ບໍລິສັດ ອາວສະແປນ (Out span) ບໍລິເວນ ຈຳກັດ ໄດ້ມອບ ເບ້ຍກາເຟ ແນວພັນຈາວາ (Java) ຈຳນວນ 8.000 ເບ້ຍ ໃຫ້ ແຂວງຊຽງຂວາງ ມູນຄ່າ 48.000.000 ກີບ ໃນອາທິດຜ່ານມາ ຢູ່ທີ່ຫ້ອງວ່າການ ແຂວງຊຽງຂວາງ ເຊິ່ງກ່າວມອບໂດຍ ທ່ານ ຄຳຊາຍ ສີສຸພັນ ຕ່າງໜ້າບໍລິສັດ, ກ່າວຮັບໂດຍ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະທັງ 2 ຝ່າຍ ເຂົ້າຮ່ວມ.

ທ່ານ ບົວສອນ ສີນວນທອງ ກໍໄດ້ສະແດງຄວາມຊົມເຊີຍທີ່ ບໍລິສັດ ມີຄວາມສົນໃຈມາທົດລອງລົງທຶນຜະລິດກາເຟ ຢູ່ແຂວງຊຽງຂວາງ ເຊິ່ງຈະສ້າງລາຍຮັບໃຫ້ແກ່ປະຊາຊົນ ເປັນການສ້າງສາພັດທະນາເສດຖະກິດຄອບຄົວ ແກ້ໄຂຄວາມທຸກຍາກ ເຊິ່ງຈະນຳໄປມອບໃຫ້ປະຊາຊົນຢູ່ເມືອງຄູນ ແລະ ເມືອງຜາໄຊ ປູກເພື່ອເປັນການທົດລອງປູກກາເຟພັນດັ່ງກ່າວ.

ທ່ານ ຄໍາຊາຍ ສີສຸພັນ ກ່າວວ່າ:

ການມອບເບ້ຍກາເຟໃຫ້ແຂວງຊຽງຂວາງ ຄັ້ງນີ້ ແມ່ນເພື່ອເປັນການທົດລອງເບິ່ງວ່າ ແນວພັນກາເຟດັ່ງກ່າວນີ້ ສາມາດປູກໄດ້ຢູ່ດິນແດນດັ່ງກ່າວນີ້ ໄດ້ດີຊໍາໃດ ແລະ ທັງເປັນການປະຕິບັດແນວທາງຂອງລັດຖະບານ ສປປ ລາວ ໃນການສ້າງອາຊີບໃຫ້ປະຊາຊົນລາວ ເວົ້າລວມ, ເວົ້າສະເພາະແມ່ນ ປະຊາຊົນແຂວງຊຽງຂວາງ ໃຫ້ມີລາຍໄດ້ທີ່ດີ ແລະ ມີລາຍຮັບທີ່ໝັ້ນຄົງ ເພື່ອໝູນໃຊ້ເຂົ້າໃນຄອບຄົວຢ່າງພຽງພໍ ໃນຕໍ່ ໜ້າ.