ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຮ່ວມກັບ ສະມາຄົມການຄ້າ ໄອຊີທີລາວ ໄດ້ເປີດງານວາງສະແດງເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ປະຈໍາປີ 2019 (Lao ICT EXPO 2019) ພາຍໃຕ້ຄໍາຂວັນ “ສ້າງ ແລະ ສົ່ງເສີມການຫັນເປັນດີຈີຕອນໃນລາວ” (Create and Promote Lao Digital Transformation), ໃນວັນທີ 25 ມິຖຸນາ 2019 ທີ່ໂຮງແຮມ ດອນຈັນພຣາເລດ, ໃຫ້ກຽດເປັນປະທານເປີດງານໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນ ຕີກະຊວງ ປທສ ມີບັນດາແຂກຮັບເຊີນມາຈາກບັນດາກະຊວງ, ອົງການທຽບເທົ່າ, ບັນດາສະຖາບັນການສຶກສາ ແລະ ບັນດາບໍລິ ສັດຕ່າງໆເຂົ້າຮ່ວມ.

ທ່ານ ທັນສະໄໝ ກົມມະສິດ ກ່າວວ່າ: ງານວາງສະແດງຈະດໍາເນີນເປັນເວລາ 5 ວັນ, (ວັນທີ 26-30 ມິຖຸນາ), ໃນປີນີ້ ຈະມີຫ້ອງມາວາງສະແດງຫຼາຍກວ່າ 50 ຫ້ອງຈາກຜູ້ປະກອບການດ້ານໂທລະຄົມມະນາຄົມ-ໄອຊີທີ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ນຳເອົາຜະລິດຕະພັນອອກໃໝ່ ແລະ ທັນສະໄໝ ກ່ຽວກັບລະບົບສື່ສານໂທລະຄົມ, ລະບົບໂປຼແກຼມຮັບໃຊ້ການຫັນເປັນດີຈີຕອນ, ລະບົບການປ້ອງກັນຄວາມປອດໄພທາງດ້ານ ໄຊເບີ, ເຄື່ອງອຸປະກອນໄອຊີທີຕ່າງໆ, ພ້ອມນັ້ນກໍມີການວາງສະແດງຂອງບັນດາກະຊວງ, ອົງການ, ບໍລິສັດ ກ່ຽວກັບຜົນສໍາເລັດຂອງການນໍາໃຊ້ໄອຊີທີ ເຂົ້້າໃນວຽກງານຕ່າງໆຂອງຕົນ.

ນອກນີ້, ຍັງມີກອງປະຊຸມສໍາມະນາລະດັບສາກົນ Lao Digital Transformation Forum, ກອງປະ ຊຸມປຶກສາຫາລືການຮ່ວມມືພັດທະນາໄອຊີທີ ຂອງບັນດາປະເທດລຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ງານສໍາ ມະນາວິຊາການສະເພາະດ້ານ ເຊັ່ນ: ການບໍລິຫານລັດດ້ວຍເອເລັກໂຕຼນິກ, ການນໍາໃຊ້ໄອຊີທີ ເຂົ້້າໃນການສຶກ ສາ, ການນໍາໃຊ້ໄອຊີທີ ໃນຂະແໜງການເງິນ, ບັນຫາຄວາມປອດໄພຂອງສື່ສັງຄົມອອນລາຍ, ການຄ້າ ແລະ ການດໍາເນີນທຸລະກິດດ້ານໄອຊີທີ ແລະ ເປັນເວທີທີ່ສຳຄັນໃນການສ້າງໂອກາດໃຫ້ຜູ້ປະກອບການ, ຜູ້ຜະລິດ, ຜູ້ບໍລິການ, ຜູ້ຊົມໃຊ້ ແລະ ຜູ້ຄຸ້ມຄອງ ICT ໄດ້ມາພົບປະແລກປ່ຽນບົດຮຽນ, ຄວາມຮູ້, ຄວາມເຂົ້້າໃຈ ແລະ ສ້າງ
ການພົວພັນຮ່ວມມືທາງດ້ານການຄ້າ ແລະ ການພັດທະນາຮ່ວມກັນ. ພິເສດໃນປີນີ້, ຈະມີງານປະກວດລາງ ວັນລາວໄອຊີທີ 2019 (Lao ICT Award 2019) ເພື່ອເປັນຕົວແທນຂອງ ສປປ ລາວ ສົ່ງເຂົ້າແຂ່ງຂັນກັບບັນດາປະເທດອາຊຽນຊີງລາງວັນ ASEAN ICT Aw- ard 2019.

ທ່ານລັດຖະມົນຕີກະຊວງ ປທສ ກ່າວຕື່ມອີກວ່າ: ປັດຈຸບັນ ເຕັກໂນໂລຊີການສື່ສານຂໍ້ມູນ ຂ່າວສານ (ICT) ແມ່ນມີບົດບາດສູງໃນການເຂົ້າມາປ່ຽນວິຖີຊີວິດທາງດ້ານວິທີການເຮັດວຽກຂອງອົງກອນ ກໍຄືຂອງມະນຸດເຮົາ ເຊັ່ນ: ລະບົບ5G, ລະບົບຄລາວຄອມພິວເຕີ ແລະ ນະວັດຕະກຳ ເຊັ່ນ: ລະບົບຂໍ້ມູນໃຫຍ່ (Big Data)
ແລະ ປັນຍາປະດິດ (AI).

ສໍາລັບ ສປປ ລາວ ເຖິງແມ່ນ ວ່າຈະບໍ່ທັນມີຄວາມກ້າວໜ້າສູງ ຄືກັບບັນດາປະເທດພັດທະນາຕ່າງໆ ແຕ່ກໍ່ມີບາດກ້າວການເຕີບໃຫຍ່ຂະຫຍາຍຕົວພໍສົມຄວນເຫັນໄດ້ເຖິງການນຳໃຊ້ໂທລະສັບມືຖື ແລະ ອິນເຕີເນັດ ທີ່ເປັນຕົວຊີ້ວັດພື້ນຖານຂອງການພັດທະນາ ICTF, ເຊິ່ງເຫັນໄດ້ຈາກການຂະຫຍາຍ ຕົວໃນປີ 2010 ຈາກ
5% ເພີ່ມຂຶ້ນ 48% ໃນປີ 2018. ແຕ່ລະປີມີຈໍານວນຜູ້ປະກອບ ການດ້ານໄອຊີທີ ເພີ່ມຂຶ້ນສະເລ່ຍປີລະ 7% ໂດຍສະເພາະຜູ້ປະກອບການສະຕາດອັບ (Starts Up) ແມ່ນມີການເພີ່ມຂຶ້ນຢ່າງ ວ່ອງໄວ. ດັ່ງນັ້ນ, ກະຊວງ ປທສໃນຖານະເປັນຜູ້ຄຸ້ມຄອງມະຫາ ພາກທາງດ້ານໄອຊີທີ, ກໍມີເປົ້າໝາຍຈະສ້າງ ສປປ ລາວ ໃຫ້ບັນລຸບັນດາປັດໄຈພື້ນຖານໃນການຫັນເປັນ ດີຈີຕອນຢ່າງຮອບດ້ານ.