ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີສະເຫຼີມສະຫຼອງວັນປ່ອຍປາ, ອະນຸລັກສັດນໍ້າ ແລະ ສັດປ່າ ແຫ່ງຊາດ 13 ກໍລະກົດ ປະຈຳປີ 2019 ໃນວັນທີ 13 ກໍລະກົດ 2019 ທີ່ອ່າງນໍ້າຊ່ວງ, ເມືອງນາຊາຍທອງ, ນະຄອນ ຫຼວງວຽງຈັນ, ເຊິ່ງໄດ້ມີການນຳເອົາປານາໆຊະນິດຫຼາຍກວ່າສອງແສນໂຕລົງສູ່ແມ່ນ້ຳເພື່ອກັບຄືນສູ່ທຳມະຊາດ; ໂດຍມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ປອ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ພ້ອມດ້ວຍບັນດາທ່ານການນຳພັກ-ລັດ, ພະເຖລານຸເຖລາ ຕະຫຼອດຮອດພໍ່ແມ່ປະຊາຊົນແລະ ນ້ອງ​ນ້ອຍ​​ເຍົາວະ​ຊົນ ​​ເຂົ້າ​ຮ່ວມ.

ໃນພິທີ, ທ່ານ ທອງ​ພັດ ວົງ​ມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ​ການ​ກຳນົດ​ເອົາ ວັນທີ 13 ກໍລະກົດ ຂອງທຸກປີ ເປັນວັນປ່ອຍປາ, ວັນອະນຸລັກ ສັດນໍ້າ ແລະ ສັດປ່າ ແຫ່ງຊາດ ກໍ່​ເພື່ອເປັນການລະນຶກເຖິງ ວັນເກີດຂອງປະທານ ສຸພານຸວົງ, ປະທານປະເທດ ຄົນທຳອິດ ຂອງ ສປປ ລາວ, ທີ່ມີຄຸນງານຄວາມດີ ແລະ ຜົນງານອັນໃຫຍ່ຫຼວງທີ່ໄດ້ອຸທິດໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ຂອງເຮົາ   ພ້ອມທັງເປັນການປູກຈິດສຳນຶກ ໃຫ້ອະນຸຊົນ, ເຍົາວະຊົນຂອງຊາດ ກໍ່ຄືລູກຫຼານຜູ້ເກີດໃໝ່ໃຫຍ່ລຸນ ໃຫ້ມີສະຕິຮັກຫວງແຫນ ສັດນໍ້າ ແລະ ສັດປ່າ ທັງເປັນການປຸກລະດົມທົ່ວປວງຊົນເຂົ້າຮ່ວມການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ສັດນໍ້າ ແລະ ສັດປ່າ ແນໃສ່ເພື່ອເຮັດໃຫ້ປະຊາກອນສັດນໍ້າ ແລະ ສັດປ່າ ໃຫ້ນັບມື້ມີຄວາມອຸດົມສົມບູນ ແລະ ກາຍເປັນທ່າແຮງໃນການຄໍ້າປະກັນ ດ້ານສະບຽງອາຫານ, ໂພສະນາການ ກໍ່ຄືການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນລາວ ໃຫ້ນັບມື້ດີຂຶ້ນ ແລະ ເພື່ອເປັນການສືບສານຮີດຄອງປະເພນີ ໃນໄລຍະເຂົ້າພັນສາ ຫ້າມບໍ່ໃຫ້ຂ້າສັດຕັດຊີວິດ ໃຫ້ມີຄວາມໝາຍຄວາມສຳຄັນຍິ່ງຂຶ້ນ.

ສຳລັບປີ 2019 ນີ້ ມີແຜນຈະປ່ອຍປາ ຄືນສູ່ທຳມະຊາດຈຳນວນ 50 ລ້ານໂຕ ໃນຂອບເຂດທົ່ວປະເທດ, ສະເພາະ ນະຄອນຫຼວງວຽງຈັນ ມີ​ເປົ້າ​ໝາຍ​ປ່ອຍ​ປາ ຈຳນວນ 580.000 ໂຕ ແລະ ສຳລັບພິທີໃນຄັ້ງນີ້ແມ່ນໄດ້ນຳປາມາປ່ອຍປາ ທັງໝົດຈຳນວນ 250.000 ໂຕ, ຊຶ່ງປະກອບມີ ປາປາກ, ປາເຂັງ,    ປາເກັດແລບ, ປານິນ ແລະ ປາໄນ; ນອກຈາກນີ້ຍັງໄດ້ປ່ອຍພໍ່ພັນ ແລະ ແມ່ພັນປາທໍາມະຊາດ ຈຊານວນ 550 ໂຕ,   ໃນນັ້ນມີ ປາກົດ 100 ໂຕ, ປາໝູ 100 ໂຕ, ປາເຂັງ 100 ໂຕ, ປາເພ້ຍ 100 ໂຕ, ປາຊວາຍ ໝາກໄມ້ 100 ໂຕ, ປາເໝັ້ນ 50ໂຕ ແລະ ພິເສດຍັງມີ ແນວພັນລູກປາຝາ ທີ່ ປ່ອຍໃນມື້ນີ້ 99 ໂຕ.