ ກໍຄືການດໍາລົງຊີວິດຂອງປະຊາຊົນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.