ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກຳລັງສັນຕິບານ ກະຊວງຕຳຫຼວດ ສສ ຫວຽດນາມ ໄດ້ຮ່ວມກັນຈັດກອງປະຊຸມຮ່ວມມືຮັກສາຄວາມສະຫງົບ ລາວ-ຫວຽດນາມ ຄັ້ງທີ X ຂຶ້ນໃນວັນ ທີ 15 ກໍລະກົດ 2019, ເປັນປະທານໂດຍ ພົຈວ ບຸນມີ ແສງຄຳຢອງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ພົຈວ ເຍື່ອງ ແທັງຮ່າ ຕາງໜ້າກຳລັງສັນຕິບານ ກະຊວງຕຳຫຼວດ ສສ ຫວຽດນາມ, ເຂົ້າຮ່ວມມີ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ແລະ ພົທ ບຸຍ ວັນນາມ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງລັດຖະມົນຕີກະຊວງຕຳຫຼວດ ສສ ຫວຽດນາມ, ມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນສັນຍາຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງຕະຫຼວດ ແຫ່ງ ສສ ຫວຽດນາມ ເວົ້າສະເພາະແມ່ນກົມໃຫຍ່ສັນຕິບານ ລາວ ແລະ ກຳລັງສັນຕິບານ ສສ ຫວຽດນາມ ທີ່ໄດ້ເຊັນກັນໃນວັນທີ 20 ກຸມພາ 2019 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ແລະ ການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳກອງປະຊຸມຮ່ວມມືຮັກສາຄວາມສະຫງົບ ລາວ-ຫວຽດ ນາມ ຄັ້ງທີ IX ທີ່ໄດ້ເຊັນກັນໃນວັນທີ 16 ພຶດສະພາ 2018 ທີ່ນະຄອນກຸຍເຢີ່ນ ແຂວງບິ່ງດິ່ງ ສສ ຫວຽດນາມ.

ໃນກອງປະຊຸມຜູ້ແທນສອງຝ່າຍໄດ້ພ້ອມກັນຄົ້ນຄວ້າຕີລາຄາສະພາບການ, ສະຫຼຸບບັນຫາຕ່າງໆໃນການຊີ້ນຳເຄື່ອນໄຫວຮ່ວມມືໃນວຽກງານຮັກສາຄວາມສະຫງົບຂອງສອງປະເທດ ແລະ ວາງທິດທາງການຮ່ວມມືໃນຕໍ່ໜ້າຢ່າງມີເນື້ອໃນຈຸດສຸມ ເປັນຕົ້ນແມ່ນໄດ້ພ້ອມກັນສະຫຼຸບ, ຕີລາຄາກ່ຽວກັບສະພາບການຜົນໄດ້ຮັບໃນການຮ່ວມມືຮັກສາຄວາມສະຫງົບໃນຂົງເຂດຕ່າງໆ, ບັນດາວຽກງານທີ່ໄດ້ຮັບການຈັດຕັ້ງຜັນຂະຫຍາຍ, ວຽກງານທີ່ຍັງຄົງຄ້າງ, ສາເຫດ ແລະ ອຸປະສັກໃນການຈັດຕັ້ງປະຕິບັດ ແນໃສ່ຮັບປະກັນຄວາມສະຫງົບທາງດ້ານການເມືອງຂອງສອງປະເທດ; ສະຫຼຸບຕີລາຄາຢ່າງພາວະວິໄສ, ຮອບດ້ານ ຜົນການຮ່ວມມືສອງຝ່າຍໃນປີຜ່ານມາ ຕາມເນື້ອໃນບົດບັນທຶກການຮ່ວມມືຮັກສາຄວາມສະຫງົບ ລາວ-ຫວຽດນາມ ຄັ້ງທີ IX, ບາງບັນຫາທີ່ຍັງຄົງຄ້າງ, ຂໍ້ຫຍຸ້ງຍາກ ແລະ ສະເໜີມາດຕະການ, ຮູບການຮ່ວມມືໃໝ່ໃນຕໍ່ໜ້າ ລະຫວ່າງກຳລັງສັນຕິບານ ລາວ ແລະ ກຳລັງສັນຕິບານຫວຽດນາມ ຢ່າງມີຈຸດສຸມ ເພື່ອເຮັດໃຫ້ວຽກງານຮັກສາຄວາມສະຫງົບແຫ່ງຊາດ, ຮັກສາສະຖຽນລະພາບທາງດ້ານການເມືອງຂອງສອງປະເທດ.

ຕອນທ້າຍກອງປະຊຸມ, ຜູ້ແທນທັງສອງຝ່າຍໄດ້ເຊັນບົດບັນທຶກຊ່ວຍຈຳກອງປະຊຸມຮ່ວມມືຮັກສາຄວາມສະ ຫງົບລາວ-ຫວຽດນາມ ຄັ້ງທີ X ແລະ ເຊັນບົດບັນທຶກກົນໄກການປະສານງານວຽກງານວິຊາສະເພາະ ເພື່ອພ້ອມ ກັນສືບຕໍ່ເຄື່ອນໄຫວປະຕິບັດວຽກງານຮັກສາຄວາມສະຫງົບຂອງສອງປະເທດລາວ-ຫວຽດນາມ ແນໃສ່ຮັບປະ ກັນໃຫ້ມີຄວາມປອດໄພໂດຍພື້ນຖານ.

ໃນວັນດຽວກັນ, ພົທ ບຸຍ ວັນນາມ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງລັດຖະມົນຕີ ກະຊວງຕຳຫຼວດ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ພົທ ວິໄລ ຫຼ້າ ຄຳຟອງ ລັດຖະມົນຕີກະຊວງ ປກສ ເພື່ອລາຍງານກ່ຽວກັບການມາຢ້ຽມຢາມ ແລະ ເຮັດວຽກງານຮ່ວມກັບກົມໃຫຍ່ສັນຕິບານ ກະ ຊວງ ປກສ ລາວ ທີ່ຈະໄດ້ພ້ອມກັນສືບຕໍ່ປະສານສົມທົບກັນຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາ ສະເພາະເປັນຕົ້ນແມ່ນການຮັກສາຄວາມສະຫງົບຕາມຊາຍແດນຕິດຈອດກັນ, ການສຶກສາອົບຮົມບັນດາປະຊາຊົນທີ່ອາໄສຢູ່ລຽບຊາຍແດນ ເພື່ອເຮັດໃຫ້ເຂົາເຈົ້າເຄົາລົບ ແລະ ປະຕິບັດລະບຽບກົດໝາຍຂອງສອງປະເທດ ເພື່ອຮັບ ປະ ກັນການຮັກສາຄວາມສະຫງົບຂອງສອງປະເທດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃຫ້ມີຜົນສຳເລັດ ແລະ ເກີດດອກອອກຜົນສູງສຸດ.