ເຈົ້າໜ້າທີ່ຈີນ ພົບຮ່າງເດັກຍິງ ອາຍຸ 9 ປີ ທີ່ປະກາດລະດົມຫາທົ່ວປະເທດແລ້ວ ຫຼັງຈາກ ເດັກຖືກຜົວ-ເມຍຄູ່ໜຶ່ງ ພາໄປງານແຕ່ງ
ເຈົ້າໜ້າທີ່ຈີນ ພົບຮ່າງເດັກຍິງ ອາຍຸ 9 ປີ ທີ່ປະກາດລະດົມຫາທົ່ວປະເທດແລ້ວ ຫຼັງຈາກ ເດັກຖືກຜົວ-ເມຍຄູ່ໜຶ່ງ ພາໄປງານແຕ່ງ

ສຳນັກຂ່າວ CNN ລາຍງານ ໃນວັນທີ 16 ກໍລະກົດນີ້ ວ່າ: ເຈົ້າໜ້າທີ່ຈີນ ພົບຮ່າງເດັກຍິງ ອາຍຸ 9 ປີ ທີ່ປະກາດລະດົມຫາທົ່ວປະເທດແລ້ວ ຫຼັງຈາກ ເດັກຖືກຜົວ-ເມຍຄູ່ໜຶ່ງ ພາໄປງານແຕ່ງ; ແຕ່ຈາກນັ້ນບໍ່ດົນ, ກໍພົບສົບຜົວ-ເມຍຄູ່ນີ້ ໂດດທະເລຂ້າຕົວຕາຍ, ຈົນຫຼ້າສຸດ ພົບສົບເດັກຍິງເສຍຊີວິດ ຢູ່ທີ່ເຂດຊິງຊານ ມົນທົນເຈີ້ຈຽງ ທາງພາກຕາເວັນອອກ ແລ້ວ.

ກ່ອນໜ້ານີ້, ຜູ້ຄົນຫຼາຍລ້ານຄົນທົ່ວຈີນ ຕ່າງກໍຕິດຕາມຂ່າວນີ້ ຢ່າງໃກ້ຊິດ ຫຼັງຈາກທີ່ ຕຳຫຼວດປະກາດແຈ້ງເດັກຍິງຊື່ ຈາງ ຈື້ຊິນ ຫາຍຕົວໄປ ແລະ ຂໍຄວາມຮ່ວມມືທຸກຄົນຊ່ວຍຊອກຫາ ແລະ ແຈ້ງແບະແສດ້ວຍ.

ຮ່າງຂອງເດັກຍິງ ຖືກພົບໃຫ້ແຄມຝັ່ງ ຫຼັງຈາກເດັກຫາຍຕົວໄປດົນ 1 ອາທິດ; ພະຍານທີ່ພົບເຫັນເດັກ ລະບຸວ່າ: ເດັກຍ່າງມາກັບຄູ່ຜົວ-ເມຍໄວກາງຄົນ ຊາວກວາງຕຸ້ງ ໃນຕອນ 20:00 ໂມງ ຂອງວັນທີ 7 ກໍລະກົດ. ທັ້ງນີ້, ຜົນການກວດສອບ ພົບວ່າ: ຜົວ-ເມຍຄູ່ນີ້ ຈອງຫ້ອງພັກ ໃນເຂດຊຸນອັນ ຖິ່ນຊົນນະບົດ.

ເຈົ້າໜ້າທີ່ຕຳຫຼວດ ຖະແຫຼງການຜົນການສອບສວນ ວ່າ:

ຜູ້ເປັນຜົວຊື່ ຫຼຽງ ອາຍຸ 43 ປີ ແລະ ຜູ້ເປັນເມຍຊື່ ເຊຍ ອາຍຸ 45 ປີ ໄດ້ຫຼອກເອົາເງິນຈາກຄອບຄົວ ແລະ ເພື່ອນຕົນເອງຫຼາຍຄັ້ງ ລະຫວ່າງອອກທ່ຽວໄປທົ່ວຈີນ ຈົນເງິນໝົດ.

ເດັກຍິງ ອາຍຸ 9 ປີ ຊື່ວ່າ ນາງ ຈາງ ຈື້ຊິນ ຫາຍຕົວໄປຕັ້ງແຕ່ ວັນທີ 7 ກໍລະກົດ ແລ້ວ
ເດັກຍິງ ອາຍຸ 9 ປີ ຊື່ວ່າ ນາງ ຈາງ ຈື້ຊິນ ຫາຍຕົວໄປຕັ້ງແຕ່ ວັນທີ 7 ກໍລະກົດ ແລ້ວ

ນອກຈາກນີ້, ແຫຼ່ງຂ່າວ ເປີດເຜີຍວ່າ: ພວກກ່ຽວຍັງໂພສພາບເຫຍື່ອສາວ ໃນເຟສບຸກຫຼາຍຄັ້ງ ເຊິ່ງລ້ວນແຕ່ມີເນື້ອຫາລະບຸເຖິງ ການຂ້າຕົວຕາຍ.