ພັທ ສອນໄຊ ວົງດາລາ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ສໍາພາດ ໃນອາທິດທີ່ຜ່ານມາ
ພັທ ສອນໄຊ ວົງດາລາ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ສໍາພາດ ໃນອາທິດທີ່ຜ່ານມາ

ພັທ ສອນໄຊ ວົງດາລາ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ສໍາພາດ ໃນອາທິດທີ່ຜ່ານມາ ວ່າ: ໃນ 6 ເດືອນ ຕົ້ນປີ 2019 ຜ່ານມາ, ທົ່ວແຂວງວຽງຈັນ ມີອັກຄີໄພເກີດຂຶ້ນທັງໝົດ 10 ຄັ້ງ ປະເມີນມູນຄ່າເສຍຫາຍທັງໝົດ 490.320.000 ກີບ, ໄດ້ລົງເຜີຍແຜ່ໂຄສະນາສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ຕາມສະຖານທີ່ຕ່າງໆ ໄດ້ທັງໝົດ 2 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 222 ຄົນ ຍິງ 182 ຄົນ.

+ 6 ເດືອນ ຕົ້ນປີ 2019 ຜ່ານມາ

ບັນດາຕົວເມືອງ ນັບທັງເຂດຊຸມຊົນໜາແໜ້ນ ແລະ ເຂດຊົນນະບົດ ໄດ້ມີເຫດໄຟໄໝ້ເຮືອນ, ເລົ້າເຂົ້າ, ຕະຫຼາດ, ຮ້ານຄ້າ, ຮ້ານບັນເທີງ, ຮ້ານອາຫານ, ໂຮງງານ, ສຳນັກງານ ແລະອື່ນໆ  ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ພື້ນຖານເສດຖະກິດ, ວັດທະນະທຳ – ສັງຄົມ, ຊັບສິນຂອງລັດ, ລວມໝູ່ ແລະ ຊີວິດຂອງບຸກຄົນ ຢ່າງຫຼວງຫຼາຍ.

+ ທິດທາງແຜນການ ໃນຕໍ່ໜ້າ

ແມ່ນ ຈະຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງຕົນ, ປັບປຸງລະບຽບແບບແຜ່ນ ຕາມທິດຊີ້ນຳຂອງ ກອງບັນຊາການ ປກສ ແຂວງ ກໍ່ສ້າງ ແລະ ບຳລຸງຍົກລະດັບໃຫ້ແກ່ ພະນັກງານ – ນັກຮົບ ປັບປຸງໂຄງຮ່າງການຈັດຕັ້ງ ໃຫ້ແທດເໝາະກັບ ຄວາມຮຽກຮ້ອງຕ້ອງການຂອງພາລະກິດປ່ຽນແປງໃໝ່, ເອົາໃຈໄສບຳລຸງຮັກສາອຸປະກອນ ວັດຖຸພາຫະນະຮັບໃຊ້ ຢູ່ທ່າກຽມພ້ອມ, ປັບປຸງກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ ເພື່ອຮັບໃຊ້ເຂົ້າວຽກງານຕົວຈິງ ໃຫ້ແກ່ການບຳລຸງຝຶກຊ້ອມພະນັກງານ ໃນໄລຍະສັ້ນ ພ້ອມອຸປະກອນເຕັກນິກທີ່ທັນສະໄໝ ໃຫ້ທ່ວງທັນກັບ ການຂະຫຍາຍຕົວຂອງສັງຄົມປັດຈຸບັນ, ຕັ້ງໜ້າສົມທົບກັບ ບັນດາກົມກອງພາກສ່ວນຕ່າງໆ ປະກອບສ່ວນເຂົ້າຮ່ວມ ແລະ ພັດທະນາວຽກສະກັດກັ້ນ ແລະ ຕ້ານອັກຄີໄພ ໃນທຸກດ້ານ.

ນອກຈາກນີ້, ຍັງຕ້ອງໄດ້ປະສານສົມທົບກັບ ຮາກຖານເຂດໃກ້ຄຽງ ແລະ ອ້ອມຂ້າງ, ກໍ່ສ້າງຮາກຖານການເມືອງ ໃຫ້ໜັກແໜ້ນເຂັ້ມແຂງ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການລົງໂຄສະນາເຜີຍແຜ່ລະບຽບກົດໝາຍວ່າດ້ວຍ ການສະກັັດກັ້ນຕ້ານອັກຄີໄພ ຢູ່ຕາມເປົ້າໝາຍທີ່ມີຄວາມສ່ຽງ ໃນການເກີດອັກຄີໄພຕາມເທດສະບານ, ໂຮງຈັກ, ໂຮງງານ, ຕາມຕະຫຼາດ ແລະ ຊຸມຊົນແອອັດຕ່າງໆ.