ດ້ານ ນາງ ເຈນນີ ອາມບິວລາ ຖືກຂໍ້ຫາຟອກເງິນ ເຊິ່ງຂໍ້ຫາດັ່ງກ່າວແມ່ນ ນາງ ເຈນນີ ບໍ່ໄດ້ໂຕ້ຕອບແຕ່ຢ່າງໃດກັບໂທດຂອງນາງ; ສ່ວນ ພໍ່ ແລະ ແມ່ ຂອງນາງ ແມ່ນຍັງຖືກຕື່ມອີກຂໍ້ຫາໜຶ່ງຄື ມີສ່ວນພົວພັນໃຫ້ການຊ່ວຍເຫຼືອ ພວກຄ້າຂາຍເຖື່ອນ ແລະ ການສໍ້ລາດບັງຫຼວງ.

ການຈັບກຸມບັນດາເປົ້າໝາຍດັ່ງກ່າວ ໃນຄັ້ງນີ້, ທາງເຈົ້າໜ້າທີ່ ໃຫ້ຮູ້ວ່າ:

ເປັນຂໍ້ມຸນຫຼັກຖານໜຶ່ງທີ່ສຳຄັນ ໃນການສະກັດກັ້ນ ການຄ້າຂາຍເຖື່ອນຂອງໂກໂລມບີ ແລະ ຫວັງຢ່າງຍິ່ງວ່າ ການຈັບກຸມກຸ່ມເປົ້າໝາຍນີ້ ຈະຊ່ວຍໃຫ້ການທັບມ້າງຕາໜ່າງສໍ້ລາດບັງຫຼວງ ມີຜົນສຳເລັດໃນເຂດດ່ານດັ່ງກ່າວ.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງໂກໂລມບີ ໃຫ້ຮູ້ອີກວ່າ:

ພໍ່ຂອງ ນາງ ເຈນນີ ແມ່ນຜູ້ເປັນຫົວໜ້າກວດກາສິນຄ້າຂອງດ່ານ ຕະຫຼອດໃນ 27 ປີ ທີ່ຜ່ານມາ; ລາວມີລະດັບເງິນເດືອນ ຢູ່ທີ່ 3.000 USD ໃນເວລາທີ່ເປັນ ຜູ້ກວດສອບສິນຄ້າ ຢູ່ດ່ານເເບນເນເວນຕູຣາ ເຊິ່ງລະດັບເງິນຊໍ່ານັ້ນ ແຕ່ລູກສາວພັດໃຊ້ຊີວິດແບບຫຼູຫຼາ, ໃຊ້ສອຍແບບບັນດາເຄື່ອງຂອງທີ່ມີຍີ່ຫໍ້ ແລະ ຊື້ລົດລາຄາແພງໆໄດ້.

ພະນັກງານທ່ານໜຶ່ງ ໃຫ້ຮູ້ວ່າ:

ທ້າວ ໂອມານ ໂລບເງິນຢ່າງໜ້ອຍປະມານ 600.000 ໂດລາສະຫະລັດ ນັບແຕ່ປີ 2012 ເປັນຕົ້ນມາ, ເຊິ່ງເງິນຈຳນວນດັ່ງກ່າວ ແມ່ນ ສົ່ງໃຫ້ລູກສາວທີ່ຮຽນຢູ່ ມະຫາວິທະຍາໄລ ໄມອາມີ ແຕ່ປີ 2013 – 2017 ຈົນສາມາດເສັງຈົບ ລະດັບປະລິນຍາຕີ ຂະແໜງການເງິນ.

ເຈົ້າໜ້າທີ່ ໃຫ້ຮູ້ຕື່ມວ່າ: ທ້າວ ໂອມານ ແລະ ອີກພະນັກງານຂັ້ນສູງທ່ານໜຶ່ງ ໄດ້ປິດບັງຄວາມຜິດດ້ວຍການເຊື່ອງອຳ ບັນດາສິນຄ້າທີ່ລັກລອບ ໃຫ້ຍາດພີ່ນ້ອງ ແລະ ຄົນທີ່ຮູ້ຈັກ ເພື່ອຊື້ສິນຄ້າ ແລະ ເຮັດເກີນໃນໜ້າທີ່ການຄ້າຂອງເຂົາ; ສຳລັບ ນາງ ເຈນນີ ໄດ້ອ້າງວ່າ: ຕົນເອງດຳລົງຊິວິດແບບຫຼູຫຼາ ຍ້ອນການຕັ້ງບໍລິສັດຄຸ້ມຄອງການຂາຍກະແລມ ແລະ ໃຫ້ການບໍລິການການເງິນ.

ເຈນນີ ອາມບິວລາ ( ອາຍຸ 26 ປີ, ຄົນໂກໂລມບີ ) ທີ່ຄັ້ງໜຶ່ງເຄີຍເປັນຄົນທີ່່ມີຊີວິດຫຼູຫຼາ ເຮັດໃຫ້ຫຼາຍຄົນຕ້ອງງຶດງໍ້
ເຈນນີ ອາມບິວລາ ( ອາຍຸ 26 ປີ, ຄົນໂກໂລມບີ ) ທີ່ຄັ້ງໜຶ່ງເຄີຍເປັນຄົນທີ່່ມີຊີວິດຫຼູຫຼາ ເຮັດໃຫ້ຫຼາຍຄົນຕ້ອງງຶດງໍ້

ທ່ານ ອານດຣິດ ຈິມນິດສ໌ ເຈົ້າໜ້າທີ່ຂອງໂກໂລມບີ ໃຫ້ຮູ້ວ່າ:

ນາງ ເຈນນີ ໄດ້ສ້າງຕັ້ງ ບໍລິສັດດັ່ງກ່າວແທ້ ແຕ່ບົນເຈ້ຍສໍຊື່ໆ, ບໍ່ສາມາດຈະຫາເງິນໄດ້ ຫຼາຍພໍທີ່ຈະໃຊ້ຈ່າຍແບບຫຼູຫຼາ ໃນຊີວິດແບບນັ້ນ.

ໃນເວລາທີ່ຈັບຕົວ ນາງ ເຈນນີ ອາມບິວລາ ຜູ້ກ່ຽວຍັງຢູ່ໃນຊຸດເຊື້ອ ຍີ່ຫໍ້ Gucci ແລະ ທຳທ່າງົງ ຈົນເຖິງໝົດເວລາທີ່ ເຈົ້າໜ້າທີ່ຕຳຫຼວດ ອ່ານຄຳສັ່ງກັກຕົວສຳເລັດ, ໂດຍ ນາງ ເຈນນີ ອາດບໍ່ຄາດຄິດມາກ່ອນວ່າ ທັງຄອບຄົວຈະມີຈຸດຈົບແບບນີ້.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