ໃນວັນທີ 10 ກໍລະກົດ 2019, ຫ້ອງສັນຕິບານ ປກສ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຜີຍແຜ່ເອກະສານຂໍ້ຕົກ ລົງ ວ່າດ້ວຍ ຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ ແລະ ຄຳສັ່ງ ວ່າດ້ວຍ ການນຳໃຊ້ສື່ສັງຄົມອອນລາຍ, ເຊິ່ງເຜີຍແຜ່ໂດຍ ພັທ ຄຳມວ່ນ ເຈື້ອຕະກຼາງ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງ, ມີ ບັນດາຫົວໜ້າຄະນະຫ້ອງ, ຫົວໜ້າ – ຮອງພະແນກ, ຕະຫຼອດຮອດ ພະນັກງານ – ນັກຮົບ ເຂົ້າຮ່ວມ.

ພັທ ຄຳມ່ວນ ເຈື້ອຕະກຼາງ ໄດ້ເຜີຍ ແຜ່ວ່າ:

ຂໍ້ຕົກລົງດັ່ງກ່າວ ປະກອບມີ 6 ໝວດ 21 ມາດຕາ. ໃນນັ້ນ, ໄດ້ຍົກ ໃຫ້ເຫັນ ກ່ຽວກັບ ການກຳນົດຫຼັກການ, ລະບຽບການ, ຂໍ້ຫ້າມ ແລະ ມາດຕະການຕໍ່ນາຍ ແລະ ພົນຕຳຫຼວດ ມີທັງຂໍ້ຫ້າມລວມ ແລະ ຂໍ້ຫ້າມສະເພາະ ໃນຂົງເຂດ ການເມືອງ, ຂົງເຂດ ວຽກງານປ້ອງກັນຄວາມສະຫງົບ ທາງດ້ານການເມືອງ, ຂົງເຂດ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຂົງເຂດ ພະລາທິການ ແລະ ບໍລິຫານຮັບໃຊ້.

ບໍ່ພຽງເທົ່ານັ້ນ, ທ່ານຍັງໄດ້ຜ່ານ ຄຳສັ່ງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 583 ປກສ ລົງວັນທີ 3 ເມສາ 2019 ວ່າດ້ວຍ ການນໍາໃຊ້ສື່ສັງຄົມອອນລາຍ ຂອງ ກຳລັງປ້ອງກັນຄວາມສະຫງົບ ໂດຍໄດ້ກຳນົດລະບຽບຫຼັກການ ແລະ ມາດຕະການໃນການຄຸ້ມຄອງ, ການນຳໃຊ້ສື່ສັງຄົມອອນລາຍ ປະເພດຕ່າງໆ ເພື່ອແນໃສ່ສ້າງ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ ແລະ ເພື່ອເປັນການປົກປ້ອງບົດບາດກຽດສັກສີຂອງ ກຳລັງປ້ອງກັນຄວາມສະຫງົບ ໃນສະເພາະໜ້າ ແລະ ຍາວນານ.

ການເຜີຍແຜ່ເອກະສານຂໍ້ຕົກລົງດັ່ງກ່າວ ແມ່ນເພື່ອແນໃສ່ເຮັດໃຫ້ນາຍ ແລະ ພົນຕຳຫຼວດ ໄດ້ຍົກສູງຄວາມຮັບຜິດຊອບຕໍ່ ໜ້າທີ່ການເມືອງ, ສ້າງຄວາມເປັນເອກະພາບ ໃນການສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ ໃນກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ; ພ້ອມນັ້ນ, ກໍເພື່ອແນໃສ່ຫຼຸດຜ່ອນ ຫາງສຽງວິພາກວິຈານຂອງສັງຄົມ, ເຮັດໃຫ້ກຳລັງມີຄວາມປອດໃສ່, ເຂັ້ມແຂງ, ໜັກແໜ້ນ, ມີແບບແຜນທີ່ທັນສະໄໝ, ມີລະບຽບວິໄນເຂັ້ມງວດ, ສົມເປັນ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ, ຖືເອົາຫຼັກການລວມສູນປະຊາທິປະໄຕ ພາຍໃຕ້ການຊີ້ນຳໂດຍກົງຂອງ ຄະນະພັກ – ຄະນະບັນຊາ ແຕ່ລະຂັ້ນ ຢ່າງເຂັ້ມງວດ ແລະ ຮັບປະກັນ ຄວາມວ່ອງໄວ ແກ້ໄຂທັນເຫດການ.