ຊຽງຂວາງ ຈັດຝຶກອົບຮົມໃຫ້ພະນັກງານ ກຽມລົງກໍ່ສ້າງຮາກຖານການເມືອງ

0
1471

ແຂວງຊຽງຂວາງ ໄດ້ຈັດພິທີຝຶກອົບຮົມໃຫ້ພະນັກງານ, ທະຫານ, ຕຳຫຼວດ ເພື່ອກຽມລົງກໍ່ສ້າງຮາກຖານການເມືອງ ປະຈຳປີ 2019-2020 ໃນລະຫວ່າງວັນທີ 27-28 ມິຖຸນາ 2019 ພາຍໃຕ້ການເປັນປະທານໂດຍ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ, ມີ ຄູ-ອາຈານ, ພະນັກງານ, ຄະນະຮັບຜິດຊອບຝຶກອົບຮົມ ແລະ ສຳມະນາກອນ ເຂົ້າຮ່ວມ.

ການຝຶກອົບຮົມໃນຄັ້ງນີ້, ນັກສໍາມະນາກອນ ແມ່ນໄດ້ຮູ້ວຽກງານສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ບາດກ້າວ, ຂັ້ນຕອນ, ວິທີການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານ, ການສ້າງບ້ານໜັກແໜ້ນເຂັ້ມແຂງ ເຊິ່ງມີ 10 ມາດຖານ ກ່ຽວກັບ ອົງການປົກຄອງບ້ານ ຕາມຂໍ້ຕົກລົງ ສະບັບເລກທີ 649/ພນ ລົງວັນທີ 24 ສິງຫາ 2016 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ອົງການປົກຄອງບ້ານ ແລະ ວຽກງານ 3 ສ້າງ.

ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ
ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ

ໃນພິທີດັ່ງກ່າວ, ທ່ານຮອງເຈົ້າແຂວງໆຊຽງຂວາງ ກໍໄດ້ເນັ້ນໃຫ້ພະນັກງານ ກຽມລົງກໍ່ສ້າງຮາກຖານການເມືອງ, ສຶກສາອົບຮົມການເມືອງ-ແນວຄິດ, ແກ້ໄຂຄວາມທຸກຍາກຕ້ານໄພອຶດຫິວ, ສ້າງສາພັດທະນາສ້າງຄວາມເຂັ້ມແຂງ ໃນການຊີ້ນຳ-ນຳພາຂອງ ອຳນາດການປົກຄອງບ້ານ, ລຶບລ້າງການປູກຝິ່ນ, ຫັນປ່ຽນແນວຄິດຂອງປະຊາຊົນ ໄປຕາມທິດການພັດທະນາ ໂດຍເລັ່ງໃສ່ 4 ເນື້ອໃນ 4 ຄາດໝາຍ, ກຳໄດ້ແນວຄິດຂອງປະຊາຊົນ, ກຳຄົນເຂົ້າ-ອອກບ້ານ, ເຂົ້າເຖິງປະຊາຊົນ, ຮັບປະກັນ ປີ 2020 ໃນການຈັດງານມະຫາກຳກິລາແຫ່ງຊາດ, ງານປະກາດທົ່ງໄຫຫີນ ເຂົ້າເປັນມໍລະດົກໂລກ, ການສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ມີຄວາມສະຫງົບ, ເລັ່ງໃສ່ການກໍ່ສ້າງທາງດ້ານແນວຄິດ-ການເມືອງ, ເສດຖະກິດ-ສັງຄົມ, ພາຍຫຼັງສຳເລັດບັ້ນລົງກໍ່ສ້າງຮາກຖານ ຂໍໃຫ້ມີການປ່ຽນແປງທັງບ້ານ ແລະ ພະນັກງານ ທີ່ລົງກໍ່ສ້າງຮາກຖານດີຂຶ້ນ.