ທ່ານນາຍົກລັດຖະມົນຕີ ໂອ້ລົມ ພະນັກງານຫຼັກແຫຼ່ງ ເມືອງຈອມເພັດ

0
1338

ໃນ​ຕອນ​ເຊົ້າ ວັນ​ທີ 14 ກໍລະກົດ 2019,​ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍ​ຄະນະ​ ໄດ້ລົງ​ເຄື່ອນໄຫວ ແລະ ເຮັດວຽກຢູ່​ ເມືອງຈອມເພັດ, ແຂວງຫຼວງພະບາງ; ໂດຍມີ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ ພ້ອມດ້ວຍຄະນະພັກ – ຄະນະນຳແຂວງ ກໍຄື ອົງການປົກຄອງເມືອງຈອມເພັດ ​ໃຫ້​ການ​ຕ້ອນຮັບ​ຢ່າງອົບອຸ່ນ.

​ໃນໂອກາດນີ້, ຢູ່​ທີ່​ຫ້ອງ​ປະຊຸມ​ໃຫຍ່ຂອງເມືອງ, ທ່ານ​ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ຄະນະ ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ ສະພາບ​ການ​ພັດທະນາ​ເສດຖະກິດ ​- ສັງຄົມ ຂອງເມືອງ ຈາກ ທ່ານ ຈັນ ວັນນະສີ ເຈົ້າເມືອງໆຈອມເພັດ ເຫັນວ່າ:

ເມືອງຈອມເພັດ ເປັນ ເມືອງພູດອຍ ຕິດກັບ ນະຄອນຫຼວງພະບາງ ເມືອງມໍລະດົກໂລກ, ໃນນັ້ນ ມີຂອບເຂດມໍລະດົກໂລກ ກວມເອົາ 5 ບ້ານ, ມີແຫຼ່ງທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ, ມີທາງຫຼວງແຫ່ງຊາດ ເລກທີ  4B ຜ່ານ ເພື່ອເຂົ້າສູ່ ຈັງຫວັດນ່ານ ປະເທດໄທ ແລະ ມີເສັ້ນທາງລົດໄຟ ລາວ – ຈີນ ຜ່ານ 19 ກິໂລແມັດ; ພ້ອມນັ້ນ, ເມືອງຈອມເພັດ ຍັງໄດ້ສຸມໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນຂອງຕົນ ເຂົ້າໃນການພັດທະນາ ໃຫ້ໄປຕາມຍຸດ​ທະ​ສາດ ການສ້າງເປັນເມືອງທ່ອງທ່ຽວ ແລະ ທາງຜ່ານ ໂດຍຖືເອົາ ການບໍລິການທ່ອງທ່ຽວ, ການຜະລິດສະບຽງອາຫານ ປ້ອນຕະຫຼາດຫຼວງພະບາງ.

ຈາກທ່າແຮງທາງດ້ານທີ່ຕັ້ງ ແລະ ຈຸດພິເສດດັ່ງກ່າວ, ຈຶ່ງສາມາດເຮັດໃຫ້ ເສດຖະກິດມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ,; ເຊິ່ງໃນ​ 6 ​ເດືອນ ຕົ້ນປີ ຜ່ານມາ, ສາມາດເກັບລາຍຮັບເຂົ້າງົບປະມານພາຍໃນເມືອງ ໄດ້ 1.800 ລ້ານກວ່າກີບ ເທົ່າກັບ 48 % ຂອງແຜນການປີ, ການປູກເຂົ້າ ແລະ ພືດຕ່າງໆ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ເລີ່ມມີຄອບຄົວຕົວແບບ ປູກໝາກສົ້ມຂຽວ; ພ້ອມນີ້, ເມືອງໄດ້ຫັນເອົາ ຄະນະພັກ, ພະນັກງານວິຊາການຈຳນວນໜຶ່ງ ລົງປະຈຳຢູ່ຮາກຖານ ກຸ່ມບ້ານຈຸດສຸມ ເພື່ອຊີ້ນໍາ – ນໍາພາປະຊາຊົນ ໃນການປູ​ກຝັງ – ການລ້ຽງສັດ ຈົນສາມາດແກ້​ໄຂ​ຄວາມ​ທຸກ​ຍາກ​​ໄດ້ຕື່ມອີກ 2 ບ້ານ.

