ວິທະຍາຄານສັນຕິບານປະຊາຊົນ (ວສປ) - ກອງບັນຊາການ ປກສ ແຂວງຫຼວງນໍ້າທາ
ວິທະຍາຄານສັນຕິບານປະຊາຊົນ (ວສປ) - ກອງບັນຊາການ ປກສ ແຂວງຫຼວງນໍ້າທາ

ໃນອາທິດຜ່ານມາ, ຄະນະນໍາ ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ນໍາໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ຜູ້ອຳນວຍການ ວສປ ພ້ອມດ້ວຍຄະນະ ໄດ້ພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ເຊິ່ງຕ້ອນຮັບໂດຍ ພັທ ອິນສົມ ທຳລະສີນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ພ້ອມທັງມີ ຄະນະກອງບັນຊາການ, ຫົວໜ້າຫ້ອງ, ພະແນກ ແລະ ພະນັກງານຫຼັກແຫຼ່ງ.

ພົຈວ ປອ ວັນເຮືອງ ນັນທະຈັກ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ຄະນະນໍາ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ຈິງໃຈ ພ້ອມທັງກ່າວສະແດງເຖິງຈຸດປະສົງການລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ ປກສ ແຂວງຫຼວງນໍ້າທາ ຄັ້ງນີ້ ເພື່ອເປັນການຢ້ຽມຢາມຖາມຂ່າວເຖິງ ນັກສຶກສາທີ່ຈົບຈາກ ວສປ ແລ້ວໄດ້ສັບຊ້ອນເຂົ້າມາເຮັດວຽກຢູ່ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ແລະ ການລົງມາພົບປະເຮັດວຽກນໍາ ຄະນະນໍາ ກອງບັນຊາການ ປກສ ແຂວງ ທາງດ້ານວຽກງານວິຊາສະເພາະ.

ພັທ ອິນສົມ ທໍາລະສິນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຄວາມເປັນຫ່ວງເປັນໄຍຂອງ ຄະນະນຳ ແລະ ຄູ-ອາຈານ ວສປ ຕໍ່ອະດີດນັກສຶກສາ ກໍຄື ພະນັກງານ-ນັກຮົບ ໃນ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ທີ່ໄດ້ສໍາເລັດການສຶກສາຮໍ່າຮຽນຈາກ ວສປ ແລ້ວມາປະຕິບັດໜ້າທີ່ຢູ່ ກອງບັນຊາການ ເຊິ່ງເຮັດທຸກສະຫາຍກາຍເປັນພະນັກງານທີ່ດີ, ມີວິໄນ, ເຂັ້ມແຂງ, ຊຳນິ-ຊຳນານ ແລະ ດ້ານວິຊາສະເພາະ ແມ່ນເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.