ໃນຕອນເຊົ້າວັນທີ 14 ກໍລະກົດ 2019, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ເມືອງຈອມເພັດ ແຂວງຫຼວງພະບາງ; ມີທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ ພ້ອມດ້ວຍຄະນະພັກ-ຄະນະນຳແຂວງ ກໍຄືອົງການປົກຄອງເມືອງຈອມເພັດ ໃຫ້ການຕ້ອນຮັບຢ່າງ ອົບອຸ່ນ.

ໃນໂອກາດນີ້, ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັບຟັງການ ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງຈາກທ່ານ ຈັນ ວັນນະສີ ເຈົ້າເມືອງໆຈອມເພັດ ເຫັນວ່າ: ເມືອງຈອມເພັດ ເປັນເມືອງພູດອຍ ຕິດກັບນະຄອນ-ຫຼວງພະບາງ ເມືອງມໍລະດົກໂລກ; ໃນນັ້ນ, ມີຂອບເຂດມໍລະດົກໂລກ ກວມເອົາ 5 ບ້ານ, ມີແຫຼ່ງທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ, ມີທາງຫຼວງແຫ່ງຊາດ ເລກທີ 4B ຜ່ານ ເພື່ອເຂົ້າສູ່ແຂວງນ່ານ ປະເທດໄທ, ມີເສັ້ນທາງລົດໄຟລາວ-ຈີນ ຜ່ານ 19 ກິໂລ ແມັດ, ເມືອງໄດ້ສຸມໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນຂອງຕົນເຂົ້າໃນການພັດທະນາໃຫ້ໄປຕາມຍຸດທະສາດການສ້າງເປັນເມືອງທ່ອງທ່ຽວ ແລະ ທາງຜ່ານ ໂດຍຖືເອົາການບໍລິການທ່ອງທ່ຽວ, ການຜະລິດສະບຽງອາຫານປ້ອນຕະ ຫຼາດຫຼວງພະບາງ. ຈາກທ່າແຮງທາງດ້ານທີ່ຕັ້ງ ແລະ ຈຸດພິເສດດັ່ງກ່າວ ຈຶ່ງສາມາດເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ໃນ 6 ເດືອນຕົ້ນປີຜ່ານມາ, ສາມາດເກັບລາຍຮັບເຂົ້າງົບປະມານພາຍໃນເມືອງ ໄດ້ 1.800 ລ້ານກວ່າກີບ ເທົ່າ ກັບ 48% ຂອງແຜນການປີ, ການປູກເຂົ້າ ແລະ ພືດຕ່າງໆ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ເລີ່ມີຄອບຄົວຕົວແບບປູກໝາກສົ້ມຂຽວ. ພ້ອມນີ້, ເມືອງໄດ້ຫັນເອົາຄະນະພັກ, ພະນັກງານວິຊາການຈຳນວນໜຶ່ງລົງປະຈຳຢູ່ຮາກຖານກຸ່ມບ້ານຈຸດສຸມ ເພື່ອຊີ້ນໍາ-ນໍາພາປະຊາຊົນໃນການປູກ-ການລ້ຽງ ສາມາດແກ້ໄຂຄວາມທຸກຍາກໄດ້ຕື່ມອີກ 2 ບ້ານ. ນອກຈາກນີ້, ລັດຖະບານຍັງໄດ້ ຕົກລົງໃຫ້ສ້າງເຂດເສດ ຖະກິດພິເສດໃນເນື້ອທີ່ 3.850 ເຮັກຕາ, ກວມເອົາ 10 ບ້ານ. ປັດຈຸບັນ, ໄດ້ສຳຫຼວດວັດແທກຕອນດິນແລ້ວ 6 ບ້ານ, ມີເນື້ອທີ່ 1.694 ເຮັກຕາ.

ຫຼັງຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ການເອົາໃຈໃສ່ນຳພາຂອງຄະນະພັກ-ຄະນະນຳ, ພະນັກງານຫຼັກແຫຼ່ງ ກໍຄືອົງການປົກຄອງຂອງເມືອງຈອມເພັດ ແລະ ແຂວງຫຼວງພະບາງ ໃນການພັດທະນາ ເສດຖະກິດ-ສັງຄົມ ມີທ່າກ້າວດີຂຶ້ນ ແລະ ມີອັນພົ້ນເດັ່ນຫຼາຍດ້ານ ເຮັດໃຫ້ປະຊາຊົນມີຄວາມສາມັກຄີເປັນປຶກ ແຜ່ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ມີຄວາມອຸ່ນອຽນທຸ່ນທ່ຽງ, ພາຍໃນເມືອງມີຄວາມສະຫງົບ ເປັນພື້ນຖານເອື້ອອຳນວຍໃນການທຳການຜະລິດ ແລະ ທຸລະກິດປະກອບສ່ວນເຂົ້າໃນການພັດທະນາຂອງແຂວງ ກໍຄືຂອງປະເທດ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໃຫ້ທິດຊີ້ນຳໂດຍໄດ້ເນັ້ນບາງບັນຫາສຳຄັນໃຫ້ຄະນະພັກ, ຄະນະນຳແຂວງ ແລະ ເມືອງ ເພີ່ມທະວີຄວາມເອົາໃຈໃສ່ ເປັນຕົ້ນຕ້ອງຍົກສູງຄວາມຮັບຜິດຊອບຂອງຕົນຂຶ້ນຕື່ມ, ລົງເລິກຊີ້ນຳວຽກງານຕົວຈິງໃນແຕ່ລະຂົງເຂດໃຫ້ເລິກເຊິ່ງກວ່າເກົ່າ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານຢ່າງມີປະສິດທິຜົນ; ຍົກສູງຄວາມເປັນແບບຢ່າງ ແລະ ບົດບາດການນຳພາຂອງອົງຄະນະພັກເມືອງໃນການສຶກ ສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຄົາລົບລະ ບຽບກົດໝາຍຢ່າງເຂັ້ມງວດ, ແກ້ໄຂບັນຫາພະຍາດອາດຍາສິດ, ການສໍ້ລາດບັງຫຼວງ ແລະອື່ນໆ.

ເອົາໃຈໃສ່ກະກຽມຄວາມພ້ອມດ້ານຕ່າງໆໃຫ້ແກ່ກອງປະຊຸມ 3 ຂັ້ນ, ໃຫ້ມີຄວາມໂປ່ງໃສ, ຫຼີກລ່ຽງການຫຼິ້ນພັກ-ຫຼິ້ນພວກ; ເພີ່ມທະວີເອົາໃຈໃສ່ປະຕິບັດຄາດໝາຍຕ່າງໆໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ ເພື່ອປັບ ປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ; ຈັດຕັ້ງປະຕິບັດຂະ ບວນການແຂ່ງຂັນຮັກຊາດ-ພັດທະນາ ແລະ ການຊຸກຍູ້ນັກທຸລະກິດ ມີສ່ວນຮ່ວມໃນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຫຼາຍຂຶ້ນ ໂດຍສະເພາະໃນການສົ່ງເສີມຜະລິດເປັນສິນຄ້າ ເພື່ອໃຫ້ປະຊາຊົນຮູ້ຫັນປ່ຽນວິທີທຳມາຫາກິນກ້າວສູ່ການຫັນປ່ຽນວິຖີຊີວິດອັນໃໝ່ ມີຄວາມອຸດົມສົມບູນຢູ່ດີກິນດີກ້າວສູ່ຄວາມຮັ່ງມີ, ເຮັດໃຫ້ປະຊາຊົນເປັນເຈົ້າຕົນເອງຫຼາຍຂຶ້ນ; ສຸມໃສ່ການເຝົ້າລະວັງ, ຕ້ານ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດຕາມລະດູການ ໂດຍສະເພາະພະຍາດໄຂ້ເລືອດອອກ, ການລະບາດຂອງພະຍາດໃນສັດ ລວມທັງ ພະຍາດອະຫິວາໝູອາຟຣິກາ, ສັດຕູພືດ ແລະອື່ນໆ; ກະກຽມຄວາມພ້ອມ ເພື່ອຮັບມື ແລະ ແກ້ໄຂໄພແຫ້ງແລ້ງທີ່ອາດຈະເກີດຂຶ້ນໃນປີນີ້; ເອົາໃຈໃສ່ເປັນພິເສດຂຸດຄົ້ນທ່າແຮງການທ່ອງທ່ຽວທາງທຳມະຊາດ ແລະ ວັດທະ ນະທຳ, ປັບປຸງແກ້ໄຂຂັ້ນ ຂອດທີ່ຕິດພັນກັບການບໍລິການຂອງພາກລັດ, ການຄຸ້ມຄອງ ແລະ ຊຸກຍູ້ສົ່ງເສີມບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວໃຫ້ມີຫຼາຍຮູບແບບ ແລະ ປັບປຸງການບໍລິການຂອງຕົນໃຫ້ມີຄຸນນະ ພາບ ເພື່ອສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ; ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງຂອງຕົນ ເພື່ອ ຮັບ ປະກັນຄວາມສະຫງົບປອດໄພ ແລະ ເປັນພື້ນຖານເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການສົ່ງເສີມການທ່ອງທ່ຽວ.

ໃນໂອກາດລົງມາເຄື່ອນໄຫວ ແລະ ເຮັດວຽກໃນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ມອບເງິນຈໍານວນ 100 ລ້ານກີບ ໃຫ້ອົງການປົກຄອງເມືອງຈອມເພັດ ເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງ ແລະ ປັບປຸງໂຄງລ່າງທີ່ຈຳເປັນຂອງເມືອງຕື່ມອີກ.