ໃນຕອນບ່າຍຂອງວັນທີ 9 ກໍລະກົດ 2019, ກອງບັນຊາການ ປກສ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ຈັດພິທີມອບ – ຮັບອາວຸດລ່າເນື້ອ ໃຫ້ ກອງບັນຊາການ ປກສ ແຂວງ ເພື່ອນຳໄປທ້ອນໂຮມ ແລະ ທຳລາຍຖິ້ມ.

ພິທີດັ່ງກ່າວ ໄດ້ຈັດຂຶ້ນທີ່ສະໂມສອນ ກອງບັນຊາການ ປກສ ເມືອງ, ເຂົ້າຮ່ວມໂດຍ ທ່ານ ພັທ ແກ້ວເຊີນ ຮັກສາພົນ ຫົວໜ້າກອງບັນຊາການ ປກສ ເມືອງ, ມີພາກສ່ວນທີ່ກ່ຽວຂ້ອງຈາກ ປກສ ແຂວງ ແລະ ປກສ ເມືອງ ເຂົ້າຮ່ວມເປັນສັກຂີພະຍານ.

ອາວຸດລ່າເນື້ອທີ່ນຳມາມອບໃນຄັ້ງນີ້ ແມ່ນ ໄດ້ສົມທົບກັບ ອຳນາດການປົກຄອງບ້ານ ແລະ ປກສ ບໍລິການປະຊາຊົນ ໃນການທ້ອນໂຮມ ອາວຸດລ່າເນື້ອທີ່ຜິດກົດໝາຍ; ເຊິ່ງສາມາດທ້ອນໂຮມປືນແກັບ ໄດ້ຈຳນວນ 90 ກະບອກ, ເລົາປືນແກັບ 19 ເລົາ, ເລົາປືນເສິກ 6 ເລົາ ແລະ ໝໍ້ຊ໋ອດປາ 15 ເຄື່ອງ.

ກ່າວມອບໂດຍ ທ່ານ ພັຕ ບົວໄສ ໄຊຍະເພັດ ຫົວໜ້າພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເມືອງໄຊເສດຖາ ແລະ ກ່າວຮັບໂດຍ ທ່ານ ພັທ ບົວໄລ ສີມາລາ ຫົວໜ້າພະແນກຄຸ້ມຄອງອາຊີບພິເສດ ແລະ ພາຫະນະພິເສດ ປກສ ແຂວງອັດຕະປື ເພື່ອນຳໄປທ້ອນໂຮມ ແລະ ທຳລາຍຖິ້ມ ຕາມລະບຽບກົດໝາຍ.