ພິທີເຜີຍແຜ່ແຜນແກ້ໄຂຄົນຕ່າງປະເທດ ທີ່ມາເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ
ພິທີເຜີຍແຜ່ແຜນແກ້ໄຂຄົນຕ່າງປະເທດ ທີ່ມາເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ

ໃນວັນທີ 26 ມິຖຸນາ 2019, ແຂວງຊຽງຂວາງ ໄດ້ຈັດພິທີເຜີຍແຜ່ແຜນແກ້ໄຂຄົນຕ່າງປະເທດ ທີ່ມາເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ, ເປັນປະທານໂດຍ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ, ມີ ພະແນກການ, ກອງບັນຊາການ ປກຊ-ປກສ, ສະມາຄົມຊາວຫວຽດນາມ ແລະ ສະມາຄົມຊາວຈີນ ເຂົ້າຮ່ວມ.

ການເຜີຍແຜ່ຄັ້ງນີ້ ໄດ້ນຳສະເໜີເອກະສານ, ຄຳສັ່ງຂອງ ນາຍົກລັດຖະມົນຕີ ເລກທີ 62/ນຍ ລົງວັນທີ 13 ພະຈິກ 2015 ວ່າດ້ວຍ ການອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການຂຶ້ນທະບຽນ ແລະ ອອກບັດອານຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ, ບົດສະຫຼຸບການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ, ແຜນສືບຕໍ່ແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ, ຄຳແນະນຳຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບ ການແກ້ໄຂບັນຫາຄົນຕ່າງປະເທດ ເຄື່ອນໄຫວດຳເນີນທຸລະກິດບໍ່ຖືກຕ້ອງຕາມລະບຽບກົດໝາຍ ຂອງ ສປປ ລາວ, ຄຳສັ່ງແນະນຳຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ວ່າດ້ວຍ ການເພີ່ມທະວີຄວາມຮັບຜິດຊອບ ໃນການຄຸ້ມຄອງແຮງງານຕ່າງປະເທດຕາມກົດໝາຍ ແລະ ລະບຽບການຂອງຂະແໜງການຜູ້ແທນກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນ ແລະ ຄຳສະເໜີ ເພື່ອໃຫ້ການຈັດຕັ້ງປະຕິບັດແຜນ ໄດ້ຮັບຜົນດີທຸກຝ່າຍ.

ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ
ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ

ນອກນັ້ນ, ທ່ານຮອງເຈົ້າແຂວງໆຊຽງຂວາງ ຍັງໄດ້ເນັ້ນໃຫ້ທຸກພາກສ່ວນ ຕ້ອງປະຕິບັດຕາມຫຼັກການ, ແກ້ໄຂໂດຍອີງໃສ່ກົດໝາຍ, ສະພາບຕົວຈິງ, ຊາວຕ່າງປະເທດທີ່ມາຄ້າຂາຍ ໃຫ້ຈັດເປັນກຸ່ມຫັນເຂົ້າສູ່ຕະຫຼາດ, ຄົນຕ່າງປະເທດທີ່ມາດຳລົງຊີວິດ, ຄ້າຂາຍ, ແຮງງານ, ຕ້ອງຫັນເຂົ້າສູ່ກົດໝາຍ ຂອງ ສປປ ລາວ, ການສະກັດກັ້ນບັນຫາທີ່ຈະເກີດຂຶ້ນໃນຕໍ່ໜ້າ, ນຳເອົາບັນດາເອກະສານແຈກຍາຍໃຫ້ຄົນຕ່າງປະເທດ ໄດ້ຮັບຮູ້ ແລະ ຈັດຕັ້ງປະຕິບັດຕາມ, ສຶກສາອົບຮົມຄົນລາວ ຜູ້ທີ່ໃຫ້ເຊົ່າເຮືອນ, ບັນດາສະມາຄົມ ແລະ ສະພາການຄ້າຂອງຄົນຕ່າງປະເທດ ຕ້ອງເຮັດໜ້າທີ່ສຶກສາອົບຮົມ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕ້ອງອຳນວຍຄວາມສະດວກ ຮ່ວມມືຮີບຮ້ອນມາປຶກສານຳພາກສ່ວນທີ່ກ່ຽວຂ້ອງ ແລະ ແກ້ໄຂໃຫ້ທັນເວລາ.