ໃນວັນທີ 24 ມິຖຸນາ 2019, ພະແນກການເງິນ ແຂວງຜົ້ງສາລີ ໄດ້ຈັດພິທີເປີດບັ້ນກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປະຈຳປີ 2018, ເປັນປະທານໂດຍ ທ່ານ ຄຳຜອຍ ວັນນະສານ ຮອງເຈົ້າແຂວງໆຜົ້ງສາລີ ແລະ ທ່ານ ສົມພົງ ປະດີຈິດ ປະທານອົງການກວດສອບ ປະຈຳພາກເໜືອ, ມີບັນດາຫົວໜ້າພະແນກ-ຄະນະພະແນກ, ອົງການ, ພະນັກງານ-ວິຊາການ ທີ່ເຮັດວຽກງານບໍລິຫານ, ການເງິນ ແລະ ຄັງເງິນ ຂອງພະແນກການຕ່າງອ້ອມຂ້າງ ແຂວງ ເຂົ້າຮ່ວມ.

ໃນພິທີ ຜູ້ເຂົ້າຮ່ວມໄດ້ຮັບຟັງການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ວ່າ:

ໃນປີຜ່ານມາ, ລາຍຮັບວິຊາການ ທີ່ຂະແໜງຄຸ້ມຄອງຊັບສິນຂອງລັດ ຈ່າຍນອກແຜນ ມີ 10.710.000 ກີບ ໄດ້ແກ້ໄຂປີ 2018 ມອບເຂົ້າງົບປະມານຕາມລະບຽບການ, ໜີ້ຕ້ອງຮັບຈາກຄ່າຊັບພະຍາກອນທຳມະຊາດ, ຄ່າເຊົ່າ ແລະ ສຳປະທານ 1,548 ຕື້ກີບ ແກ້ໄຂປີ 2018 ມີ 348 ລ້ານກີບ ແລະ ຍັງ 1,2 ຕື້ ກີບ ແລະ ຈະສືບຕໍ່ແກ້ໄຂປີ 2019, ໜີ້ຕ້ອງຮັບຈາກຄ່າເຊົ່າ ແລະ ສຳປະທານ 8.892 ໂດລາ ໄດ້ຮັບການແກ້ໄຂແລ້ວ 4.56 ໂດລາ, ຍັງຄ້າງ 4.652 ໂດລາ ທີ່ຈະແກ້ໄຂໃຫ້ສຳເລັດ ໃນປີ 2019; ແກ້ໄຂໜີ້ຄ້າງມອບຈາກຄ່າຊັບພະຍາກອນທຳມະຊາດ, ແຮ່ທາດ 35.019.000 ກີບ; ໜີ້ຄ້າງມອບເຫຼືອຈາກຄ່າປັບໄໝ, ເງິນຂາຍໄມ້ເຂື່ອນນໍ້າອູ 7, ນ້ຳອູ 8 ຈຳນວນ 136.400.174 ກີບ ມອບເຂົ້າງົບປະມານຕາມລະບຽບການແລ້ວ.

ສຳລັບຄັງເງິນແຫ່ງຊາດ ປະຈຳ ແຂວງຜົ້ງສາລີ ໄດ້ຮັບການແກ້ໄຂສຳເລັດແລ້ວ 5 ກໍລະນີ, ເປັນຕົ້ນແມ່ນ ການຄຸ້ມຄອງລາຍຮັບ-ລາຍຈ່າຍວິຊາການ, ການຄຸ້ມຄອງບັນຊີເງິນຝາກ ໃນລະບົບຄັງເງິນ, ການເບີກຈ່າຍເງິນລາຍຮັບງົບປະມານນອກແຜນ ທີ່ສະພາແຫ່ງຊາດ ບໍ່ຮັບຮອງ, ການປະກອບເອກະສານການຈ່າຍລ່ວງໜ້າ, ການສ້າງຄັງສະສົມແຫ່ງຊາດ ແລະ ຍັງມີ 1 ກໍລະນີ ທີ່ຍັງບໍ່ທັນໄດ້ແກ້ໄຂ.

ພາຍຫຼັງທີ່ເປີດພິທີແລ້ວ, ອົງການກວດສອບແຫ່ງລັດ ພາກເໜືອ ສົມທົບກັບ ແຂວງຜົ້ງສາລີ ໄດ້ລົງກວດສອບຕົວຈິງຢູ່ແຕ່ລະພະແນກການ, ສຳນັກງານ, ອົງການຕ່າງໆ ຄາດວ່າ ທ້າຍເດືອນກໍລະກົດ 2019 ຈະກວດສອບສຳເລັດໃນທົ່ວແຂວງຜົ້ງສາລີ.