ນອກຈາກນີ້, ລັດຖະບານ​ ຍັງໄດ້​ຕົກລົງ​ໃຫ້​ສ້າງ ເຂດເສດຖະກິດພິເສດ ​ໃນເນື້ອທີ່ 3.850 ເຮັກຕາ, ກວມເອົາ 10 ບ້ານ, ປະຈຸບັນ ​ໄດ້ສຳຫຼວດວັດ​ແທກ​ຕອນ​ດິນແລ້ວ 6 ບ້ານ, ມີເນື້ອທີ່ 1.694 ເຮັກຕາ.

ຫຼັງຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມ​​ຊົມ​ເຊີຍ ຕໍ່ ການເອົາໃຈໃສ່ນຳພາຂອງ ຄະນະພັກ – ຄະນະນຳ, ພະນັກງານຫຼັກແຫຼ່ງ ກໍຄື ອົງ​ການ​ປົກຄອງ​ຂອງເມືອງຈອມເພັດ ແລະ ແຂວງຫຼວງພະບາງ​ ໃນ​ການ​ພັດທະນາ​ເສດຖະກິດ – ສັງຄົມ ມີ​ທ່າ​ກ້າວດີຂຶ້ນ​ ​ແລະ ມີ​ອັນ​ພົ້ນ​ເດັ່ນຫຼາຍດ້ານ, ​ເຮັດ​ໃຫ້​ປະຊາຊົນ​ມີຄວາມສາມັກຄີເປັນປຶກແຜ່ນ​, ເຊື່ອໝັ້ນຕໍ່​ການ​ນຳພາ​ຂອງ​ພັກ, ມີ​ຄວາມ​ອຸ່ນ​ອຽນທຸ່ນ​ທ່ຽງ, ພາຍໃນເມືອງ ມີ​ຄວາມ​ສະຫງົບ, ເປັນພື້ນຖານເອື້ອອຳນວຍ​ ໃນ​ການ​ທຳ​ການ​ຜະລິດ ແລະ ທຸລະກິດ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາຂອງແຂວງ ກໍຄືຂອງປະເທດ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນ ​ກໍໃຫ້ທິດ​ຊີ້​ນຳ​ ໂດຍໄດ້ເນັ້ນໜັກບາງ​ບັນຫາ​ສຳຄັນ​ ໃຫ້​ ຄະນະ​ພັກ​ – ຄະນະ​ນຳແຂວງ​ ແລະ ເມືອງ ເພີ່ມທະວີຄວາມເອົາ​ໃຈ​ໃສ່ ເປັນຕົ້ນແມ່ນ:

  • ຕ້ອງຍົກສູງ ຄວາມຮັບຜິດຊອບຂອງຕົນ ຂຶ້ນຕື່ມ, ລົງເລິກຊີ້ນຳວຽກງານຕົວຈິງ ໃນແຕ່ລະຂົງເຂດ ໃຫ້ເລິກເຊິ່ງກວ່າເກົ່າ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານ ຢ່າງມີປະສິດທິຜົນ;
  • ຍົກສູງ ຄວາມເປັນແບບຢ່າງ ແລະ ບົດບາດການນຳພາຂອງ ອົງຄະນະພັກເມືອງ ໃນການສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ພະນັກງານ – ລັດຖະກອນ ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ເຄົາລົບລະບຽບກົດໝາຍ ຢ່າງເຂັ້ມງວດ, ແກ້ໄຂບັນຫາພະຍາດອາຍາສິດ, ການສໍ້ລາດບັງຫຼວງ ແລະ ອື່ນໆ;
  • ເອົາໃຈໃສ່ກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ ກອງປະຊຸມ 3 ຂັ້ນ, ໃຫ້ມີຄວາມໂປ່ງໃສ, ຫຼີກລ້ຽງການຫຼີ້ນພັກ – ຫຼີ້ນພວກ;
  • ເພີ່ມທະວີເອົາໃຈໃສ່ປະຕິບັດຄາດໝາຍຕ່າງໆ ໃນການພັດທະນາເສດຖະກິດ – ສັງຄົມ ຂອງເມືອງ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກເປັນກ້າວໆ;
  • ຈັດຕັ້ງປະຕິບັດຂະບວນການແຂ່ງຂັນ ຮັກຊາດ – ພັດທະນາ ແລະ ການຊຸກຍູ້ນັກທຸລະກິດ ມີສ່ວນຮ່ວມໃນການພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກຫຼາຍຂຶ້ນ, ໂດຍສະເພາະ ໃນການສົ່ງເສີມຜະລິດເປັນສິນຄ້າ ເພື່ອໃຫ້ປະຊາຊົນຮູ້ຫັນປ່ຽນວິທີທຳມາຫາກິນ, ກ້າວສູ່ການຫັນປ່ຽນວິຖີຊີວິດອັນໃໝ່, ມີຄວາມອຸດົມສົມບູນ, ຢູ່ດີກິນດີ ,ກ້າວສູ່ຄວາມຮັ່ງມີ ແລະ ເຮັດໃຫ້ປະຊາຊົນເປັນເຈົ້າຕົນເອງຫຼາຍຂຶ້ນ;
  • ສຸມໃສ່ການເຝົ້າລະວັງ, ຕ້ານ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງ ພະຍາດຕາມລະດູການ, ໂດຍສະເພາະ ພະຍາດໄຂ້ເລືອດອອກ, ການລະບາດຂອງພະຍາດໃນສັດ ລວມທັງ ພະຍາດອະຫິວາໝູອາຟຣິກາ, ສັດຕູພືດ ແລະອື່ນໆ;
  • ກະກຽມຄວາມພ້ອມ ເພື່ອຮັບມື ແລະ ແກ້ໄຂ ໄພແຫ້ງແລ້ງ ທີ່ອາດຈະເກີດຂຶ້ນ ໃນປີນີ້;
  • ເອົາໃຈໃສ່ເປັນພິເສດຂຸດຄົ້ນທ່າແຮງ ການທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳ, ປັບປຸງແກ້ໄຂຂັ້ນຂອດ ທີຕິດພັນກັບ ການບໍລິການຂອງພາກລັດ, ການຄຸ້ມຄອງ ແລະ ຊຸກຍູ້ສົ່ງເສີມບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວ ໃຫ້ມີຫຼາຍຮູບແບບ ແລະ ປັບປຸງການບໍລິການຂອງຕົນ ໃຫ້ມີຄຸນນະພາບ ເພື່ອສ້າງຄວາມປະທັບໃຈໃຫ້ແກ່ ນັກທ່ອງທ່ຽວ;​
  • ສືບຕໍ່ເອົາໃຈໃສ່ແກ້ໄຂ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ພາຍໃນເມືອງຂອງຕົນ ເພື່ອຮັບປະກັນຄວາມສະຫງົບປອດໄພ ແລະ ເປັນພື້ນຖານເອື້ອອຳນວຍ ໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມ ແລະ ການສົ່ງເສີມການທ່ອງທ່ຽວ.

ໃນໂອກາດລົງ​ມາເຄື່ອນໄຫວ ແລະ ເຮັດວຽກໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ມອບເງີນຈໍານວນ 100 ລ້ານກີບ ໃຫ້ແກ່ ອົງການປົກຄອງເມືອງຈອມເພັດ ເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງ ແລະ ປັບປຸງໂຄງລ່າງ ທີ່ຈຳເປັນຂອງເມືອງ ຕື່ມອີກ.