ໃນວັນທີ 11 ກໍລະກົດ ທີ່ຜ່ານມາ, ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ ໄດ້ເຄື່ອນໄຫວພົບປະຢ້ຽມຢາມ ແລະ ຊີ້ນຳວຽກງານວິຊາສະເພາະຢູ່ກອງບັນຊາການ ປກສ ແຂວງຫົວພັນ ໂດຍການຕ້ອນຮັບຂອງ ພັອ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງພາຍໃນກອງບັນຊາການ ປກສ ແຂວງ.

ພັອ ແອນ ອຸ່ນອານົງນຸດ ໄດ້ລາຍງານກ່ຽວກັບການຊີ້ນຳ-ນຳພາກຳລັງ ປກສ ແຂວງ ຕະຫຼອດໄລຍະຜ່ານມາວ່າ: ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ເຮັດວຽກງານນຳພາດ້ານການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕຳຫຼວດ ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ໆໄດ້ຮັບມອບໝາຍ, ດ້ານວຽກງານວິຊາສະເພາະ ກໍໄດ້ຮັບການປັບປຸງໃຫ້ເຂັ້ມແຂງ ໂດຍສຸມໃສ່ຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ໂດຍສະ ເພາະການປ້ອງກັນສະກັດກັ້ນແກ້ໄຂກຸ່ມຄົນບໍດີທີ່ເຄື່ອນໄຫວສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ເປັນຕົ້ນແມ່ນບັນຫາຂີ້ລັກງັດແງະ, ປຸ້ນຈີ້ຊີງຊັບ, ຢາເສບຕິດ ແລະອື່ນໆ, ເຊິ່ງສາມາດແກ້ ໄຂໄດ້ຫຼາຍກໍລະນີ ພ້ອມທັງດຳເນີນຄະດີຕໍ່ຜູ້ເຄື່ອນໄຫວກະທຳຜິດຕາມຂັ້ນຕອນຂອງກົດໝາຍ ແລະ ມີຜົນສຳ ເລັດໃນຕໍ່ໜ້າຄະນະພັກ-ຄະນະບັນຊາຍັງຈະສືບຕໍ່ນໍາພາພະນັກງານ-ນັກຮົບ ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດໜ້ອຍຖອຍລົງ ເພື່ອເຮັດໃຫ້ແຂວງມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ.

ໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົົນສຳເລັດທີ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຍາດມາໄດ້ ແລະ ພ້ອມກັນສືບຕໍ່ເສີມຂະຫຍາຍຜົນງານດ້ານດີ ແລະ ເພີ່ມທະວີປັບປຸງແກ້ໄຂຂໍ້ບົກຜ່ອງທີ່ເປັນບັນຫາຫຍໍ້ທໍ້ໃຫ້ໝົດໄປ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບໃຫ້ທົ່ວເຖິງ, ຮັກສາຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ສຸມໃສ່ປະ ກົດການຫຍໍ້ທໍ້ໃນສັງຄົມໃຫ້ໝົດໄປ ຫາກມີບັນຫາເກີດຂຶ້ນຢູ່ບ່ອນໃດຕ້ອງຮີບຮ້ອນແກ້ໄຂຢູ່ບ່ອນນັ້ນໃຫ້ທັນການ ແລະ ຖືກຕ້ອງ, ສືບຕໍ່ຫັນພະນັກງານລົງກໍ່ສ້າງຮາກຖານ ປຸກລະດົມປະຊາຊົນໃຫ້ມີສ່ວນຮ່ວມແນ່ໃສ່ສະ ກັດກັ້ນແກ້ໄຂບັນຫາຢາເສບຕິດ, ສໍ້ໂກງຊັບ, ລັກຊັບ ແລະ ບັນຫາອື່ນໆໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.