ບັງກຼາເດດ ສັງຫານຜູ້ຖືກສົງໄສ 3 ຄົນ ທີ່ກຳລັງພະຍາຍາມລັກລອບນຳຕົວຜູ້ອົບພະຍົບຊາວໂຣຮິງຢາ 15 ຄົນ ໄປຍັງ ມາເລເຊຍ
ບັງກຼາເດດ ສັງຫານຜູ້ຖືກສົງໄສ 3 ຄົນ ທີ່ກຳລັງພະຍາຍາມລັກລອບນຳຕົວຜູ້ອົບພະຍົບຊາວໂຣຮິງຢາ 15 ຄົນ ໄປຍັງ ມາເລເຊຍ

ຂ່າວຕ່າງປະເທດ ລາຍງານ ໃນວັນທີ 25 ມິຖຸນາ ທີ່ຜ່ານມາ ວ່າ: ເຈົ້າໜ້າທີ່ຕຳຫຼວດ ບັງກຼາເດດ ສັງຫານຜູ້ຖືກສົງໄສ 3 ຄົນ ທີ່ກຳລັງພະຍາຍາມລັກລອບນຳຕົວຜູ້ອົບພະຍົບຊາວໂຣຮິງຢາ 15 ຄົນ ໄປຍັງ ມາເລເຊຍ ຂະນະທີ່ປະທະກັນ ບໍລິເວນໃກ້ກັບຄ້າຍຜູ້ອົບພະຍົບຂອງບັງກຼາເດດ ເຊິ່ງເປັນເຫດຄັ້ງທີ 2 ໃນຮອບຫຼາຍເດືອນ.

ເຈົ້າໜ້າທີ່ຕຳຫຼວດ ໃນເມືອງເທັກນາບ ເຊິ່ງຢູ່ໃກ້ໆກັບ ເມືອງຄອກບາຊາ ກ່າວວ່າ:

ເມື່ອກຸ່ມຄົນຮ້າຍເລີ່ມໄຫວຕົວ ແລະ ຮູ້ວ່າ ຕຳຫຼວດ ເຂົ້າມາໃກ້ແລ້ວ ກໍເລີ່ມເປີດສາກຍິງເຂົ້າໃສ່ກ່ອນ ເຮັດໃຫ້ ເຈົ້າໜ້າທີ່ຕຳຫຼວດ ຕ້ອງຍິງຕອບໂຕ້ໄປ ຈົນກຸ່ມຄົນຮ້າຍທີ່ເປັນຜູ້ຊາຍ ທີ່ພະຍາຍາມຈະລັກລອບສົ່ງຕົວຜູ້ອົບພະຍົບ ເຊິ່ງມີເດັກຜູ້ຍິງລວມຢູ່ດ້ວຍຫຼາຍຄົນ ຖືກຍິງ ແລະ ເສຍຊີວິດ ໃນລະຫວ່າງທີ່ຖືກນຳຕົວໄປຍັງໂຮງໝໍ.

ເຈົ້າໜ້າທີ່ຕຳຫຼວດ ສາມາດຊ່ວຍເຫຼືອຜູ້ອົບພະຍົບໄວ້ໄດ້ ແລະ ສົ່ງຕົວໄປຍັງຄ້າຍຜູ້ອົບພະຍົບ 2 ແຫ່ງ ຫຼັງຈາກທີ່ສອບປາກຄຳຮຽບຮ້ອຍແລ້ວ.

ເຫດປະທະກັນຄັ້ງນີ້ ເກີດຂຶ້ນໃນຈຸດທີ່ຫ່າງຈາກ ກູຕູປາລອງ ເຊິ່ງເປັນຄ້າຍຜູ້ອົບພະຍົບທີ່ໃຫຍ່ທີ່ສຸດໃນໂລກ ຫຼັງຈາກທີ່ຕຳຫຼວດໄດ້ຮັບຂໍ້ມູນຈາກແຫຼ່ງຂ່າວ ແລະ ເຈົ້າໜ້າທີ່ ຍັງສາມາດຢຶດປືນໄດ້ຫຼາຍກະບອກ ລວມທັງລູກປືນອີກ 15 ລູກ, ສ່ວນຄົນຮ້າຍເປັຍຊາວໂຣຮິງຢາ ແລະ ເປັນກຸ່ມຄ້າມະນຸດ ທີ່ອາໄສຢູ່ໃນບໍລິເວນດັ່ງກ່າວ ນັບຕັ້ງແຕ່ເດີນທາງມາຍັງ ບັງກຼາເດດ ກ່ອນປີ 2017.

ທັ້ງນີ້, ເມືອງຄອກບາຊາ ເປັນເມືອງທີ່ມີຊາວມຸດສະລິມໂຣຮິງຢາ ອາໄສຢູ່ເກືອບ 900.000 ຄົນ ເພາະອົບພະຍົບໜີໄພການກວາດລ້າງຂອງທະຫານມຽນມາ ຂ້າມຊາຍແດນມາຍັງ ບັງກຼາເດດ ໃນປີ 2017 ມາຢູ່ທີ່ກູຕູປາລອງ ແລະ ແຫຼ່ງທີ່ພັກຊົ່ວຄາວຫຼາຍແຫ່ງ.