ແຂວງຜົ້ງສາລີ ເຜີຍແຜ່ກົດໝາຍ ປະກັນສັງຄົມ

0
2202

ວັນທີ 8 ກໍລະກົດ 2019, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຜົ້ງສາລີ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ ກົດໝາຍ ວ່າດ້ວຍ ການປະກັນສັງຄົມ ( ສະບັບປັບປຸງ ); ເຊິ່ງເປັນປະທານຮ່ວມໂດຍ ທ່ານ ຄຳໄຊ ພັນນະລັດ ຮອງຫົວໜ້າກົມປະກັນສັງຄົມ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ທອງສີ ອະຣະຍະສັນ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຜົ້ງສາລີ ເພື່ອເຮັດໃຫ້ມີຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ການປະກັນສັງຄົມ ໃນຂອບເຂດທົ່ວປະເທດ, ເຊິ່ງເຂົ້າຮ່ວມງານໃນຄັ້ງນີ້ ມີບັນດາທ່ານຫົວໜ້າ – ຮອງຫົວໜ້າພະແນກການ, ພະນັກງານວິຊາການ, ວິສາຫະກິດ ອ້ອມຂ້າງແຂວງ.

ພາຍໃນກອງປະຊຸມ, ຜູ້ເຂົ້າຮ່ວມ ໄດ້ຮັບຟັງ ການເຜີຍແຜ່ ກົດໝາຍ ວ່າດ້ວຍ ການປະກັນສັງຄົມ ( ສະບັບປັບປຸງ ) ເລກທີ 54/ສພຊ ເຊິ່ງ ກົດໝາຍປະກັນສັງຄົມ ສະບັບປັບປຸງນີ້ ປະກອບມີ 12 ພາກ ແລະ 123 ມາດຕາ ທີ່ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຈັດຕັ້ງປະຕິບັດ ຢ່າງລະອຽດຈະແຈ້ງ.

ພ້ອມນີ້, ຍັງໄດ້ຜ່ານຄຳແນະນຳຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເລກທີ 1206/ຮສສ ລົງວັນທີ 23/4/2019 ກ່ຽວກັບ ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ການປະກັນສັງຄົມ ( ສະບັບປັບປຸງ ). ທັງນີ້, ກໍເພື່ອເຮັດໃຫ້ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດກາວຽກງານ ປະກັນສັງຄົມ ເປັນລະບົບ, ເຂັ້ມແຂງ ແລະ ມີປະສິດທິພາບ, ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງ ຜູ້ໃຊ້ແຮງງານ, ຜູ້ປະກັນຕົນ ແລະ ສະມາຊິກຄອບຄົວ ໂດຍການປະກອບທຶນສົມທົບ ແລະ ການສະໜອງການອຸດໜູນ ປະກັນສັງຄົມ ຄ້ຳປະກັນການດຳລົງຊີວິດ; ພ້ອມທັງ ໃຫ້ສັງຄົມໄດ້ມີຄວາມຮັບຮູ້ເຂົ້າໃຈ ຢ່າງເປັນເອກະພາບ ແລະ ນຳໄປຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງ ສອດຄ່ອງ ແລະ ມີປະສິດທິຜົນດີ ຂຶ້ນກວ່າເກົ່າ.