ໃນວັນທີ 27 ມິຖຸນາ 2019, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ເພື່ອຮັບປະກັນຫຼັກສູດການສຶກສາພາຍໃນໂຮງຮຽນເອກະ ຊົນທຸກລະດັບ, ທຸກຊັ້ນຮຽນໃຫ້ມີຄຸນນະພາບສູງຂຶ້ນ ແນໃສ່ສ້າງໃຫ້ນັກຮຽນ, ນັກສຶກສາທີ່ຄົ້ນຄວ້າຮໍ່າຮຽນຢູ່ສະຖາບັນການສຶກສາຂອງເອກະຊົນເຂົ້າສູ່ລະບົບຕາມຫຼັກມູນຂອງການສຶກສາທີ່ກະຊວງສຶກສາທິການ ແລະ ກິລາວາງອອກໃຫ້ມີຄຸນນະພາບສູງຂຶ້ນ. ປັດຈຸບັນນີ້, ກະຊວງສຶກສາທິການ ແລະ ກິລາ ພວມສຸມໃສ່ຄຸ້ມຄອງ, ຕິດຕາມ, ກວດກາຢ່າງເຂັ້ມງວດ.

ການໃຫ້ສຳພາດຄັ້ງນີ້, ມີຂຶ້ນໃນໂອກາດທີ່ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ໂດຍທ່ານກ່າວວ່າ: ກະຊວງສຶກສາທິການ ແລະ ກິລາ ສຸມໃສ່ຄຸ້ມຄອງ, ຕິດຕາມ, ກວດກາຢ່າງເຂັ້ມງວດ ເພື່ອຮັບປະກັນຫຼັກສູດການສຶກສາພາຍໃນໂຮງຮຽນເອກະ ຊົນ, ທຸກລະດັບ, ທຸກຊັ້ນຮຽນໃຫ້ມີຄຸນນະພາບສູງຂຶ້ນ ໂດຍການຈັດຕັ້ງປະຕິບັດຫຼາຍຢ່າງ ໂດຍສະ ເພາະແມ່ນການສ້າງ ຕັ້ງສູນປະກັນຄຸນນະພາບການສຶກສາ ທີ່ມີພາລະບົດບາດໃນການກຳນົດມາດຕະຖານຄຸນນະພາບການສຶກສາທຸກຊັ້ນ, ທຸກສາຍທັງພາກລັດ ແລະ ເອກະຊົນ ລວມທັງກຳນົດຂອບເຂດວຸດທິການສຶກສາແຫ່ງຊາດ ໃຫ້ເທົ່າທຽມກັບມາດຕະຖານຂອງພາກພື້ນ ແລະ ສາກົນ (ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງສູນປະ ກັນຄຸນນະພາບການສຶກສາ ສະບັບເລກທີ 920/ສສກ, ລົງວັນທີ 28 ກຸມພາ 2018).

ນອກຈາກນັ້ນ, ຍັງມີຫ້ອງການສົ່ງເສີມການສຶກສາພາກເອກະຊົນທີ່ເປັນໜ່ວຍງານຄົ້ນຄວ້າ ແລະ ກຳນົດນະໂຍ ບາຍສົ່ງເສີມການພັດທະນາວຽກງານສຶກສາພາກເອກະຊົນໃຫ້ສອດຄ່ອງກັບການພັດທະນາການສຶກສາ ແລະ ກິລາ ໃນແຕ່ລະໄລຍະ (ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຫ້ອງການສົ່ງເສີມການສຶກສາພາກເອກະຊົນ ສະບັບເລກ ທີ 923/ສສກ, ລົງວັນທີ 1 ມີນາ 2018).

ຄຽງຄູ່ກັນນີ້, ຍັງມີນິຕິກຳຫຼາຍສະບັບ ເຊັ່ນ: ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຄຸ້ມຄອງໂຮງຮຽນເອກະ ຊົນຂອງການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ສະບັບເລກທີ 1053/ສສກ.ມຍ, ລົງວັນທີ 26 ກຸມພາ 2016, ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຄຸ້ມຄອງໂຮງຮຽນເອກະຊົນນານາຊາດຂອງການສຶກສາກ່ອນ ໄວຮຽນ ແລະ ສາມັນສຶກສາ ສະບັບເລກທີ 1052/ສສກ.ມຍ, ລົງ ວັນທີ 26 ກຸມພາ 2016, ຂໍ້ຕົກລົງ ວ່າດ້ວຍສະຖານການສຶກສາພາກເອກະຊົນ ສະບັບເລກທີ 1775/ສສກ, ລົງວັນທີ 8 ພຶດສະພາ 2018 ເພື່ອເປັນບ່ອນອີງໃນການຄຸ້ມຄອງບັນດາໂຮງຮຽນເອກະຊົນ ແລະ ກຳລັງສ້າງນິຕິກຳກ່ຽວກັບການເກັບຄ່າຮຽນ-ຄ່າບໍລິການປະ ເພດຕ່າງໆຢູ່ການສຶກສາພາກເອກະຊົນ.

ພ້ອມທັງມີການລົງຕິດຕາມ, ກວດກາປະເມີນການຈັດຕັ້ງປະຕິບັດຫຼັກ ສູດການຮຽນ-ການສອນຢູ່ສະຖານການສຶກສາພາກເອກະຊົນ, ຕິດພັນກັບການສ້າງມາດຕະຖານຂອງສະຖາບັນການສຶກສາທີ່ເປີດຫຼັກສູດປະລິນຍາຕີ, ເຊິ່ງໃນປີ 2019 ນີ້ ໄດ້ສ້າງແຜນລົງຕິດຕາມ ຢູ່ 5 ແຂວງ ຄື: ແຂວງບໍລິຄຳໄຊ, ແຂວງວຽງຈັນ, ແຂວງຄຳມ່ວນ, ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ.