ພິທີມອບເຄື່ອງຂອງກາງ ປະເພດລົດຈັກ ຈຳນວນ 7 ຄັນ ທີ່ຖືກຄົນຮ້າຍລັກໄປຄືນໃຫ້ ເຈົ້າຂອງເດີມ
ພິທີມອບເຄື່ອງຂອງກາງ ປະເພດລົດຈັກ ຈຳນວນ 7 ຄັນ ທີ່ຖືກຄົນຮ້າຍລັກໄປຄືນໃຫ້ ເຈົ້າຂອງເດີມ

ໃນຕອນເຊົ້າ ວັນທີ 12 ກໍລະກົດ 2019 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ຈັດພິທີມອບເຄື່ອງຂອງກາງ ປະເພດລົດຈັກ ຈຳນວນ 7 ຄັນ ທີ່ຖືກຄົນຮ້າຍລັກໄປຄືນໃຫ້ ເຈົ້າຂອງເດີມ.

ພິທີດັ່ງກ່າວ ໄດ້ຈັດຂຶ້ນທີ່ ກອງບັນຊາການ ປກສ ເມືອງ ເຊິ່ງການກ່າວມອບໂດຍ ພັຕ ຂັນໄຊ ແກ້ວເນດ ຮອງກອງບັນຊາການ ປກສ ເມືອງ ແລະ ກ່າວຮັບໂດຍ ຕາງໜ້າເຈົ້າຂອງລົດຈັກຈຳນວນດັ່ງກ່າວ.

ພັຕ ຂັນໄຊ ແກ້ວເນດ ໃຫ້ຮູ້ວ່າ:

ລົດຈັກທີ່ນຳມາມອບໃນຄັ້ງນີ້ ໄດ້ຈາກການມ້າງກຸ່ມລັກ ແລະ ຊື້ລົດຈັກ ຜິດກົດໝາຍ ໃນເດືອນພຶດສະພາ 2019 ທີ່ຜ່ານມາ ເຊິ່ງໄດ້ມີເຈົ້າຂອງລົດ ນຳເອົາເອກະສານມາຢັ້ງຢືນ ຢ່າງຖືກຕ້ອງຕາມລະບຽບການ ຈຳນວນ 7 ຄັນ ຈາກທັງໝົດ 18 ຄັນ; ສ່ວນລົດຈັກຈຳນວນທີ່ຍັງເຫຼືອ ແມ່ນ ຈະໄດ້ສືບຕໍ່ປະສານຫາ ເຈົ້າຂອງລົດ ເພື່ອນຳເອົາເອກະສານມາພົວພັນ ແລະ ຢັ້ງຢືນເອົາ.

ນອກຈາກນີ້, ທ່ານຍັງໄດ້ເນັ້ນຕື່ມອີກ ວ່າ:

ຖ້າທ່ານໃດທີ່ບໍ່ມີຄວາມສະດວກ ໃນການນຳເອົາເອກະສານ ມາຢັ້ງຢືນເອົາລົດຈັກຈຳນວນດັ່ງກ່າວ ກໍສາມາດໂທປະສານໄດ້ ທີເບີໂທ 020 2290 1599 ໃນວັນ ແລະ ເວລາລັດຖະການ.

ພາຍຫຼັງສຳເລັດພິທີມອບລົດຈັກຈຳນວນດັ່ງກ່າວ, ທ່ານ ຄຳໄຫຼ ແກ້ວມໍລະກົດ ຕາງໜ້າໃຫ້ເຈົ້າຂອງລົດຈັກ ກ່າວຄຳຂອບອົກຂອບໃຈ ແລະ ອວຍພອນໄຊ ໃຫ້ແກ່ ເຈົ້າໜ້າທີ່ ໃນກຳລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ ກໍແມ່ນ ກອງບັນຊາການ ປກສ ເມືອງສາມັກຄີໄຊ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້ ເພື່ອເຮັດໃຫ້ ປະກົດການຫຍໍ້ທໍ້ໃນສັງຄົມ ຫຼຸດໜ້ອຍຖອຍລົງ.