ກອງປະຊຸມ ລັດຖະມົນຕີຊາວໜຸ່ມ ອາຊຽນ ຄັ້ງທີ 11 ຈະຈັດຂຶ້ນກາງເດືອນກໍລະກົດ

0
2230

ກອງປະຊຸມ ລັດຖະມົນຕີຊາວໜຸ່ມ ອາຊຽນ ຄັ້ງທີ 11 ແລະ ກອງປະຊຸມທີ່ກ່ຽວຂ້ອງ ຈະຈັດຂຶ້ນ ໃນລະຫວ່າງ ວັນທີ 16-20 ກໍລະກົດ 2019 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ ເສີມຂະຫຍາຍບົດບາດຂອງ ຊາວໜຸ່ມ ໃນການພັດທະນາແບບຍືນຍົງ ແລະ ເຊື່ອມສານກັບພາກພື້ນ ” ໂດຍແມ່ນສູນ ກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນເຈົ້າພາບ.

ທ່ານ ປອ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພ້ອມຄະນະ ໄດ້ຖະແຫຼງຕໍ່ ສື່ມວນຊົນ ໃນວັນທີ 9 ກໍລະກົດ 2019 ໂດຍມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ວ່າ:

ກອງປະຊຸມ ລັດຖະມົນຕີຊາວໜຸ່ມ ອາຊຽນ ຄັ້ງທີ 11 ແລະ ກອງປະຊຸມທີ່ກ່ຽວຂ້ອງ ຈະຈັດຂຶ້ນ ໃນລະຫວ່າງ ວັນທີ 16-20 ກໍລະກົດ 2019 ທີ່ນະຄອນຫຼວງວຽງຈັນ
ກອງປະຊຸມ ລັດຖະມົນຕີຊາວໜຸ່ມ ອາຊຽນ ຄັ້ງທີ 11 ແລະ ກອງປະຊຸມທີ່ກ່ຽວຂ້ອງ ຈະຈັດຂຶ້ນ ໃນລະຫວ່າງ ວັນທີ 16-20 ກໍລະກົດ 2019 ທີ່ນະຄອນຫຼວງວຽງຈັນ

ມາຮອດປັດຈຸບັນ, ການກະກຽມເປັນເຈົ້າພາບ ຈັດກອງປະຊຸມ ແມ່ນມີຄວາມພ້ອມໃນທຸກດ້ານ ໂດຍສະເພາະແມ່ນ ເນື້ອໃນກອງປະຊຸມໃນການເສີມຂະຫຍາຍ ແລະ ຍົກສູງບົດບາດຂອງຊາວໜຸ່ມລາວ ໃນເວທີສາກົນ ເວົ້າລວມ, ເວົ້າສະເພາະແມ່ນ ໃນບັນດາປະເທດສະມາຊິກ ອາຊຽນ ແລະ ຄູ່ຮ່ວມເຈລະຈາ ພ້ອມທັງເປັນການພັດທະນາ ແລະ ຍາດແຍ່ງບັນດາໂຄງການ ຫຼື ທຶນຊ່ວຍເຫຼືອ ຈາກສາກົນ ໃຫ້ມີຈໍານວນເພີ່ມຂຶ້ນ ແລະ ມີຄວາມຍືນຍົງ.

ນອກນັ້ນ, ຍັງໄດ້ຊຸກຍູ້ສົ່ງເສີມ ຫົວໜ່ວຍທຸລະກິດ ໃນການມີສ່ວນຮ່ວມ ໂດຍສະເພາະ ໃນການເປັນເຈົ້າການຈັດກິດຈະກໍາປິ່ນອ້ອມ, ການວາງສະແດງຜົນງານ ແລະ ຜະລິດຕະພັນຂອງຕົນເອງ.

ພາຍໃນກອງປະຊຸມ, ຄະນະຮັບຜິດຊອບ ໄດ້ເລືອກຫົວຂໍ້ “ ເສີມຂະຫຍາຍບົດບາດຂອງ ຊາວໜຸ່ມ ໃນການພັດທະນາແບບຍືນຍົງ ແລະ ເຊື່ອມສານກັບພາກພື້ນ ” ເພາະມັນແມ່ນຂີດໝາຍໃນໄລຍະເລີ່ມຕົ້ນຂອງ ການກ້າວເຂົ້າສູ່ທົດສະວັດຂອງ ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ເຊິ່ງເຫັນວ່າ:

ໃນທຸກປະເທດສະມາຊິກ ອາຊຽນ ແມ່ນ ມີວິໄສທັດການພັດທະນາແບບຍືນຍົງ ແລະ ຫົວຂໍ້ດັ່ງກ່າວ ແມ່ນມີຄວາມກ່ຽວພັນກັບ ເປົ້າໝາຍທີສອງຂອງແຜນວຽກອາຊຽນ ທີ່ເວົ້າເຖິງການຍົກຄວາມສາມາດໃນການປະກອບການຂອງ ຊາວໜຸ່ມ, ການຍົກລະດັບຄວາມສາມາດທັກສະຂອງ ຊາວໜຸ່ມ ດ້ວຍການຝຶກອົບຮົມ ແລະ ການສຶກສາແບບຕະຫຼອດຊີວິດ ໂດຍບໍ່ມີການແບ່ງແຍກ ເຖິງຊາວໜຸ່ມຈະມີສະພາບທີ່ແຕກຕ່າງ ກັນ.

ໃນນັ້ນ, ຍັງໄດ້ເລືອກເອົາ ໜຶ່ງກິດຈະກໍາ ທີ່ນອນຢູ່ໃນເປົ້າໝາຍດັ່ງກ່າວ ເພື່ອຈັດຕັ້ງປະຕິບັດ ທີ່ມີຊື່ວ່າ “ ການທ່ອງທ່ຽວແບບອະນຸລັກ ”.